
ທະຫານແຂວງຫົວພັນ ມອບເງິນນະໂຍບາຍ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2021-03-24 08:48:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 772 | ຄວາມນິຍົມ:
ວັນທີ 19 ມີນາ 2021, ກອງບັນຊາການທະຫານແຂວງ ຫົວພັນ ໄດ້ມອບເງິນນະໂຍບາຍ ໃຫ້ຄອບຄົວພະນັກງານຜູ້ເສຍຊີ ວິດ ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພັນໂທ ທອງພັນ ພັດທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ຫົວພັນ, ມີພະແນກການທີ່ກ່ຽວ ຂ້ອງຕະຫຼອດຮອດຄອບຄົວພະ ນັກງານຜູ້ເສຍຊີວິດເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຈັນ ສອນ ຄັດລາສິນ ຫົວໜ້າພະແນກ ປະກັນສັງຄົມ ກອງບັນຊາການ ທະຫານແຂວງຫົວພັນ ໄດ້ຂຶ້ນ ຜ່ານໃບອະນຸມັດວ່າດວ້ຍການ ມອບເງິນນະໂຍບາຍຂອງອະດີດ ພະນັກງານບຳນານ ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງຫົວພັນ ໃຫ້ຄອບຄົວພະນັກງານຜູ້ ເສຍຊີວິດ ຈຳນວນ 2 ຄອບຄົວ, ພະແນກປະກັນສັງຄົມ ໄດ້ປະຕິ ບັດຕາມຫຼັກການຄິດໄລ່ອາຍຸ ການບໍານານຂອງພະນັກງານ ຜູ້ເສຍຊີວິດທັງສອງຄອບຄົວ ເປັນ ຈຳນວນເງິນທັງໝົດ 150.330.285 ກີບ.
ສະຫາຍ ພັນໂທ ທອງພັນ ພັດທະວົງ ໄດ້ໂອ້ລົມຊີ້ນຳຫຼາຍ ບັນຫາທີ່ສຳຄັນ ໂດຍໄດ້ສະແດງ ຄວາມອາໄລຮັກອັນສຸດຊື້ງ ຕໍ່ຜົນ ງານທີ່ພະນັກງານບຳນານຜູ້ ເສຍຊີວິດສ້າງໄວ້ໃຫ້ພະນັກງານ ຄົນຮຸ່ນໃໝ່ໄດ້ສືບທອດຈັດຕັ້ງ ປະຕິບັດຕໍ່ໄປພ້ອມທັງຍົກໃຫ້ ເຫັນເຖິງການຈັດຕັ້ງປະຕິບັດ ນະໂຍບາຍຂອງພັກ-ລັດຂັ້ນ ເທິງທີ່ເຫັນໄດ້ຄຸນງາມຄວາມ ດີຂອງພະນັກງານບຳນານຜູ້ ເສຍຊີວິດ ທີ່ໄດ້ປະກອບສ່ວນ ສຸມທຸກສະຕິປັນຍາເຂົ້າໃນການ ປະຕິບັດໜ້າທີ່ວຽກງານພາຍ ໃນກົມກອງໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ນຳເອົາເງິນ ຈຳນວນດັ່ງກ່າວໄປໝູນໃຊ້ເຂົ້າ ໃນຊີວິດປະຈຳວັນຂອງຄອບ ຄົວໃຫ້ຖືກຕ້ອງ, ສອດຄ່ອງ, ເໝາະສົມ ແລະ ເກີດຜົນປະ ໂຫຍດຢ່າງສູງສຸດ.
ໂດຍ: ໄຜ່ຄຳ ແກ້ວສອນພຽນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ