ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບວຽກງານການເຄື່ອນໄຫວຂອງຄະນະຊ່ຽວຊານໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2021-03-26 08:44:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 278 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ການເຄື່ອນໄຫວຂອງຄະນະຊ່ຽວ ຊານໂຮງໝໍຊີຈິງ ກອງທັບປົດ ປ່ອຍປະຊາຊົນຈີນ ທີ່ມາເຮັດ ວຽກຢູູ່ໂຮງໝໍສູນກາງ 103 ກອງ ທັບ ໄດ້ຈັດຂຶ້ນກາງເດືອນມີນາ 2021. ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄຳ ເພັດ ສີຊານົນ ກຳມະການຄະນະ ປະຈຳພັກກະຊວງປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ, ມີສະຫາຍ ພັນເອກ ຫຼີປິງ ທີ່ປຶກສາທູດປ້ອງ ກັນຊາດ ສປ ຈີນ ປະຈຳລາວ, ມີ ຄະນະພັກ-ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ, ມີ ບັນດາສະຫາຍຊ່ຽວຊານ ສປ ຈີນ ພ້ອມດ້ວຍພະນັກງານແພດໝໍ ເຂົ້າຮ່ວມ. ໃນພິທີ ສະຫາຍ ຮສຈ ດຣ ຫຼີວ ເສຍຕົງ ຫົວໜ້າຄະນະຊ່ຽວ ຊານ ສປ ຈີນຊຸດທີ່ IV ໄດ້ຂຶ້ນຜ່ານບົດ ລາຍງານການເຄື່ອນໄຫວວຽກ ງານຂອງຄະນະຊ່ຽວຊານຜ່ານ ໄລຍະ 6 ເດືອນ. ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຜົນງານອັນພົ້ນ ເດັ່ນທີ່ຍາດມາໄດ້, ການສູ້ຊົນຜ່ານ ຜ່າຄວາມຫຍຸ້ງຍາກນາໆປະການ ໃນການເຮັດວຽກງານຂອງຄະ ນະຊ່ຽວຊານ, ເຊິ່ງພວກເຮົາກໍ ຮັບຮູ້ນຳກັນແລ້ວວ່າມັນແມ່ນ ຊ່ວງວິກິດຂອງການລະບາດພະ ຍາດອັກເສບຮຸນແຮງຈາກເຊື້ອ ຈຸລະໂລກສາຍພັນໃໝ່ ຫຼື ເອີ້ນວ່າ ໂຄວິດ-19. ທ່ານໄດ້ກ່າວສະແດງ ຄວາມຂອບໃຈຕໍ່ອົງການຈັດຕັ້ງ ຂອງຝ່າຍລາວເຊັ່ນ: ກົມພົວພັນ ຕ່າງປະເທດ, ກົມເສນາຮັກ, ຄະ ນະອຳນວຍການໂຮງໝໍສູນກາງ 103 ກອງທັບ ຕະຫຼອດຮອດພະ ແນກການທີ່ກ່ຽວຂ້ອງຂອງໂຮງ ໝໍທີ່ໄດ້ສ້າງເງື່ອນໄຂເອື້ອອຳ ນວຍຄວາມສະດວກໃຫ້ຄະນະ ຊ່ຽວຊານໄດ້ເຮັດວຽກ ແລະ ມີ ຜົນສຳເລັດເປັນຢ່າງດີ. ຈາກນັ້ນ, ບັນດາສະຫາຍຜູ້ ຕາງໜ້າຫ້ອງການ, ຜູ້ຕາງໜ້າ ພະແນກການ ກໍໄດ້ຂຶ້ນປະກອບ ຄວາມເຫັນຍ້ອງຍໍສັນລະເສີນ ຂອງ ຄະນະຊ່ຽວຊານໂຮງໝໍຊີຈິງ ມະຫາວິທະຍາໄລການແພດທະ ຫານອາກາດ, ກອງທັບປົດປ່ອຍ ປະຊາຊົນຈີນຊຸດທີ IV ເປັນພິເສດ. ເຊິ່ງອັນພົ້ນເດັ່ນໃນນັ້ນແມ່ນຊ່ວຍອົບຮົມຖ່າຍທອດເທັກໂນໂລຢີໃນການຜ່າຕັດ ຄັ້ງທຳອິດໃຫ້ລາວ ແມ່ນຜ່າຕັດມະເຮັງຕັບ, ຜ່າຕັດ ກ້ອນເບົ້າຕ່ອມເທິງໄຂ່ຫຼັງສົມທົບ ປາດຍົກຕັບປ່ຽງຂວາເປັນຄັ້ງ ທຳອິດໃນລາວໄດ້ສຳເລັດຜົນ. ເຊິ່ງເປັນເທັກນິກອັນໃໝ່ອ່ຽມ ສຳລັບໂຮງໝໍສູນກາງ 103 ກໍຄື ສປປ ລາວ ກໍອາດວ່າໄດ້ຜົນ ງານອັນພົ້ນເດັ່ນອີກຢ່າງໜຶ່ງກໍ ຄືການຜ່າຕັດກ້ອນເບົ້າແອສັນ ຫຼັງແອວຂະໜາດໃຫຍ່ໃຫ້ແກ່ລູກ ລານຂອງນັກຮົບປະຕິວັດລາວ ລຸ້ນເກົ່າ ນອກຈາກນີ້, ຍັງໄດ້ຮັບ ຄຳຍ້ອງຍໍຕີລາຄາສູງຈາກພັນ ລະຍາ ທ່ານເລຂາທິການໃຫຍ່ ທ່ານ ທອງລຸນ ສີສຸລິດ ເຊິ່ງຜົນ ງານດັ່ງກ່າວ, ຫຼາຍຄວາມເຫັນ ກໍລ້ວນແຕ່ຍ້ອງຍໍສັນລະເສີນຜົນ ງານ ແລະ ນ້ຳໃຈສາກົນກຳມະ ຊີບ, ຄວາມເສຍສະຫຼະຂອງຄະ ນະຊ່ຽວຊານໂຮງໝໍຊີຈິງ ມະ ຫາວິທະຍາໄລການແພດທະຫານ ອາກາດ, ກອງທັບປົດປ່ອຍປະ ຊາຊົນຈີນຊຸດທີ 4 ທີ່ໄດ້ມາເຮັດ ວຽກຢູ່ໂຮງໝໍສູນກາງ 103 ກອງທັບເປັນເວລາ 6 ເດືອນ. ນີ້ ເປັນການປະກອບສ່ວນເຂົ້າໃນ ການພັດທະນາວິຊາການ ແລະ ເຕັກນິກທີ່ກ້າວໜ້າໃຫ້ແກ່ພະນັກ ງານແພດໝໍຂອງໂຮງໝໍສູນ ກາງ 103 ກອງທັບ. ເປັນການ ສ້າງບົດບາດ ແລະ ສ້າງຄວາມ ເຊື່ອໝັ້ນ, ຄວາມໄວ້ວາງໃຈຂອງ ນາຍ ແລະ ພົນທະຫານ, ການນຳ ຂັ້ນສູງພາຍໃນ ແລະ ນອກກອງ ທັບກໍຄືພໍ່ແມ່ປະຊາຊົນທີ່ມາກວດ ພະຍາດ ແລະ ໃຊ້ບໍລິການ. ໂອກາດນີ້, ສະຫາຍ ພັນເອກ ສຸລິພັນ ເພັດຈັນທະລາ ຫົວໜ້າ ການທະຫານໂຮງໝໍສູນກາງ 103 ກອງ ທັບ, ກໍໄດ້ຕີລາຄາສູງ ຕໍ່ນ້ໍາໃຈເສຍສະຫຼະ ແລະ ສັນລະ ເສີນຜົນງານອັນພົ້ນເດັ່ນຂອງຄະ ນະຊ່ຽວຊານ ສປ ຈີນ ຊຸດທີ IV ແລະ ໄດ້ຍົກໃຫ້ເຫັນຜົນງານການ ຖ່າຍ ທອດບົດຮຽນອັນລ້ຳຄ່າ ຂອງຄະນະຊ່ຽວຊານເວົ້າລວມ, ເວົ້າສະເພາະໃນຂົງເຂດຜ່າຕັດ ກ້ອນ, ມະເຮັງຕັບ, ຜ່າຕັດກ້ອນ ເບົ້າຕ່ອມເທິງໄຂ່ຫຼັງສົມທົບປາດ ຍົກຕັບປ່ຽງຂວາເປັນກໍລະນີທີ່ ຍາກ ແລະ ເປັນຄັ້ງທຳອິດໃນ ສປປ ລາວ ໄດ້ສຳເລັດຜົນ. ພ້ອມນັ້ນ, ສະຫາຍ ພັນເອກ ຫຼິປິງ ທີ່ປຶກສາ ທູດປ້ອງກັນຊາດ ສປ ຈີນ ກໍໄດ້ ຕີລາຄາສູງຕໍ່ຜົນງານຂອງຄະ ນະຊ່ຽວຊານທີ່ຍາດມາໄດ້ດັ່ງ ທີ່ກ່າວມາຂ້າງເທິງ, ພ້ອມນັ້ນກໍ ຕີລາຄາສູງຕໍ່ການເອົາໃຈໃສ່ ຫວ່ງໃຍການເອື້ອອຳນວຍຄວາມ ສະດວກຂອງຝ່າຍລາວ, ຕະຫຼອດ ເຖິງການຈັດພິທີສະຫຼຸບຜົນງານ ອັນມີກຽດໃຫ້ແກ່ຄະນະຊ່ຽວ ຊານ. ຕອນທ້າຍພິທີກໍໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊ່ຽວຊານໂຮງໝໍຊີຈິງ ມະຫາວິທະຍາໄລ ການແພດທະຫານອາກາດ, ກອງ ທັບປົດປ່ອຍປະຊາຊົນຈີນ ຊຸດ ທີ IV, ລວມມີໃບຍ້ອງຍໍຂັ້ນອຳ ນວຍການໂຮງໝໍ ສູນກາງ 103 ກອງທັບ ແລະ ຫຼຽນກາມິດຕະ ພາບຂອງກະຊວງປ້ອງກັນປະ ເທດໃຫ້ແກ່ 11 ສະຫາຍຢ່າງ ສົມກຽດ. ໂດຍ: ສົມຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ