ປະກາດການແຕ່ງຕັ້ງຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກກວດສອບບັນຊີ ຫ້ອງການກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2021-03-27 10:04:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3767 | ຄວາມນິຍົມ: ![]()
ພິທີປະກາດການແຕ່ງຕັ້ງຫົວ
ໜ້າພະແນກ ແລະ ຮອງຫົວໜ້າ ພະແນກກວດສອບບັນຊີ ຫ້ອງ
ການກົມໃຫຍ່ພະລາທິການກອງ ທັບ ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2021, ໂດຍການເປັນປະທານ
ຂອງ ສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ຮອງຫົວໜ້າ
ກົມໃຫຍ່ພະລາທິການກອງທັບ,
ມີຄະນະຫ້ອງການກົມໃຫຍ່, ພະ
ແນກການກ່ຽວຂ້ອງພ້ອມດ້ວຍ
ພະນັກງານຫຼັກແຫຼ່ງພາຍໃນ ຫ້ອງການກົມໃຫຍ່ພະລາທິການ ກອງທັບເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸດາ ວໍລິ ສິງ ຫົວໜ້າພະແນກພະນັກງານ ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ວ່າພິທີປະກາດການແຕ່ງຕັ້ງຫົວ
ໜ້າພະແນກ ແລະ ຮອງຫົວໜ້າ ພະແນກກວດສອບບັນຊີ ຫ້ອງ
ການກົມໃຫຍ່ພະລາທິການກອງ ທັບ ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2021, ໂດຍການເປັນປະທານ
ຂອງ ສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ຮອງຫົວໜ້າ
ກົມໃຫຍ່ພະລາທິການກອງທັບ,
ມີຄະນະຫ້ອງການກົມໃຫຍ່, ພະ
ແນກການກ່ຽວຂ້ອງພ້ອມດ້ວຍ
ພະນັກງານຫຼັກແຫຼ່ງພາຍໃນ ຫ້ອງການກົມໃຫຍ່ພະລາທິການ ກອງທັບເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸດາ ວໍລິ ສິງ ຫົວໜ້າພະແນກພະນັກງານ ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກ ການຂອງຫ້ອງການກົມໃຫຍ່ພະ ລາທິການກອງທັບ, ອີງຕາມກົດ ໝາຍນາຍທະຫານກອງທັບປະ ຊາຊົນລາວ ວ່າດ້ວຍການແຕ່ງ ຕັ້ງ ແລະ ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການ ປັບປຸງບູລະນະກົງຈັກການຈັດ ຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ ແລະ ໜັກແໜ້ນຮອບດ້ານ, ເພື່ອເຮັດ ສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ດັ່ງນັ້ນກົມໃຫຍ່ການເມືອງກອງ ທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວິໄຊ ວົງໄຊ ເປັນຫົວ ໜ້າພະແນກກວດສອບບັນຊີ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ສີ ພອນ ສີເວີນໄຊ ເປັນຮອງຫົວ ໜ້າພະແນກກວດສອບບັນຊີ ຂອງຫ້ອງການກົມໃຫຍ່ພະລາທິ ການກອງທັບ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຄຳແດງ ແພງວິໄລ ໄດ້ ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ ຮັບໜ້າທີ່ໃໝ່ຈົ່ງຍົກສູງນ້ຳໃຈ ຄວາມຮັບຜິດໜ້າທີ່ການເມືອງ ຂອງຕົນ, ທີ່ໄດ້ຮັບມອບໝາຍ ໃຫ້ສູງເດັ່ນ, ຕັ້ງໜ້າເຝິກຝົນຫຼໍ່ ຫຼອມຕົນເອງຮອບດ້ານ, ສ້າງ ແບບແຜນວິທີເຮັດວຽກລັກສະ ນະວິທະຍາສາດ, ມີຄວາມໂປ່ງ ໃສ, ລວມສູນປະຊາທິປະໄຕ, ນຳ ພາເປັນໝູ່ຄະນະ, ແບ່ງງານ ບຸກຄົນຮັບຜິດຊອບ, ຖືສຳຄັນ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດຕິດພັນ ກັບວຽກງານວິຊາສະເພາະ ໄປ ພ້ອມກັນກັບເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ເພື່ອເຮັດໃຫ້ກົມ ກອງມີການພັດທະນາຢ່າງຕັ້ງ ໜ້າ ແລະ ເປັນກົມກອງທີ່ມີແບບ ແຜນທັນສະໄໝ, ມີໃບໜ້າອັນ ໃໝ່ຂຶ້ນເທື່ອລະກ້າວ.
ໂດຍ: ຄຳໄພວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















