ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

60 ປີ ຜ່ານມາ ກະຊວງ ປກສ ເຕີບໃຫຍ່ເຂັ້ມແຂງຂື້ນເປັນກ້າວໆ
ເວລາອອກຂ່າວ: 2021-04-05 16:05:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 10589 | ຄວາມນິຍົມ:



ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ ແມ່ນກໍາລັງປະ ກອບອາວຸດປະຕິວັດອັນແຫຼມ ຄົມ ໂດຍແມ່ນພັກປະຊາຊົນປະຕິ ວັດລາວເປັນຜູ້ສ້າງຕັ້ງ, ນໍາພາ ເດັດຂາດໂດຍກົງຮອບດ້ານ, ເປັນກໍາລັງມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ ສິດຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ, ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນ ຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ, ປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເວລາໃດກໍມີມູນ ເຊື້ອການຕໍ່ສູ້ຢ່າງອົງອາດກ້າ ຫານ, ມີນໍ້າໃຈເສຍສະຫຼະເດັດ ດ່ຽວບໍ່ຍອມຈໍານົນ, ມີຄວາມ ສັດຊື່ບໍລິສຸດ ແລະ ມີຄວາມສາ ມັກຄີເປັນປຶກແຜ່ນ. ສະຫາຍ ພົນຈັດຕະວາ ສົມ ພົງ ຂຳວິລຸນ ຄະນະພັກກະຊວງ, ເລຂາຄະນະພັກ ຫົວໜ້າກອງ ບັນຊາການປ້ອງກັນສູນກາງໃຫ້ ສໍາພາດຕໍ່ນັກຂ່າວໜັງສືພິມກອງ ທັບ ເນື່ອງໃນໂອກາດວັນສ້າງຕັ້ງ ກະຊວງ ປກສ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ວ່າ: ກຳລັງປ້ອງກັນສູນກາງ ແມ່ນເຫຼົ່າຮົບວິຊາສະເພາະໜຶ່ງ ຂອງກະຊວງ ປກສ ໃນການ ເຮັດໜ້າທີ່ປ້ອງກັນຮັກສາຄວາມ ສະຫງົບຮອບດ້ານໃຫ້ແກ່ການ ນໍາພັກ-ລັດ, ນັບແຕ່ສະໄໝຕໍ່ສູ້ ຕີສັດຕູປົດປ່ອຍຊາດ, ກຳລັງ ປ້ອງກັນສູນກາງ ກໍເຮັດໜ້າທີ່ ປ້ອງກັນຄວາມປອດໄພໃຫ້ແກ່ ຜູ້ນຳປະຕິວັດຮ່ວມກັບກຳລັງປະ ກອບອາວຸດຕໍ່ສູ້ປົດປ່ອຍຊາດ ບຸກຕີສັດຕູຢ່າງບໍ່ຍອມຈຳນົນ ທັງຕໍ່ສູ້ທັງປ້ອງກັນຜູ້ນຳ ຜ່ານ ຄວາມຫຍຸ້ງຍາກລໍາບາກອັນລະ ອິດລະອ້ຽວ ແລະ ສັບສົນ, ເສຍ ສະຫຼະຊີວິດ ຢ່າງອົງອາດກ້າ ຫານເພື່ອເຮັດສຳເລັດໜ້າທີ່ຂອງ ຕົນ, ນັບແຕ່ມື້ກຳເນີດເປັນກຳ ລັງປ້ອງກັນສູນກາງ ຍາມໃດກໍ ມີຄວາມຈົ່ງຮັກພັກດີ, ມີສະຕິ ຕໍ່ການຈັດຕັ້ງລະບຽບວິໄນເຂັ້ມ ງວດ, ອົງອາດກ້າຫານເສຍສະ ຫຼະຮັບໃຊ້ພັກຢ່າງສຸດອົກສຸດໃຈ. ຕະຫຼອດໄລຍະ 60 ປີແຫ່ງ ການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງກໍາລັງປ້ອງ ກັນຄວາມສະຫງົບ ປກສ, ກອງ ບັນຊາການປ້ອງກັນສູນກາງ ໄດ້ປະກອບສ່ວນເຮັດໜ້າທີ່ ວຽກງານວິຊາສະເພາະຕາມ ພາລະບົດບາດ, ຕາມໜ້າທີ່ການ ເມືອງຂອງຕົນຢ່າງຕັ້ງໜ້າ ເພື່ອ ເປັນການເສີມຂະຫຍາຍມູນເຊື້ອ ປະຕິວັດອັນອົງອາດກ້າຫານ ຂອງກຳລັງ ປກສ ໂດຍການ ເປັນເສນາທິການໃຫ້ກະຊວງ ປກສ ໃນການຄົ້ນຄວ້າວາງ ແຜນການ, ກຳແໜ້ນສະພາບ ການ, ກົນອຸບາຍເລ່ຫຼ່ຽມ, ການ ຄາດຕະກຳທຳລາຍ ແລະ ອື່ນໆ ເພື່ອມີວິທີການປ້ອງກັນສະກັດ ກັ້ນຕອບຕ້ານຢ່າງທັນການ ແລະ ເປັນເຈົ້າການປ້ອງກັນການນຳ ພັກ-ລັດ, ປ້ອງກັນສຳນັກງານ- ອົງການທີ່ສຳຄັນ, ແຂກຂັ້ນສູງ ຕ່າງປະເທດ, ປ້ອງກັນກອງປະ ຊຸມລະດັບຊາດ, ລະດັບສາກົນ, ງານໂຮມຊຸມນຸມມິດຕິງ, ວັນບຸນ ສຳຄັນຕ່າງໆຂອງຊາດ ນັບທັງ ຢູ່ສູນກາງ ແລະ ທ້ອງຖິ່ນ ສາ ມາດຮັບປະກັນຄວາມສະຫງົບ ຄວາມປອດໄພໂດຍພື້ນຖານ, ເປັນເຈົ້າການປ້ອງກັນ ແລະ ເຂົ້າ ຮ່ວມປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານ, ຍົກ ສູງສະຕິລະວັງຕົວຕໍ່ກົນອຸບາຍ ຫັນປ່ຽນໂດຍສະຕິຂອງສັດຕູ ແລະ ມີຄວາມໜັກແໜ້ນທາງ ດ້ານການເມືອງແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງເປັນ ກຳລັງທີ່ຈົງຮັກພັກດີ, ບໍລິສຸດ ສັດຊື່ຕໍ່ພັກ-ລັດ ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມສົມ ກັບເປັນກຳລັງທີ່ແຫຼມຄົມຂອງ ພັກ. ພາຍໃຕ້ການນໍາພາຮອບ ດ້ານ, ເດັດຂາດ, ໂດຍກົງຂອງ ພັກເວົ້າລວມ, ເວົ້າສະເພາະຄະ ນະພັກກະຊວງປ້ອງກັນຄວາມ ສະຫງົບຕະຫຼອດໄລຍະ 60 ປີ ກຳລັງປ້ອງກັນສູນກາງນັບມື້ ນັບໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນ ນະພາບ, ມີການຈັດຕັ້ງ, ມີລະ ບົບນຳພາ-ບັນຊາຢ່າງເປັນລະ ບົບຄົບຊຸດ. ນັບແຕ່ມື້ສ້າງຕັ້ງຈົນເຖິງປັດ ຈຸບັນກຳລັງປ້ອງກັນສູນກາງ ໄດ້ເຮັດສຳເລັດໜ້າທີ່ອັນມີກຽດ ຂອງຕົນ ສາມາດປົກປັກຮັກ ສາຄວາມປອດໄພໃຫ້ແກ່ອົງ ການນຳພັກ-ລັດ ໄດ້ 100% ບໍ່ມີການນຳທ່ານໃດຖືກຄາດ ຕະກຳທຳລາຍ ພ້ອມທັງຮັກສາ ຄວາມປອດໄພໃຫ້ແກ່ແຂກຂັ້ນ ສູງຂອງຕ່າງປະເທດ, ກອງປະ ຊຸມລະດັບຊາດ-ສາກົນ ແລະ ວຽກງານດ້ານອື່ນໆ ລ້ວນແຕ່ມີ ຜົນສຳເລັດເປັນກ້າວໆມາ. ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງກໍາ ລັງ ປກສ ໃນຕໍ່ໜ້າກອງບັນຊາ ການປ້ອງກັນສູນກາງຈະສືບ ຕໍ່ພັດທະນາກົມກອງໃຫ້ເຕີບ ໃຫຍ່ເຂັ້ມແຂງ, ຈະປັບປຸງວຽກ ງານກໍ່ສ້າງພັກ, ກໍ່ສ້າງກຳລັງ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ຊາດ, ຕໍ່ພັກ, ຕໍ່ລະບອບໃໝ່ກໍ ຄືອຸດົມການຂອງພັກ, ມີຄວາມ ຊຳນິຊຳນານທາງດ້ານວິຊາສະ ເພາະ, ມີແບບແຜນການນຳພາ- ບັນຊາຢ່າງມີວິທະຍາສາດ, ມີ ລະບຽບວິໄນເຂັ້ມງວດ ແລະ ສົມທົບແໜ້ນກັບບັນດາກົມກອງ ອ້ອມຂ້າງກະຊວງ, ສໍານັກງານ- ອົງການນັບແຕ່ສູນກາງຮອດ ທ້ອງຖິ່ນ ແລະ ຕ່າງປະເທດ ເພື່ອຍົກສູງຄວາມສາມາດກຽມ ປ້ອງກັນການນຳພັກ-ລັດ ໃນທຸກ ສະຖານນະການ, ໂດຍການປັບ ປຸງພື້ນຖານວັດຖຸເຕັກນິກ, ພາຫະ ນະ, ເຄື່ອງມືວິຊາສະເພາະໃຫ້ ນັບມື້ນັບທັນສະໄໝ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາ ມາດຂອງນາຍ ແລະ ພົນຕຳ ຫຼວດໃຫ້ຢູ່ໃນທ່າກຽມພ້ອມ ຄຽງຄູ່ກັນນັ້ນກໍເອົາໃຈໃສ່ຍົກ ສູງວຽກງານພະລາທິການ ແລະ ລະບອບນະໂຍບາຍດ້ານ ຕ່າງໆໃຫ້ນາຍ ແລະ ພົນຕຳ ຫຼວດໃຫ້ດີຂຶ້ນເປັນກ້າວໆ. ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນ ຄວາມສະຫງົບ ຄົບຮອບ 60 ປີ ກອງບັນຊາການປ້ອງກັນ ສູນກາງ ພວກເຮົາກໍໄດ້ສົ່ງທີມ ນັກກີລາເຂົ້າຮ່ວມແຂ່ງຂັນກີ ລາອ້ອມຂ້າງກະຊວງ ເຊິ່ງມີ ປະເພດກີລາບານເຕະ, ກິລາເປ ຕັງຊາຍ-ຍິງ, ກີລາຍິງປືນ ນອກ ຈາກນັ້ນກໍຈະມີການສະແດງ ປ້ອງກັນຄຸມແຫ່ທ່ານຜູ້ນຳ ແລະ ແຂກຕ່າງປະເທດຂອງກຳລັງ ປ້ອງກັນສູນກາງ ເພື່ອແນໃສ່ ສະເຫຼີມສະຫຼອງວັນສ້າງຕັ້ງກຳ ລັງປ້ອງກັນຄວາມສະຫງົບໃຫ້ ມີບັນຍາກາດຟົດຟື້ນມ່ວນຊື່ນ. ປັດຈຸບັນຖັນແຖວກໍາລັງປ້ອງກັນ ຄວາມສະຫງົບໄດ້ເຕີບໃຫ່ຍຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຮັດສໍາ ເລັດໜ້າທີ່ການເມືອງຂອງຕົນ ສົມກັບຄວາມໄວ້ເນື້ອເຊື່ອໃຈ ຂອງພັກ-ລັດ ແລະ ປະຊາຊົນ ລາວບັນດາເຜົ່າປະກອບສ່ວນ ອັນໃຫຍ່ຫຼວງເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃຫ້ຮັ່ງມີ ເຂັ້ມແຂງ, ສີວິໄລ ແລະ ຍຸຕິທຳ; ແຕ່ກໍຍັງມີສິ່ງທ້າທາຍທົດສອບ ນາໆປະການ ເຊິ່ງຮຽກຮ້ອງໃຫ້ ກຳລັງພວກເຮົາຕ້ອງໄດ້ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ຕົນ, ສືບຕໍ່ເຝິກຝົນ-ຫຼໍ່ຫຼອມທາດ ແທ້-ມູນເຊື້ອປະຕິວັດ, ຍົກສູງ ຄວາມຮັບຜິດຊອບລະດັບວິຊາ ສະເພາະ, ສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອເຮັດ ຫຼ້ອນໜ້າທີ່ການເມືອງອັນສູງ ສົ່ງທີ່ພັກ-ລັດ ແລະ ປະຊາຊົນ ລາວບັນດາເຜົ່າມອບ ໝາຍໃຫ້. ເນື່ອງໃນໂອກາດວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຂ້າພະເຈົ້າ ຕາງໜ້າຄະນະພັກຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຫຼົ່າ ຮົບປ້ອງກັນສູນກາງ ຂໍອວຍ ພອນໄຊອັນປະເສີດແກ່ການນຳ ພັກ-ລັດ, ຄະນະພັກ-ຄະນະນຳ ກະຊວງ ປກສ ຕະຫຼອດຮອດ ນາຍ ແລະ ພົນຕຳຫຼວດ, ປະຊາ ຊົນລາວບັນດາເຜົ່າຈົ່ງມີສຸຂະ ພາບແຂງແຮງ, ມີອາຍຸຍືນຍາວ, ມີຄວາມຜາສຸກໃນຊີວິດສວ່ນຕົວ ແລະ ຄອບຄົວ, ມີຜົນສໍາເລັດໃນ ໜ້າທີ່ວຽກງານອັນມີກຽດຂອງ ທ່ານ, ສືບຕໍ່ຊີ້ນຳ-ນໍາພາກຳລັງ ປ້ອງກັນຄວາມສະຫງົບກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ