ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ປະກາດການເລື່ອນຊັ້ນນາຍທະຫານ ຈາກຊັ້ນພັນຕີຂື້ນຊັ້ນພັນໂທ ທົ່ວກອງທັບ
ເວລາອອກຂ່າວ: 2021-03-27 10:13:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 722 | ຄວາມນິຍົມ:



ພິທີປະກາດເລືື່ອນຊັ້ນນາຍ ທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນ ໂທທົ່ວກອງທັບ ຈຳນວນ 343 ສະຫາຍໄດ້ຈັດຂຶ້ນ ໃນວັນທີ 26 ມີນາ 2021 ນີ້, ໂດຍການເປັນປະ ທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການ ສູນກາງພັກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາ ຄະນະກົມ, ຫ້ອງການ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກ ກະຊວງ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດວ່າດ້ວຍການ ເລື່ອນຊັ້ນນາຍທະຫານຊັ້ນພັນ ຕີຂຶ້ນຊັ້ນພັນໂທຂອງບັນດາກົມກອງກຳລັງຫຼວງ ແລະ ທ້ອງຖິ່ນ ໂດຍອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ວ່າ ດ້ວຍການເລື່ອນຊັ້ນນາຍ ທະຫານ ຕົກລົງເລື່ອນຊັ້ນໃຫ້ນາຍທະຫານ ຈາກຊັ້ນພັນຕີຂຶ້ນຊັ້ນພັນໂທໃນ ທົ່ວກອງທັບ ຈຳນວນ 343 ສະ ຫາຍ. ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ ລົມຫຼາຍບັນຫາສຳຄັນຕໍ່ນາຍທະ ຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ ນາຍທະຫານແຕ່ລະສະຫາຍສືບ ຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງ ຮອບດ້ານ, ພ້ອມກັນຍົກສູງຄວາມ ຮັບຜິດຊອບໜ້າທີ່ການເມືອງ ຂອງຕົນຢ່າງເປັນເຈົ້າການ, ເປັນ ຫຼັກແຫຼ່ງໃນການເຕົ້າໂຮມຄວາມ ສາມັກຄີພາຍໃນໃຫ້ໜັກແໜ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີ ເຮັດວຽກບົນພື້ນຖານຕ້ອງປະ ຕິບັດຕາມຫຼັກການລວມສູນປະ ຊາທິປະໄຕເຮັດວຽກເປັນຫມູ່ຄະ ນະ, ເພື່ອພ້ອມກັນປັບປຸງກໍ່ສ້າງ ກົມກອງຂອງຕົນເອງ ກໍຄືສ້າງ ກອງທັບໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ