
ການນຳພັກ - ລັດວາງພວງມາລາ ແລະ ກະຕ່າດອກໄມ້ຕ້ອນຮັບວັນສ້າງຕັ້ງພັກ ຄົບຮອບ 66 ປີ
ເວລາອອກຂ່າວ: 2021-03-21 16:34:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 331 | ຄວາມນິຍົມ:
ໃນຕອນເຊົ້າ ວັນທີ 21 ມີ ນາ 2021ນີ້, ການນໍາພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ອະນຸ ສາວະລີນັກຮົບນິລະນາມ (ດາວ ແດງ) ແລະ ວາງກະຕ່າດອກໄມ້ຢູ່ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານເນື່ອງໃນໂອກາດວັນ ສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 66 ປີ ( 22 ມີນາ 1955-22 ມີນາ 2021).
ການວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້, ໄດ້ແບ່ງ ອອກເປັນ 6 ຄະນະຄື: ຄະນະທີ 1 ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນ ກາງພັກ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ ຄະ ນະທີ 2 ນໍາໂດຍ ສະຫາຍ ທອງ ລຸນ ສີສຸລິດ ກໍາມະການກົມການ ເມືອງສູນກາງພັກ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ; ຄະນະ ທີ 3 ນໍາໂດຍ ສະຫາຍ ນາງ ປາ ນີ ຢາທໍ່ຕູ້ ກໍາມະການກົມການ ເມືອງສູນກາງພັກ ປະທານສະ ພາແຫ່ງຊາດ; ຄະນະທີ 4 ນໍາ ໂດຍ ສະຫາຍ ໄຊສົມພອນ ພົມ ວິຫານ ກໍາມະການກົມການ ເມືອງສູນກາງພັກ ປະທານສູນ ກາງແນວລາວສ້າງຊາດມີສະຫະ ພັນນັກຮົບເກົ່າພ້ອມດ້ວຍ 3 ອົງ ການຈັດຕັ້ງມະຫາຊົນ ; ຄະນະ ທີ 5 ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງ ພັກ ລັດຖະມົນຕີກະຊວງປ້ອງກັນ ປະເທດ ຮ່ວມກັບ ສະຫາຍ ພົນ ໂທ ວິໄລ ຫຼ້າຄໍາຟອງ ກໍາມະການ ກົມການເມືອງສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ; ຄະນະທີ 6 ນໍາ ໂດຍ ສະຫາຍ ອານຸພາບ ຕຸນາລົມ ເລ ຂາທິການສູນກາງພັກ ຄະນະບໍ ລິຫານງານພັກ ປະທານສະພາ ນະຄອນຫຼວງວຽງຈັນ.
ການວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້, ເປັນ ການສະແດງເຖິງຄວາມເຄົາລົບ ຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍາ້ໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມ ຈໍານົນຂອງບັນພະບຸລຸດລາວກໍຄືບັນດານັກຮົບປະຕິວັດຂອງ ລາວທີ່ເສຍສະຫຼະຊີວິດ, ເລືອດ ເນື້ອເພື່ອພາລະກິດປະຕິວັດຢ່າງ ອົງອາດກ້າຫານພາຍໃຕ້ການຊີ້ ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດ ໄດ້ໄຊຊະນະ ແລະ ປະກາດເອກະ ລາດ, ສະຖາປະນາສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ 2 ທັນວາ ປີ 1975.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ