ກອງພັນໃຫຍ່ 645 ຈັດຕັ້ງສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19
ເວລາອອກຂ່າວ: 2021-04-07 11:36:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:
ໃນວັນທີ 01 ເມສາ 2021
ນີ້, ກອງພັນໃຫຍ່ 645 ໄດ້ຈັດ
ຕັ້ງ ສັກຢາວັກຊີນ ປ້ອງກັນພະ
ຍາດໂຄວິດ-19 ໂດຍການເຂົ້າ
ຮ່ວມຂອງ ສະຫາຍ ພັນໂທ ສຸລິຍະພອນ ຄຳວົງສົດ ຫົວ
ໜ້າພະແນກພະລາ ກອງພັນ
ໃຫຍ່ 645, ມີ ສະຫາຍ ດຣ
ບົວລາ ພົມມະຈັກ ຮອງຫົວໜ້າ
ຂະແໜງອະນາໄມ ແລະ ສົງ
ເສີມສຸຂະພາບ ສາທາລະນະສຸກ ແຂວງຈຳປາສັກ ພ້ອມຄະນະ, ມີພະນັກງານແພດ-ໝໍ ຈາກ
ໂຮງໝໍ 20 ຕຽງ ກອງພັນໃຫຍ່ 645 ແລະ ພະນັກງານ-ນັກ
ຮົບເຂົ້າຮ່ວມ.
ສະຫາຍ ນາງ ສຸດທະເກສີ ແດງກາຍະພິຈິດ ຕາງໜ້າຂະ
ແໜງ ສຸຂະພາບ ສຸຂະສຶກສາ ພະແນກສາທາລະນະສຸກ ແຂວງ
ຈຳປາສັກ ໄດ້ຂຶ້ນກ່າວຈຸດປະ
ສົງ, ຄວາມໝາຍ, ຄວາມສຳ
ຄັນ ຂອງການສັກຢາວັກຊີນ ປ້ອງກັນພະຍາດໂຄວິດ-19
ໃນຄັ້ງນີ້, ສຳລັບຢາທີ່ນຳມາ
ສັກມີຊື່ວ່າ: ຊີໂນຟາມ, ເປັນຢາ
ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນ ແລະ ກໍເປັນການສັກ
ຄັ້ງທີ 1, ສ່ວນຄັ້ງທີ 2 ຄາດວ່າ
ຈະສັກອີກໃນທ້າຍເດືອນ ເມສາ
2021 ນີ້, ເປົ້າໝາຍສັກຢາວັກ
ຊີນ ປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້, ແມ່ນຈະສັກໃຫ້ພະ
ນັກງານ-ນັກຮົບທີ່ມີຄວາມ
ສ່ຽງ ແລະ ໃນຕໍ່ໜ້າແມ່ນຈະ
ສືບຕໍ່ສັກຢາວັກຊີນປ້ອງກັນ
ພະຍາດໂຄວິດ-19 ໃຫ້ພະນັກ
ງານ-ນັກຮົບ ໃນທົ່ວກອງພັນ
ໃຫຍ່ 645.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ