ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ປະກາດການແຕ່ງຕັ້ງຂັັ້ນຫົວໜ້າພະແນກ ແລະ ຂະແໜງການ ຢູ່ໂຮງງານຕັດຫຍິບເລກ 1 ກອງທັບ
ເວລາອອກຂ່າວ: 2021-03-30 12:59:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງຫົວ ໜ້າພະແນກ, ຮອງຫົວໜ້າພະ ແນກ ແລະ ຂະແໜງການຂອງ ໂຮງງານຕັດຫຍິບ ເລກ 1 ກອງທັບ ໃນ ວັນທີ 25 ມີນາ 2021 ນີ້, ໂດຍ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ບຸນແຍງ ວິໄລສົມ ກຳ ມະການຄະນະພັກອົງການກົມ ໃຫຍ່ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ ກອງທັບ, ມີຄະນະພັກ, ຄະນະບັນ ຊາ, ພະແນການກ່ຽວຂ້ອງ ພ້ອມ ດ້ວຍພະນັກງານຫຼັກແຫຼ່ງພາຍໃນໂຮງງານຕັດຫຍິບກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ສີສຸດາ ວໍລິສິງ ຫົວໜ້າພະແນກພະນັກ ງານກົມໃຫຍ່ພະລາທິການກອງ ທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ, ອີງ ຕາມກົດໝາຍນາຍທະຫານ (ສະ ບັບປັບປຸງ) ພາກທີ 2 ມວດ ທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງ ຕັ້ງ, ຍົກຍ້າຍນາຍທະຫານ, ອີງ ຕາມທິດທາງກ່ຽວກັບການປັບ ປຸງບູລະນະກົງຈັກການຈັດ ຕັ້ງນຳ ພາ-ບັນຊາໃນກຳລັງປະກອບອາ ວຸດໃຫ້ເຂັ້ມແຂງ,ໜັກແໜ້ນຮອບ ດ້ານເພື່ອເຮັດສຳເລັດໜ້າທີ່ປົກ ປັກຮັກສາ ແລະ ພັດທະນາປະ ເທດຊາດ. ກົມໃຫຍ່ການເມືອງ ກອງທັບ ຕົກລົງແຕ່ງຕັ້ງບັນ ດາຫົວໜ້າພະແນກ ແລະ ຮອງ ຫົວໜ້າພະແນກການຄື: ສະຫາຍ ພັນໂທ ທອງພອນ ນາມມະວົງ ເປັນຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ບຸນຕ້ອນ ອຸທະວົງ ເປັນຫົວໜ້າພະແນກ ແຜນການ-ສັງລວມ, ສະຫາຍ ພັນໂທ ສີນວນ ນະຊຽງຄຳ ເປັນ ຫົວໜ້າພະແນກພະລາທິການ, ສະຫາຍ ພັນໂທ ຄຳປຸ່ນ ສີທະນົງ ສັກ ເປັນຫົວໜ້າພະແນກເຕັກນິກ-ອອກແບບ, ສະຫາຍພັນໂທ ນາງ ຂັນທິລາວັນ ຈັນທະວົງ ເປັນຮອງ ຫົວໜ້າພະແນກແຜນການ-ສັງ ລວມ, ສະຫາຍ ພັນຕີ ນາງ ດວງ ພາວັນ ສັນຍາພອນ ເປັນຮອງພະ ແນກການເມືອງ, ສະຫາຍ ພັນຕີ ຄຳອ່ອນ ຕ່ອມມະນີ ເປັນຮອງພະ ແນກພະລາທິການ ແລະ ສະຫາຍ ພັນຕີ ສົມຈິດ ທຳມະສອນ ເປັນ ຮອງຫົວໜ້າພະແນກເຕັກນິກ-ອອກແບບ. ພ້ອມນີ້ ກໍໄດ້ປະກາດ ແຕ່ງຕັ້ງບາງຫົວໜ້າຂະແໜງ ການວິຊາການ ກອງຕັດຫຍິບທີ 1 ແລະ ກອງຕັດຫຍິບທີ 2 ຂອງ ໂຮງງານຕັດຫຍິບກອງທັບຈຳ ນວນໜຶ່ງອີກດ້ວຍ. ໂອກາດນີ້ ສະຫາຍ ພົນຈັດຕະວາ ບຸນແຍງ ວິໄລສົມ ກໍໄດ້ໃຫ້ກຽດ ໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີນຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານ, ພ້ອມທັງ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຄັ້ງນີ້ຈົ່ງຍົກສູງ ນ້ຳໃຈຄວາມຮັບຜິດຊອບໜ້າທີ່ ການເມືອງຂອງຕົນ, ທີ່ໄດ້ຮັບມອບໝາຍໃຫ້ສູງເດັ່ນ,ຕັ້ງໜ້າ ເຝີກຝົນຫຼໍ່ຫຼອມຕົນເອງທາງດ້ານ ຄວາມຮູ້, ຄວາມສາມາດ, ແບບ ແຜນວິທີເຮັດວຽກທີ່ທັນສະໄໝ, ລວມສູນປະຊາທິປະໄຕ, ນຳພາ ເປັນໝູ່ຄະນະ, ແບ່ງງານບຸກຄົນ ຮັບຜິດຊອບ, ເພີ່ມທະວີຄວາມສາ ມັກຄີພາຍໃນໃຫ້ແໜ້ນແຟ້ນ, ເຂັ້ມ ແຂງ, ໜັກແໜ້ນທາງດ້ານການ ເມືອງນຳພາແນວຄິດ, ຕິດພັນ ແໜ້ນກັບໜ້າທີ່ວິຊາສະເພາະ, ໜ້າທີ່ການເມືອງຂອງກົມກອງ ໃຫ້ມີຜົນສຳເລັດ, ເພື່ອພ້ອມກັນ ພັດທະນາກົມກອງກໍຄືການຜະ ລິດເຄື່ອງນຸ່ງຫົ່ມປະເພດຕ່າງໆ ໃຫ້ກອງທັບ ແລະ ສັງຄົມ ໄດ້ທັງ ປະລິມານ ແລະ ຄຸນນະພາບ ສູງ, ທັງບັນລຸໄດ້ຕາມລະດັບຄາດ ໝາຍທີ່ວາງໄວ້ ແລະ ພ້ອມທັງປັບ ປຸງກໍ່ສ້າງ ກົມກອງທີ່ມີແບບແຜນ ທັນສະໄໝ, ມີໃບໜ້າອັນໃໝ່ຂຶ້ນ ເທື່ອລະກ້າວ. ໂດຍ: ພັນຕີ ຄຳໄພວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ