ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍພັກຮາກຖານ ສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ ເຊື່ອມຊຶມເອກະສານສຳຄັນ
ເວລາອອກຂ່າວ: 2021-04-07 11:40:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ໃນວັນທີ 23 ມີນາ 2021 ນີ້, ໜ່ວຍພັກຮາກຖານ ສະຫະ ພັນນັກ ຮົບເກົ່າແຂວງບໍລິຄຳໄຊ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ສຳຄັນຕ່າງໆຂອງສູນກາງ ແລະ ຂອງແຂວງ ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ດວງຕາ ໄຊຍະທໍາ ເລຂາໜ່ວຍ ພັກ, ປະທານສະຫະພັນນັກຮົບ ເກົ່າແຂວງບໍລິຄຳໄຊ, ມີສະມາ ຊິກພັກສົມບູນ-ສຳຮອງທົ່ວ ໜ່ວຍເຂົ້າຮ່ວມ. ໃນກອງປະຊຸມ ບັນດາສະຫາຍ ຄະນະໜ່ວຍພັກ ໄດ້ຜັດປ່ຽນກັນ ຂຶ້ນຜ່ານເອກະສານທີ່ສຳຄັນ ຕ່າງໆ ເຊັ່ນ: ເອກະສານແຈ້ງ ການເລື່ອງການຈັດຕັ້ງເຊື່ອມຊຶມເນື້ອໃນບົດບັນທຶກສອງກົມການເມືອງລາວ-ຫວຽດນາມ ປະຈຳປີ 2021 ໃນນັ້ນປະກອບມີ ເນື້ອໃນຫຍໍ້ບົດບັນທຶກຂໍ້ຕົກລົງການພົບ ປະລະຫວ່າງກົມການເມືອງ ສູນກາງພັກປະຊາຊົນປະຕິ ວັດລາວ ແລະ ພັກກອມມູນິດ ຫວຽດນາມ ໃນວັນທີ 5 ທັນວາ 2020, ບົດລາຍງານສະພາບ ການ ແລະ ຜົນການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ປະຈຳປີ 2020 ແລະ ປະກາດ ແຈ້ງການ ຂອງຄະນະກຳມະ ການເລືອກຕັ້ງແຂວງບໍລິຄຳໄຊ ກ່ຽວກັບຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ II ແລະ ແຈ້ງການກ່ຽວກັບຫົວ ໜ່ວຍລາຄາກະແສໄຟຟ້າ ປີ 2021. ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈການພົວ ພັນດ້ານການເມືອງ ລະຫວ່າງກົມ ການເມືອງສູນກາງພັກປະຊາ ຊົນປະຕິວັດລາວ ແລະ ພັກ ກອມມູນິດຫວຽດນາມ ເຖິງແມ່ນ ວ່າສະພາບການຂອງໂລກພາກ ພື້ນຈະມີຄວາມສັບສົນພຽງໃດ ແຕ່ສອງພັກ, ສອງລັດ ພວກເຮົາ ກໍຍັງມີການພົວພັນ, ຮ່ວມມື ໃນດ້ານຕ່າງໆ ຍິ່ງນັບມື້ນັບ ເຂົ້າສູ່ລວງເລິກ, ມີຄວາມສະ ໜິດສະໜົມ, ໄວ້ເນື້ອເຊື່ອໃຈກັນ ເຊິ່ງ ແລະ ກັນ, ທັງໄດ້ຮູ້ເຖິງຜົນ ການເລືອກຕັ້ງຂອງສະມາຊິກສະ ພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໃນເຂດເລືອກຕັ້ງແຕ່ ລະເມືອງ ທົ່ວແຂວງບໍລິຄຳໄຊ ແລະ ຮູ້ກ່ຽວກັບການປັບປຸງຫົວໜ່ວຍລາຄາກະແສໄຟຟ້າໃໝ່ ເຊິ່ງຈະເລີ່ມ ປະຕິບັດໃນ ເດືອນມີນາ 2021 ນີ້ ເປັນຕົ້ນໄປ. ໂດຍ: ໄຕທອງ ວົງແກ່ນທ້າວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ