ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສອງກົມເສນາຮັກ ກອງທັບປະຊາຊົນລາວ - ຫວຽດນາມ ຮ່ວມໂຄງການກວດກາ ສຸຂະພາບໃຫ້ປະຊາຊົນ ຢູ່ເຂດທີ່ໝັ້ນການປະຕິວັດ
ເວລາອອກຂ່າວ: 2018-12-26 09:56:00 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 349218960 | ຄວາມນິຍົມ:



ວັນທີ 24 ທັນວາ 2018 ນີ້, ສອງກົມເສນາຮັກກົມໃຫຍ່ພະ ລາທິການກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມໄດ້ຮ່ວມໂຄງການ ກວດກາສຸຂະພາບໃຫ້ປະຊາຊົນ ຢູ່ເຂດທີ່ໝັ້ນພື້ນຖານການປະຕິ ວັດທີ່ເມືອງຊຽງຄໍ້ ແຂວງຫົວພັນ ເພື່ອສ້າງຂະບວນການສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນຫວຽດນາມ ຄົບຮອບ 74 ປີ ( 22 ທັນວາ 1944-22 ທັນ ວາ 2018 ) ແລະ ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2018 ) ໂດຍການເຂົ້າ ຮ່ວມຂອງສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ກຳມະການ ຄະນະປະຈຳພັກ ອົງການກົມ ໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາ ທິການກອງທັບປະຊາຊົນລາວ ແລະ ສະຫາຍ ພົນຈັດຕະວາ ຫວູ ບາ ຈຸງ ຮອງຫົວໜ້າການເມືອງ ກົມໃຫຍ່ພະລາທິການກອງທັບ ປະຊາຊົນຫວຽດນາມ, ມີຫົວໜ້າ ກົມເສນາຮັກ ກົມໃຫຍ່ພະລາທິ ການກອງທັບ ລາວ-ຫວຽດນາມ, ມີການນຳເມືອງຊຽງຄໍ້, ອຳນາດ ການປົກຄອງບ້ານ, ກຸ່ມບ້ານ, ວິ ຊາການ, ພະນັກງານແພດໝໍ ທັງ ສອງຝ່າຍ ຕະຫຼອດຮອດພໍ່ແມ່ປະ ຊາຊົນພາຍໃນເທສະບານເມືອງ ຊຽງຄໍ້ເຂົ້າຮ່ວມ. ການຈັດຕັ້ງໂຄງການກວດ ກາສຸຂະພາບໃຫ້ປະຊາຊົນຢູ່ເຂດ ດັ່ງກ່າວກໍເພື່ອຫວນຄືນມູນເຊື້ອ ການຕໍ່ສູ້ຄຽງບ່າ ຄຽງໄຫຼ່ຂອງ ກອງປະຊາຊົນລາວ-ກອງທັບ ປະຊາຊົນຫວຽດນາມອ້າຍ ນ້ອງໃນພາລະກິດປົດປ່ອຍຊາດ ໃຫ້ຫຼຸດພົ້ນອອກຈາກການເປັນ ຫົວເມືອງຂຶ້ນຂອງຈັກກະພັດຕ່າງ ດ້າວ ແລະ ເພື່ອເປັນການຮັດ ແໜ້ນຄວາມສາມັກຄີລະຫວ່າງ ສອງກອງທັບ ເວົ້າລວມ ເວົ້າສະ ເພາະແມ່ນເປັນການຖອດຖອນ ບົດຮຽນ ແລກປ່ຽນປະສົບການ ທາງດ້ານການ ແພດຂອງສອງກົມ ເສນາຮັກລາວ ແລະ ຫວຽດນາມ ໃຫ້ເຂັ້ມແຂງໜັກແໜ້ນຂຶ້ນຢ່າງ ບໍ່ຢຸດຢັ້ງ, ທັງເປັນການຊ່ວຍໃຫ້ ພໍ່ແມ່ປະຊາຊົນເຂດຫ່າງໄກ ໂດຍ ສະເພາະແມ່ນເຂດທີ່ໝັ້ນພື້ນຖານ ການປະຕິວັດທີ່ເມືອງຊຽງຄໍ້ ແຂວງຫົວພັນໃຫ້ມີສຸຂະພາບ ແຂງແຮງ ໃນນີ້ກົມເສນາຮັກສອງ ກອງທັບ ໄດ້ຮ່ວມກັນຈັດຕັ້ງ ຂະບວນການກວດກາສຸຂະພາບ ແລະ ປິ່ນປົວພະຍາດໃຫ້ພໍ່ແມ່ປະ ຊາຊົນໂດຍບໍ່ໄດ້ເສຍຄ່າຫຍັງໝົດ ເຊິ່ງໄດ້ຈັດຕັ້ງຢູ່ 4 ຈຸດ: ຈຸດໂຮງ ໝໍ ເມືອງຊຽງຄໍ້, ຈຸດສາລາລາວ ຮຸ່ງ, ສຸກສາລາພຽງສາ ແລະ ສຸກ ສາລາມອງນໍ້າ, ແຕ່ລະຈຸດຄະນະ ຮັບຜິດຊອບ, ແພດໝໍໄດ້ເອົາໃຈ ໃສ່ສຸມທຸກຄວາມສາມາດເຂົ້າໃນ ໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ ໃນນີ້ໄດ້ສຸມໃສ່ໂຄສະນາສຸຂະ ສຶກສາ, ກວດທົ່ວໄປ, ບົ່ງມະຕິ ເບື້ອງຕົ້ນ, ກວດພາຍໃນເດັກ ນ້ອຍ, ຜ່າຕັດນ້ອຍ, ພະຍາດຍິງ, ແຂ້ວ, ຄາງ, ໜ້າ, ຫູ, ຕາ, ດັງ, ຄໍ ແລະ ຜ່າຕັດແກ່ນຕາຂຸ້ນເຮັດໃຫ້ ພໍ່ແມ່ປະຊາຊົນໄດ້ມີສຸຂະພາບທີ່ ດີຂຶ້ນ, ການຈັດຕັ້ງກວດກາສຸຂະ ພາບຈະໃຊ້ເວລາ 4 ວັນ 24-27 ຈິ່ງສຳເລັດ. ໂອກາດນີ້ໃນພິທີຄະນະຝ່າຍ ຫວຽດນາມຍັງໄດ້ນຳເອົາຂອງທີ່ ລະນຶກມອບໃຫ້ຄະນະນຳກົມໃຫຍ່ ພະລາທິການກອງທັບປະຊາຊົນ ລາວ, ການນຳເມືອງຊຽງຄໍ້ ແລະ ຄອບຄົວຜູ້ທີ່ມີຜົນງານດີເດັ່ນຕໍ່ ການປະຕິວັດໃນເມື່ອກ່ອນອີກ ດ້ວຍ. ໂດຍ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ