ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ຣາຟາເອວ ັບມາຫຼີ້ນໃຫ້ແຊັມເກົ່າ ເປັນທີ່ໜ້າຈັບຕາ ໃນລາວລີກປີນີ້
ເວລາອອກຂ່າວ: 2021-04-07 09:58:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ:



ເຖິງຈະບໍ່ສາມາດພາທີມຊະນະ ໄດ້ແຕ່ ຣາຟາເອວເດຊາ ໂຣດຣິກ ກອງໜ້າຊາວບຣາຊິນ ກໍສາມາດ ສ້າງຄວາມສົນໃຈໃຫ້ກັບແຟນ ບານລາວ ໄດ້ດີທີ່ສຸດຕັ້ງແຕ່ນັດ ທໍາອິດ ຫຼັງຈາກທີ່ສະແດງທັກສະ ແລະ ຄວາມໄວໃຫ້ເຫັນກັນຢ່າງ ຈະໆໃນນັດທີ່ພາ ເອັຟຊີ ຈັນທະ ບູລີ ບຸກໄປສະເໝີກັບ ວຽງຈັນ ເອັຟຊີ 1-1 ປະຕູ. ຣາຟາເອວ ເຄີຍມາຫຼິິ້ນໃຫ້ກັບ ເອັຟຊີ ຈັນທະບູລີ ໃນປີ 2019 ໃນໄລຍະໜຶ່ງກ່ອນຈະຍ້າຍໄປຫຼິ້ນ ໃຫ້ກັບສະໂມສອນໃນປະເທດໄທ, ຫຼ້າສຸດໃນປີ 2021 ເອັຟຊີ ຈັນທະ ບູລີ ດຶງຕົວມາຫຼິ້ນ ໃຫ້ກັບທີມ ແລະ ຜົນງານນັດທໍາອິດກໍເຮັດໃຫ້ ທີມບໍ່ຜິດຫວັງ ເມື່ອຍິງປະຕູໃຫ້ ກັບທີມດ້ວຍທັກສະທີ່ຫຼາກຫຼາຍ ເຊິ່ງນັດດັ່ງກ່າວ ຣາຟາເອວ ໄດ້ ສະແດງໃຫ້ແຟນບານເຫັນແລ້ວ ວ່າ ໂດດເດັ່ນໃນປີນີ້ແນ່ນອນ. ສໍາລັບນັດດັ່ງກ່າວ ຣາຟາເອວ ຍິງປະຕູທໍາອິດໃຫ້ກັບ ເອັຟຊີ ຈັນທະບູລີ ໃນລະດູການນີ້ ກ່ອນ ຈະຖືກ ສີນວນ ກອງໜ້າຂອງວຽງ ຈັນ ເອັຟຊີ ຍິງປະຕູໃຫ້ ວຽງຈັນ ເອັຟຊີ ຕີສະເໝີ 1-1 ປະຕູ ກ່ອນ ຈົບການແຂ່ງຂັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ