ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາໄລ ຄູ ສາລະວັນ ຮັບຟັງການ ປາຖະກະຖາ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-25 16:06:24 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 17 ທັນວາ 2018 ນີ້ ຢູ່ທີ່ວິທະຍາ ໄລ ຄູສາລະວັນ ໄດ້ຈັດຕັ້ງພິທີປາ ຖະກະຖາມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນຢູ່ທີ່ສະໂມສອນຂອງ ຕົນ ໂດຍພາຍໃຕ້ການປະທານ ແລະ ປາຖະກະຖາຂອງ ພັນໂທ ໂສພາ ໂພໄຊຍະວົງ ກຳມະການ ຄະນະປະຈຳພັກ, ຮອງຫົວໜ້າ ການເມືອງ, ຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງສາລະວັນ, ມີຄະນະໂຄ ສະນາອົບຮົມແຂວງ, ມີຄະນະ ອຳນວຍການວິທະຍາໄລຄູ, ພະ ນັກງານຄູ-ອາຈານ ແລະ ນັກ ຮຽນ-ນັກສຶກສາເຂົ້າຮ່ວມຮັບ ຟັງ. ໃນໂອກາດກ່າວປາຖະກະຖາ ພັນໂທ ໂສພາ ໂພໄຊຍະວົງ ໄດ້ ຍົກໃຫ້ເຫັນມູນເຊື້ອອັນພິລາດ ອາດຫານ ແລະ ທາດແທ້ຂອງ ກອງທັບປະຊາຊົນລາວ ໃນແຕ່ ລະໄລຍະທີ່ນັກຮົບຮຸ່ນກ່ອນ ໄດ້ ດຳເນີນການຕໍ່ສູ້ກູ້ຊາດຕ້ານກັບ ຈັກກະພັດຕ່າງດ້າວຜູ້ຮຸກຮານ ເຫັນໄດ້ການຕໍ່ສູ້ຢ່າງຍຶດເຍື້ອ ຍາວນານ ແລະ ໄຊຊະນະທີ່ກອງ ທັບປະຊາຊົນ ແລະ ປະຊາຊົນ ລາວ ບັນດາເຜົ່າຍາດມາໄດ້ຕະ ຫຼອດໄລຍະ 70 ປີ ຜ່ານມາ,ກອງ ທັບປະຊາຊົນລາວໄດ້ຮັບການ ສ້າງຕັ້ງຂຶ້ນ ໃນວັນທີ 20 ມັງ ກອນ 1949 ຢູ່ເຂດລາວຮຸ່ງພຽງ ສາ ເມືອງຊຽງຄໍ້ແຂວງ ຫົວພັນ ເຊິ່ງແມ່ນປະທານໄກສອນ ພົມວິ ຫານ ເປັນຜູ້ປະກາດສ້າງຕັ້ງຂຶ້ນ ແລະ ຊີ້ນຳ-ນໍາພາໂດຍກົງຮອບ ດ້ານ,ນັບແຕ່ມື້ສ້າງຕັ້ງຂຶ້ນກອງ ທັບເຮົາກໍໄດ້ຮັບພາລະອັນໜັກ ໜ່ວງຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດທັງເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫານະສົງຄາມ ແລະ ກຳລັງພົນເໜືອກວ່າ, ແຕ່ ກອງທັບເຮົາກໍໄດ້ຕໍ່ສູ້ຢ່າງອົງ ອາດກ້າຫານ,ຍອມເສຍສະຫຼະ ເລືອດເນື້ອເພື່ອປະເທດຊາດແລະ ເພື່ອປະຊາຊົນສາມາດຍາດໄດ້ ໄຊຊະນະເປັນກ້າວໆມາ ແລະ ເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການ ຊີ້ນຳ-ນໍາພາ ຂອງພັກປະຊາຊົນ ປະຕິວັດລາວ,ປົດປ່ອຍປະເທດ ຊາດຢ່າງສົມບູນ ແລະ ສະຖາປະ ນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຢ່າງເອກອ້າງ ທະນົງໃຈ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ, ນັບ ແຕ່ນັ້ນມາ ກອງທັບປະຊາຊົນ ລາວ ໄດ້ເຮັດໜ້າທີ່ເປັນກໍາລັງ ຫຼັກແຫ່ງ ໃນການປົກປັກຮັກສາ ປະເທດຊາດໃຫ້ມີຄວາມສະ ຫງົບ,ປອດໄພ ແລະ ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ ສ້າງເງື່ອນໄຂໃຫ້ປະເທດຊາດ ມີການພັດທະນາຢ່າງຮອບດ້ານ ນັບທັງຊີວິດການເປັນຢູ່ຂອງປະ ຊາຊົນ ນັບມື້ດີຂຶ້ນເປັນກ້າວໆມາ, ການປາຖະກະຖາ ດັ່ງກ່າວກໍ ເພື່ອເປັນການສຶກສາອົບຮົມ ໃຫ້ ພະນັກງານ-ລັດຖະກອນໄດ້ຮັບ ຮູ້ເຂົ້າໃຈ ແລະ ກໍາແໜ້ນເຖິງມູນ ເຊື້ອ,ການເຕີບໃຫຍ່ຂະຫຍາຍ ຕົວຂອງວັນສ້າງຕັ້ງກກອງທັບ ປະຊາຊົນລາວ ໃຫ້ກວ້າງຂວາງ ເລິກເຊິ່ງ, ເພື່ອພ້ອມກັນປຸກລະ ດົມ ແລະ ເສີມຂະຫຍາຍມູນເຊື້ອ ທາດແທ້ປະຕິວັດຂອງກອງທັບ ໃນການຕໍ່ສູ້ກູ້ຊາດເຂົ້າໃນການ ຈັດຕັ້ງປະຕິບັດມະຕິຂັ້ນຕ່າງໆ ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ ໃຫ້ປາກົດຜົນເປັນຈິງ.ຕັ້ງໜ້າ ປັບປຸງ,ຮັດແໜ້ນຄວາມສາມັກ ຄີປອງດອງພາຍໃຕ້ຮົມທຸງຂອງ ພັກ,ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຊີດຊູນ້ຳໃຈເພິ່ງຕົນເອງ,ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ເພື່ອນຳພາຕົນ ເອງ,ຄອບຄົວ ແລະ ປະເທດຊາດ ຫຼຸດພົ້ນອອກຈາກຄວາມທຸກ ຍາກເທື່ອລະກ້າວ. ການປາຖະກະຖາໃນຄັ້ງນີ້ ພັນ ໂທ ໂສພາ ໂພໄຊຍະວົງ ຍັງໄດ້ ເນັ້ນໜັກໃຫ້ພະນັກງານ-ລັດຖະ ກອນ ,ນັກຮຽນ-ນັກສຶກສາ ຈົ່ງ ພ້ອມກັນນຳເອົາເນື້ອໃນຈິດໃຈ ຂອງການປາຖະກະຖາຄັ້ງນີ້ ໄປ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ຂອງຕົນ,ຕັ້ງໜ້າເອົາໃຈໃສ່ສຶກ ສາຄົ້ນຄວ້າຮໍ່າຮຽນ ໃຫ້ກາຍ ເປັນຄູດີ-ສອນເກັ່ງ ແລະ ນັກ ຮຽນດີ-ຮຽນເກັ່ງ ເພື່ອກາຍເປັນ ຜູ້ສືບທອດໃນອະນາຄົດ ພ້ອມນີ້ ກໍປະກອບສ່ວນເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບນັ້ນ ກາຍເປັນຂອງທົ່ວ ປວງຊົນຮອບດ້ານ,ພ້ອມກັນປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃຫ້ຈະເລີນຮຸ່ງ ເຮືອງຍິ່ງໆຂຶ້ນ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ