ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງ ແຂວງ ອຸດົມໄຊ ຢ້ຽມຢາມ ພະນັກງານ - ນັກຮົບ ກອງພົນທີ 3
ເວລາອອກຂ່າວ: 2018-12-26 09:57:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ວັນທີ 21 ທັນວາ 2018 ນີ້ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳ ມະການສູນກາງພັກ ເລຂາພັກ ແຂວງເຈົ້າແຂວງໆອຸດົມໄຊ ພ້ອມຄະນະໄດ້ລົງເຮັດວຽກ ແລະ ຢ້ຽມຢາມພະນັກງານ- ນັກຮົບກອງພົນທີ 3 ໂດຍມີ ທ່ານ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການ ເມືອງກອງພົນທີ 3, ມີພັນເອກ ໄຊຍະວົງ ໄຊນາມທິລາດ ຮອງ ເລຂາຄະນະພັກ ຫົວໜ້າການ ທະຫານກອງພົນທີ 3, ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງກອງ ພົນທີ 3, ໃຫ້ກຽດຕ້ອນຮັບດ້ວຍ ຄວາມອົບອຸ່ນ ໂອກາດດັ່ງກ່າວ ທ່ານເຈົ້າ ແຂວງ ພ້ອມດ້ວຍຄະນະກໍໄດ້ ຮັບຝັງການລາຍງານສະພພາບ ການເຄ່ືອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານຮອບດ້ານຕາມ ຂອບເຂດຄວາມຮັບຜິດຊອບຂອງ ກົມກອງ ຈາກ ທ່ານ ພົນຈັດຕະ ວາ ບຸນເຈື້ອ ຕຽນແສງດາວ ຫົວໜ້າການເມືອງກອງພົນທີ 3, ໂດຍຫຍໍ້ເປັນຕົ້ນແມ່ນທີ່ຕັ້ງ ພາລະບົດ, ສິດ ແລະ ໜ້າທີ່ຂອບ ເຂດຄວາມຮັບຜິດຊອບ, ວຽກ ງານການຫັນລົງກໍ່ສ້າງຮາກ ຖານການເມືອງ, ການຕ້ານ ແລະ ສະກັດກັ້ນບັນດາປາກົດ ການຫຍຍໍ້ທໍ້ຂອງສັງຄົມ, ການ ປັບປຸງກໍ່ສ້າງກຳລັງ, ການພັດ ທະນາພື້ນຖານໂຄງລ້າງແມ່ນ ໄດ້ມີຫຼາຍໂຄງການທີ່ສຳເລັດ ຜົນເປັນຢ່າງດີ ແລະ ພວມສືບຕໍ່ ບັນດາໂຄງການກໍ່ສ້າງຂອງຂັ້ນ ເທິງຊ່ວຍເຫຼືອຈຳນວນໜຶ່ງ, ນອກ ນີ້ ສຳເລັດການດຳເນີດກອງປະ ຊຸມໃຫຍ່ຂອງບັນດາໜ່ວຍພັກ ແລະ ຄະນະພັກຮາກຖານ, ວຽກ ງານການແກ້ໄຂຊີວິດການເປັນຢູ່ ແມ່ນນັບມືດີຂຶ້ນເປັນກ່າວໆ, ການ ພົວພັນສະນິດແໜ້ນກັບອຳນາດ ການປົກຄອງທ້ອງຖິ່ນ ແລະ ບັນ ດາປະເທດເພື່ອນມິດແມ່ນໄດ້ ປະຕິບັດຕາມແນວທາງຂອງພັກ ທີ່ໄດ້ກໍານົດໄວ້ເປັນຢ່າງດີ, ໂອ ກາດນີ້ ທ່ານ ເຈົ້າແຂວງໆອຸດົມ ໄຊຄົນໃໝ່ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງກອນອື່ນທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຄະນະພັກ- ຄະນະບັນຊາ, ພະນັກງານ-ນັກ ຮົບກອງພົນທີ 3, ພ້ອມກັນຍາດ ມາໄດ້ຕະຫຼອດໄລຍະຜ່ານມາ ແລະ ໃຫ້ເຫັນເຖິງສະພາບຂອງ ໂລກ ແລະ ພາກພື້ນທ່ີພວມພັນ ແປ່ໄປຢ່າງສະຫຼັບຊັບຊ້ອນ, ອັນ ສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດຂອງພວກເຮົາ, ພ້ອມ ນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ເພີ່ມ ທະວີຄວາມສາມັກຄີເປັນປຶກ ແຜນແໜ້ນໜ້າ,ຈຳແນກໄດ້ມິດ ສັດຕູໃຫ້ຈະແຈ້ງ, ສືບຕໍ່ປະສານ ສົມທົບກັບກຳລັງທ້ອງຖິ່ນຫັນ ລົງກໍ່ສ້າງຮາກຖານການເມືອງ, ນຳເອົາມະຕິຄຳສັ່ງຕ່າງໆ, ບັນ ດາແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ລົງ ໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ ເຊື່ອມຊຶມຢ່າງຈະແຈ້ງທົ່ວເຖິງ, ພ້ອມກັນຕ້ານ ແລະ ແກ່ໄຂບັນດາ ປາກົດການຫຍໍ້ທໍ້ຂອງສັງຄົມໃຫ້ ຫຼຸດນ້ອຍຖອ່ຍລົງ, ຕັ້ງໜ້າປະ ກອບສ່ວນວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ, ຍົກສູງນໍ້າໃຈ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານທີ່ພັກ-ລັດຂັ້ນເທິງມອບ ໝາຍ, ໂດຍຖືເອົາການສືກສາ ອົບຮົມການເມືອງນຳພາແນວ ຄິດເປັນກົກ, ວຽກງານວິຊາສະ ເພາະເປັນສຳຄັນຕິດພັນກັບການ ອົບຮົມຫັດແອບການເມືອງການ ທະຫານ ພະລາທິການເຕັກນິກ ແລະ ການແກ້ໄຂຊີວິດການເປັນ ຢູ່ຂອງກົມກອງໃຫ້ນັບມືດີຂຶ້ນ ກາຍເປັນກອງທັບທີ່ມີແບບແຜນ ທັນສະໄໝຢ່າງຕໍ່ເນື່ອງ, ໃນໂອ ກາດລົງຊຸກຍູ້ ແລະ ຢ້ຽມຢາມ ກອງພົນທີ 3 ທ່ານຍັງໄດ້ນຳ ເອົາເງິນສົດ ແລະ ອຸປະກອນກີ ລາ ແລະ ເຄື່ອງນຸ່ງນັກກີລາຈຳ ນວນໜຶ່ງມາມອບໃຫ້ກອງພົນທີ 3 ລວມມູນຄ່າ 11 ລ້ານກວ່າ ກີບມາມອບໃຫ້ກອງພົນທີ 3, ເພື່ອປະກອບສວນເຂົ້າໃນຂະ ບວນການສ້າງຜົນງານຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ ຢູ່ກອງພົນທີ 3 ໃຫ້ມີບັນຍາກາດ ຄືກຄື້ນມ່ວນຊື່ນຕື່ມອີກ. ໂດຍ: ສຸລິພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ