ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ສ່ອງແສງວຽກງານຮອບດ້ານປະຈຳເດືອນ 3
ເວລາອອກຂ່າວ: 2021-03-27 09:52:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2103 | ຄວາມນິຍົມ:



v ກອງປະຊຸມສ່ອງແສງວຽກ ງານຮອບດ້ານປະຈຳເດືອນ 3 ປີ 2021 ທົ່ວກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນ ວັນທີ 25 ມີນາ 2021 ນີ້, ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະກອງບັນ ຊາການ, ຄະນະຫ້ອງ, ຕະຫຼອດ ຮອດບັນດາພະແນກການຈາກ ອົງການ 5 ຫ້ອງ ພ້ອມດ້ວຍຄະນະ ບັນຊາຈາກກົມກອງອ້ອມຂ້າງທີ່ຂຶ້ນກັບເຂົ້າຮ່ວມ. ໂອກາດນີ້, ຄະນະບັນຊາແຕ່ ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບວຽກງານ ຮອບດ້ານທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະ 01 ເດືອນຜ່ານມາ ເປັນ ຕົ້ນແມ່ນແຕ່ລະກົມກອງໄດ້ພ້ອມກັນຖືເອົາວຽກງານການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດພະນັກງານ-ນັກຮົບ ພາຍໃນ ກົມກອງເປັນກົກໂດຍນຳເອົາບັນ ດາເອກະສານມູນເຊື້ອຕ່າງໆ ຂອງຊາດ, ຂອງພັກ, ຂອງກອງ ທັບ ລົງເຜີຍແຜ່ໃຫ້ບັນດາພະນັກ ງານ-ນັກຮົບພາຍໃນກົມກອງ ຂອງຕົນໄດ້ຮັບຮູ້ເຊື່ອມຊຶມກຳ ແໜ້ນຢ່າງເລິກເຊິ່ງ, ພ້ອມກັນ ນັ້ນກໍຍັງໄດ້ຫັນເອົາກຳລັງຂອງ ຕົນລົງກໍ່ສ້າງຮາກຖານການ ເມືອງຢູ່ໃນຂອບເຂດຮັບຜິດຊອບ ຢ່າງເປັນປົກກະຕິ ເພື່ອຕິດຕາມ ກວດກາສະພາບ ແລະ ແກ້ໄຂປະ ກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ ມີຄວາມສະຫງົບປອດໄພ, ເອົາໃຈ ໃສ່ອົບຮົມ-ຫັດແອບທາງດ້ານ ສິນລະປະຍຸດ-ຍຸດທະວິທີເພື່ອ ສ້າງຄວາມຊຳນິຊຳນານໃຫ້ແກ່ ພະນັກງານ-ນັກຮົບຂອງຕົນ ເພື່ອ ຮັບປະກັນມີຄວາມຄ່ອງແຄ້ວ ໃນການປະຕິບັດໜ້າທີ່ ແລະ ສາ ມາດສູ້ຮົບໃນຍາມທີ່ມີປະກົດ ການເກີດຂຶ້ນໄດ້ທຸກເມື່ອ, ພ້ອມ ກັນນັ້ນ ກໍຍັງໄດ້ສ້າງເງື່ອນໄຂ ຊອກຫາແຫຼ່ງລາຍຮັບ ໂດຍສຸມ ໃສ່ການປູກ, ການລ້ຽງ ແລະ ການ ບໍລິການຕ່າງໆ ຕາມທ່າແຮງບົ່ມ ຊ້ອນຂອງກົມກອງ ເພື່ອສ້າງ ເສດຖະກິດແກ້ໄຂຊີວິດການເປັນ ຢູ່ຂອງບັນດາອ້າຍນ້ອງພະນັກ ງານ-ນັກຮົບຂອງຕົນ ໃຫ້ນັບມື້ດີ ຂຶ້ນເທື່ອລະກ້າວ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ