
ປອກຕຸຍການ ຊະນະ ລຸກຊຳບວກ ຮອບຄັດເລືອກບານໂລກ 2022
ເວລາອອກຂ່າວ: 2021-04-01 10:41:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:
ການແຂ່ງຂັນເຕະບານຄັດ ເລືອກ ບານໂລກ 2022 ຂົງເຂດ
ເອີຣົບ ນັດທີ 3 ເມື່ອຄືນວັນທີ 30
ມີນາຜ່ານມາ, ກຸ່ມ A ທີມຊາດ ປອກຕຸຍການ (ໂປຕູເກດ) ບຸກ ໄປຢາມ ທີມຊາດ ລຸກຊຳບວກ (ລັກແຊມເບີກ) ເຈົ້າບ້ານນຳ ກ່ອນຈາກ ເຈີສັນ ໂຣດີເກດ ນາທີ
30 ແຕ່ທີມຢາມຍິງແຊງ 3 ປະຕູ
ຈາກ ເດໂກ ໂຊຕາ ນາທີ 45+2, ຄຣິສເຕຍໂນ ໂຣນັນໂດ ນາທີ 50 ແລະ ປິດທ້າຍຈາກ ໂຈເອົາ ເປົາລິນຢາ ນາທີ 80.
ຈາກຜົນຊະນະໃນເກມນີ້ ເຮັດ
ໃຫ້ທີມຊາດ ປອກຕຸຍການ ຊະ ນະ ລຸກຊຳບວກ 11 ນັດລວດ, ຍິງໄດ້ 37 ປະຕູ ເສຍ 2 ປະຕູ. ຂະນະທີ່ ຄຣິສເຕຍໂນ ໂຣນັນໂດ
ຍິງປະຕູທີ 103 ຈາກ 173 ນັດ ໃນນາມທີມຊາດ ຕາມຫຼັງ ອາລີ ດາອີ ດາວຍິງສູງສຸດຊາວອີ ຣານ 6 ປະຕູ.
ສ່ວນຜົນອີກຄູ່ໃນກຸ່ມດຽວກັນ ອາແຊກໄບຊານ ເສຍໃຫ້ ແຊກບີ
(ເຊີເບຍ) 1-2 ປະຕູ, ຕາຕະລາງ
ຄະແນນປັດຈຸບັນ ປອກຕຸຍການ ແລະ ແຊັກບີ ມີ 7 ຄະແນນເທົ່າ ກັນຈາກ 3 ນັດ ລຸກຊຳບວກ 2 ນັດ ມີ 3 ຄະແນນ, ອາແຊກໄບ ຊານ ແຂ່ງ 2 ນັດຍັງບໍ່ມີຄະ ແນນ, ນັດຕໍ່ໄປ ຈະກັບມາແຂ່ງ ຂັນໃນຕົ້ນເດືອນກັນຍາປີນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ