ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານພະລາທິການ-ການເງິນ ທົ່ວອົງການກົມໃຫຍ່ເສນາທິການ ປະຈຳປີ 2020
ເວລາອອກຂ່າວ: 2021-03-31 10:28:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2559 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານພະລາທິການ-ການເງິນ ທົ່ວອົງການກົມໃຫຍ່ເສນາທິ ການກອງທັບ ປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2021 ນີ້, ທີ່ສະໂມສອນ ກສນ, ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະປະຈຳພັກ ກະ ຊວງປ້ອງກັນປະເທດ ຮັກສາ ການຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີຄະນະພັກ-ຄະ ນະບັນຊາ, ກົມ, ຫ້ອງການ, ກອງ, ພະແນກການ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສີສະຫງວນ ອຸດົມ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານ ບົດສະຫຼຸບວຽກງານ ພະລາທິການທົ່ວກົມໃຫຍ່ເສນາ ທິການປະຈຳປີ 2020 ໂດຍໄດ້ ຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງການຈັດຕັ້ງປະ ຕິບັດການເຄື່ອນໄຫວວຽກງານ ໃນໄລຍະ 1 ປີ ຜ່ານມາວ່າ: ຄະ ນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຊື່ອມຊຶມກຳແໜ້ນ ທັດສະນະທີ່ວ່າ ເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ. ໃນນີ້ ແຕ່ລະ ກົມກອງໄດ້ສຸມໃສ່ຂຸດຄົ້ນ ແລະ ເສີມຂະຫຍາຍຕາມທ່າແຮງບົ່ມ ຊ້ອນຂອງກົມກອງ ໃນການປຸກ ລະດົມກຳລັງເເຮງສັງລວມເຂົ້າ ໃນການສ້າງເສດຖະກິດແກ້ໄຂ ຊີວິດການເປັນຢູ່ ແລະ ຜະລິດ ເປັນສິນຄ້າຢ່າງຕັ້ງໜ້າ. ພ້ອມນີ້ ຍັງໄດ້ເສີມຂະຫຍາຍນ້ຳໃຈປະ ຢັດມັດທະຍັດອົດທົນຜ່ານຜ່າຂໍ້ ຫຍຸ້ງຍາກນາໆປະການ ແລະ ຮູ້ ພົວພັນຍາດເເຍ່ງເອົາການສະ ໜັບສະໜູນຊ່ວຍເຫຼືອຈາກບັນ ດາອົງການຈັດຕັ້ງຂອງລັດ ກົມ ກອງເພື່ອນ, ນັກທຸລະກິດ, ນັກ ລົງທຶນ ແລະ ອຳນາດການປົກຄອງທ້ອງຖິ່ນຢູ່ຂອບເຂດກົມ ກອງຕັ້ງທັບ. ໃນນີ້ ຮັບປະກັນໄດ້ ການເບີກຈ່າຍຕາມລະບົບອັດ ຕາອຸປະໂພກ,ນ້ຳມັນເຊື້ອໄຟ ແລະ ການຜະລິດສະບຽງອາຫານ ໂດຍສະເລ່ຍກົມກອງໃຫ້ໄດ້ຊີ້ນ 35% ແລະ ຜັກ 70% ຂຶ້ນໄປ. ໃນນີ້ທົ່ວອົງການກົມໃຫ່ຍເສນາ ທິການ ມີ ງົວ 225 ໂຕ, ແບ້ 145 ໂຕ,ໝູ 372 ໂຕ, ສັດປີກ 16.041 ໂຕ, ມີໜອງປາ 48 ໜອງ ປ່ອຍ ປາເເລ້ວ 132.270 ໂຕ, ເຮັດນາ ເກັບກູ້ເຂົ້າໄດ້ 1.676 ໂຕນ ແລະ ປູກໄມ້ອຸດສາຫະກຳ 10,6 ເຮັດ ຕາ ແລະ ໄມ້ກິນໝາກ 15 ເຮັກ ຕາ. ສຳລັບວຽກງານກໍ່ສ້າງ-ສ້ອມແປງຄຸ້ມຄອງຊັບສິນໄດ້ກໍ່ ສ້າງຫ້ອງການຕຶກ 3 ຊັ້ນ 6 ກົມ, ໂຄງການກໍ່ສ້າງປ້ຳນ້ຳມັນເຊື້ອ ໄຟຢູ່ບ້ານໜອງວຽງຄຳ, ສືບຕໍ່ປະ ຕິບັດໂຄງການກໍ່ສ້າງສາງອຸ ປະໂພກ ກົມໃຫຍ່ເສນາທິການ ຢູ່ໂພນເຄັງສຳເລັດ 65%, ກົມ ກອງໄດ້ຈັດຕັ້ງປະຕິບັດ 2 ໂຄງ ການ, ຍົກລະດັບສະໜາມກີລາ ຫຼັກ 5 ສຳເລັດ 100%, ໂຄງການ ກໍ່ສ້າງຫ້ອງການກອງສ້ອມແປງ 704 ສຳ ເລັດ 50% ແລະ ບັນ ດາກົມກອງຈຳນວນໜຶ່ງສາມາດ ກຸ້ມຕົນເອງໃນການກໍ່ສ້າງ, ສ້ອມ ແປງຄ້າຍຄູຂອງຕົນມີສາງ ມ້ຽນເຄື່ອງ, ເຮືອນນອນ, ຫໍຂ່າວ, ຫ້ອງນ້ຳ, ປະຕູໂຂງ, ປ້ອມຍາມ, ໂຄງຫຼັງຄາ ແລະ ອື່ນໆອີກຈຳ ນວນໜຶ່ງຕື່ມອີກ. ໂອກາດນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາ ແລະ ພະນັກງານທີ່ເຮັດ ວຽກງານກ່ຽວກັບພະລາທິ ການ-ການເງິນ ຈົ່ງເອົາໃຈໃສ່ຍົກ ສູງຄວາມຮັບພິຊອບຂອງຕົນເຂົ້າ ໃນໜ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ຮັບປະກັນໃຫ້ແກ່ຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບໃຫ້ໄດ້ກິນເຂົ້າມື້ໜຶ່ງສາມຄາບ, ພ້ອມກັນສຸມໃສ່ທ່າແຮງບົ່ມຊ້ອນ ຂອງກົມກອງເຂົ້າໃນການເພີ່ມ ພູນຜະລິດຜົນຕາມທິດນຳ ເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມເເຂງ ດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ. ສະຫາຍ ພົນຕີ ຈັນທອງ ສອນ ຕະອາດ ຍັງໄດ້ເນັ້ນໜັກ ຕື່ມວ່າ: ເພື່ອຮັບປະກັນໃຫ້ເເກ່ວຽກງານ ພະລາທິການ-ການເງິນ ຄະນະ ພັກ-ຄະນະບັນຊາທຸກຂັ້ນຕ້ອງ ເປັນເຈົ້າການໃນການຊີ້ນຳ-ນຳ ພາ ແລະ ມອບໝາຍຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານຢ່າງ ມີແຜນການອັນລະອຽດເຂົ້າໃນ ການຈັດຕັ້ງປະຕິບັດ ແລະ ມີຜົນ ສຳເລັດ, ຮັບປະກັນໄດ້ ຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ໃນການລ້ຽງດູທັບໃຫ້ປະກົດຜົນ ເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ