ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ມອບ - ຮັບໂຄງການກໍ່ສ້າງສຳນັກງານປ້ອງກັນທາງລົດໄຟ ລາວ - ຈີນ
ເວລາອອກຂ່າວ: 2021-03-23 08:36:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:



ໃນວັນທີ 19 ມີນາ 2021, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີມອບ-ຮັບໂຄງການ ກໍ່ສ້າງສຳນັກງານປ້ອງກັນທາງ ລົດໄຟ ລາວ-ຈີນ ຈຳນວນ 10 ຈຸດ ເຂດບ້ານບົວ ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງກົມ ໃຫຍ່ເສນາທິການກອງທັບ ເປັນ ເຈົ້າຂອງໂຄງການ ແລະ ບໍລິ ສັດລາຊາໂຊກຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໂດຍການ ເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ຫົວໜ້າຄະນະຊີ້ນຳຄຸ້ມຄອງໂຄງການກໍ່ສ້າງສຳນັກ ງານປ້ອງກັນທາງລົດໄຟລາວ-ຈີນ, ທ່ານ ເກດແກ້ວ ກຸນວົງ ປະ ທານບໍລສັດລາຊາໂຊກຈຳກັດ ໄດ້ລາຍງານຜົນສຳເລັດກ່ຽວກັບ ການຈັດຕັ້ງປະຕິບັດ ໂຄງການກໍ່ ສ້າງສຳນັກງານປ້ອງກັນທາງ ລົດໄຟລາວ-ຈີນ ຈຳນວນ 10 ຈຸດ ຢູ່ແຂວງວຽງຈັນ, ໂດຍປະຕິບັດ ຕາມການສັນຍາຮັບເໝົາກໍ່ສ້າງ ຂອງບໍລິສັດລາຊາໂຊກຈຳກັດຜູ້ ດຽວໃນນາມຜູ້ຮັບເໝົາກໍ່ສ້າງ ມາໄດ້ເລີ່ມກໍ່ສ້າງແຕ່ວັນທີ 15 ຕຸລາ 2020 ເຊິ່ງໄດ້ສ້າງສຳ ນັກງານປ້ອງກັນທາງລົດໄຟ ລາວ-ຈີນ ຈຳນວນ 10 ຈຸດແຕ່ ລະຈຸດປະກອບມີເຮືອນນອນໜຶ່ງ ຫຼັງ, ຫ້ອງສາງໜຶ່ງຫຼັງ ແລະ ຫ້ອງ ນໍ້າໜຶ່ງຫຼັງ, ເປັນອາຄານທີ່ກໍ່ດ້ວຍ ເບຕົງ, ມຸງກະເບື້ອທີ່ແໜ້ນໜາຖາ ວອນມີລະບົບໄປຟ້ານ້ຳບາດານ ຄົບຊຸດ ລວມມູນຄາທັງໝົດ 3 ຕື້ ກີບ. ໂດຍແມ່ນທຶນຂອງກະຊວງ ປ້ອງກັນປະເທດ 100% ມາເຖິງ ເດືອນ ມີນາ 2021 ໂຄງການ ດັ່ງກ່າວໄດ້ສຳເລັດ 100%. ໃນໂອກາດດັ່ງກ່າວໄດ້ມີການ ເຊັນສັນຍາມອບ-ຮັບໂຄງການ ລະຫ່ວາງຄະນະຊີ້ນຳຄຸ້ມຄອງ ໂຄງການກໍ່ສ້າງສຳນັກງານປ້ອງ ກັນທາງລົດໄຟລາວ-ຈີນ ແລະ ບໍລີສັດລາຊາໂຊກຈຳກັດຜູ້ດຽວ ໂດຍມອບໃຫ້ກອງບັນຊາການທະ ຫານແຂວງວຽງຈັນ ເປັນຜູ້ຄຸ້ມ ຄອງ ແລະ ນຳໃຊ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ