ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 497 ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ
ເວລາອອກຂ່າວ: 2018-12-25 16:08:13 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ວັນທີ 15 ທັນວາ 2018 ນີ້, ກອງພັນໃຫຍ່ 497 ໄດ້ຈັດພິທີປະ ດັບຫລຽນກາລະນຶກ 70 ປີ ກອງ ທັບປະຊາຊົນລາວ ໃຫ້ນາຍ ແລະ ພົນທະຫານຢູ່ກົມກອງຂອງຕົນ ໂດຍການເປັນປະທານຂອງພັນ ເອກ ອຸດອນ ອ້ວນສັກດາ ເລຂາ ຄະນະພັກ ຫົວຫນ້າການທະຫານ ກອງພັນໃຫຍ່ 497 ມີຄະນະພັກ- ຄະນະບັນຊາ, ພະນັກງານ-ນັກ ຮົບເຂົ້າຮ່ວມ. ພັນໂທ ບຸນເນີຍ ສຸວັນຍາ ຫົວ ຫນ້າຂະແຫນງນະໂຍບາຍກອງ ພັນໃຫຍ່ 497 ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍການ ປະດັບຫລຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ ສະບັບ ເລກທີ 4198/ກປທ ແລະ ອີງ ຕາມຄຳແນະນຳຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍມາດ ຖານເງື່ອນໄຂການນຳໃຊ້ຫລຽນ ກາລະນຶກ 70 ປີ ສະບັບເລກທີ 5860/ກມທ ເພື່ອເປັນການຕອບ ສະໜອງຜົນງານຄຸນງາມຄວາມ ດີຂອງນາຍ ແລະ ພົນທະຫານຢູ່ ໃນກອງທັບປະຊາຊົນລາວ ທີ່ໄດ້ ອຸທິດຕົນປະກອບສ່ວນເຂົ້າໃນ ພາລະກິດຕໍ່ສູ້ປົດປ່ອຍຊາດຕະ ຫລອດໃນການປົກປັກຮັກສາພັດ ທະນາປະເທດຊາດ ໄລຍະທີ່ຜ່ານ ມາ ກະຊວງປ້ອງກັນປະເທດຕົກ ລົງປະດັບຫລຽນກາ ລະນຶກ 70 ປີ ກອງທັບປະຊາຊົນ ລາວໃຫ້ນາຍ ແລະ ພົນທະຫານ ກອງພັນໃຫຍ່ 497 ຈຳນວນ 362 ສະຫາຍ. ໂອກາດດັ່ງກ່າວພັນເອກ ອຸ ດອນ ອ້ວນສັກດາ ຫົວຫນ້າການ ທະຫານກໍໄດ້ໂອ້ລົມສະຫາຍໄດ້ ຍ້ອງຍໍຊົມເຊີຍຜົນງານດ້ານ ຕ່າງໆ ທີ່ບັນດານາຍ ແລະ ພົນທະ ຫານຈັດຕັ້ງປະຕິບັດຜ່ານມາຕະ ຫລອດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໂດຍສະເພາະສະຫາຍໄດ້ ເນັ້ນຫນັກໃຫ້ພະນັກງານ ນາຍ ແລະ ພົນທະຫານຈົ່ງຍົກສູງຄຸນ ທາດການເມືອງໃຫ້ຫນັກແຫນ້ນ ມີຄວາມຮັບຜິດຊອບສູງຕໍ່ຫນ້າ ທີ່ວຽກງານ ມີນຳ້ໃຈຮັກຊາດ ແລະ ພ້ອມກັນຕັ້ງຫນ້າຮ່ວມມື ເຂົ້າໃນການປົກປັກຮັກສາ ໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ ໃຫ້ມີ ຄວາມຈະເລີນຮຸ່ງເຮືອງຢ່າງບໍ່ ຢຸດຢັ້ງ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກອງ ພັນໃຫຍ່ 497 ໄດ້ລົງປາຖະກະ ຖາມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ ຢູ່ ກຸ່ມ 4 ບ້ານຕານປ່ຽວ ເມືອງທຸ ລະຄົມ ແຂວງວຽງຈັນ ໂດຍ ການປາຖະກະຖາຂອງພັນເອກ ບຸນເພັງ ແກ້ວວົງສາ ຫົວຫນ້າ ການເມືອງກອງພັນໃຫຍ່ 497, ມີເລຂາພັກບ້ານ, ນາຍບ້ານ-ແນວໂຮມອຳນາດການປົກຄອງ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງ ຢ່າງຫລວງຫລາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ