ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ມອບ - ຮັບໂຄງການກໍ່ສ້າງສູນເຝີກລົດຕັງ - ຍານເກາະ 620 ໄລຍະທີ 1
ເວລາອອກຂ່າວ: 2021-03-24 08:53:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ:



ພິທີ ມອບ-ຮັບໂຄງການກໍ່ສ້າງ ສູນເຝິກລົດຕັງ-ຍານເກາະ 620 ໄດ້ຈັດຂຶ້ນໃນວັນທີ 22 ມີນາ 2021 ນີ້, ທີ່ສູນເຝິກລົດຕັງ-ຍານ ເກາະ 620 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າກົມ ລົດຕັງ-ຍານເກາະ ກົມໃຫຍ່ເສນາ ທິການກອງທັບ , ມີ ທ່ານ ຄໍາລຽງ ຮັບໄຊທອງ ຮອງປະທານບໍລິສັດ ວີເອສວີ (VSV) ກໍ່ສ້າງຈໍາກັດ, ມີຄະນະພັກ-ຄະນະບັນຊາ ຕະ ຫຼອດຮອດພະນັກງານຫຼັກແຫຼ່ງ ສູນເຝິກ ລົດຕັງ-ຍານເກາະ 620 ເຂົ້າຮ່ວມ . ໃນພິທີໄດ້ມີການລາຍງານ ກ່ຽວກັບ ໂຄງການກໍ່ສ້າງສູນເຝິກ ລົດຕັງ-ຍານເກາະ 620 ເຊິ່ງໄລ ຍະທີ 1 ໄດ້ສໍາເລັດການກໍ່ສ້າງອາ ຄານຮຽນ 2 ຊັ້ນເຊິ່ງແມ່ນບໍລິສັດ ວີເອສວີ ເປັນຜູ້ຮັບເໝົາກໍ່ສ້າງແຕ່ ພຽງຜູ້ດຽວ ໂດຍໂຄງການກໍ່ສ້າງ ສູນເຝິກລົດຕັງ-ຍານເກາະ 620 ແມ່ນມີມູນຄ່າລວມທັງໝົດ 24.788.901. 000 ກີບ ເຊິ່ງ ໄລຍະຕໍ່ໄປບໍລິສັດຜູ້ຮັບເໝົາຈະ ສືບຕໍ່ກໍ່ສ້າງ ບັນດາອາຄານຫ້ອງ ຮຽນ, ຫ້ອງການໃຫ້ສຳເລັດຕາມ ແຜນການສັນຍາ ໃນ ປີ 2022. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກ ມອບ-ຮັບອາຄານຫ້ອງຮຽນ 2 ຊັ້ນລະຫວ່າງຄະນະສູນເຝິກລົດ ຕັງ-ຍານເກາະ 620 ແລະ ບໍລິ ສັດ ວີເອສວີ ກໍ່ສ້າງຈຳກັດ ໂດຍມີ ພະນັກງານຫຼັກແຫຼ່ງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ບົວວັນ ບຸດທະຈັນໂທ ໄດ້ສະ ແດງຄວາມຊົມເຊີຍຕໍ່ຄະນະພັກ-ຄະ ນະບັນຊາສູນເຝິກລົດຕັງ-ຍານເກາະ 620 ແລະ ບໍລິສັດວີ ເອສວີ ກໍ່ສ້າງຈໍາກັດ ທີ່ໄດ້ເອົາໃຈ ໃສ່ໃນວຽກງານ ການກໍ່ສ້າງ ແລະ ໄດ້ສຳເລັດໃນໄລຍະທີ 1 ເຊິ່ງອາ ຄານຮຽນແຫ່ງນີ້ແມ່ນມີຄວາມ ສໍາຄັນ ໃນການເຝິກແອບຮໍ່າຮຽນ ວຽກງານວິຊາສະເພາະ ເວົ້າ ລວມ, ເວົ້າສະເພາະ ເປັນສະຖານ ທີ່ ເຝິກແອບຮໍ່າຮຽນລົດຕັງ-ຍານເກາະ ໃນພາກທິດສະດີ ແລະ ພາກຕົວຈິງ ໃຫ້ມີຄວາມຊໍາ ນິຊໍານານ ແນໃສ່ກໍ່ສ້າງພະນັກ ງານ-ນັກຮົບ ລົດຕັງ-ຍານເກາະ ໃຫ້ມີຄຸນນະພາບສູງຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ