ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ອວຍພອນຫົວໜ້າກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2021-04-08 16:09:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ວັນທີ 2 ເມສາ 2021 ນີ້, ສະຫາຍ ພັນໂທ ຟາມແອງຢຸງ ຮອງທີ່ປຶກສາທູດຝ່າຍປ້ອງກັນ ຊາດ ສສ ຫວຽດນາມ ພ້ອມດ້ວຍ ຄະນະ ໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍພອນ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ປະຊາ ຊົນລາວ ເນື່ອງໃນໂອກາດປີໃໝ່ ລາວ ພສ 2564. ສະຫາຍ ພັນໂທ ຟາມແອງຢຸງ ໄດ້ກ່າວວ່າ: ຕະຫຼອດເວລາຜ່ານ ມາປະເທດລາວ ໄດ້ມີການພັດ ທະນາຂຶ້ນຫຼາຍດ້ານເວົ້າລວມ, ເວົ້າສະເພາະການພັດທະນາເສດ ຖະກິດ-ສັງຄົມລ້ວນແຕ່ມີຄວາມ ສຳເລັດໃນທຸກຮູບແບບ, ຫ້ອງ ການທີ່ປຶກສາທູດຝ່າຍປ້ອງກັນ ຊາດ ສສ ຫວຽດນາມ ພ້ອມແລ້ວ ທີ່ຈະເປັນຂົວຕໍ່ເພື່ອຮັດແໜ້ນ ການພົວພັນຮ່ວມມືລະຫວ່າງ ສອງກອງທັບ ເວົ້າລວມ, ເວົ້າສະ ເພາະແມ່ນສອງຂະແໜງເຕັກນິກກອງທັບ ປະຊາຊົນສອງຊາດໃຫ້ ນັບມື້ນັບແໜ້ນແຟ້ນກວ່າເກົ່າ ແລະ ພ້ອມຈະໃຫ້ຄວາມຮ່ວມມື ຊ່ວຍເຫຼືອ, ສະໜັບສະໜູນຢ່າງສຸດ ຄວາມສາມາດເພື່ອຮັບປະກັນໃຫ້ ວຽກງານເຕັກນິກກອງທັບປະຊາ ຊົນລາວ ນັບມື້ມີຄວາມເຕີບໃຫຍ່ ເຂັ້ມແຂງຮອບດ້ານ ພ້ອມທັງໄດ້ ກ່າວອວຍພອນອັນປະເສີດໃຫ້ ແກ່ສະຫາຍ ພົນຕີ ປະສິດ ທ່ຽງທຳ ພ້ອມດ້ວຍຄະນະ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງຈົ່ງມີສຸຂະ ພາບແຂງແຮງ, ມີພະລານາໄມ ສົມບູນ, ມີຄວາມຜາສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ ເພື່ອສືບ ຕໍ່ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ ແລະ ສືບຕໍ່ຊີ້ນຳ-ນຳ ພາກົມໃຫຍ່ເຕັກນິກກອງທັບ ປະ ຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມ ແຂງຂຶ້ນໄປ ເລື້ອຍໆ. ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ສະແດງຄວາມຂອບໃຈນຳ ຮອງທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ທີ່ຍາມໃດກໍຍັງ ເປັນຫ່ວງເປັນໄຍຢູ່ສະເໝີ ແລະ ເຫັນໄດ້ເຖິງຄວາມໝາຍສຳຄັນ ຂອງວຽກງານເຕັກນິກກອງທັບ ປະຊາຊົນລາວ ພ້ອມທັງອວຍ ພອນໄຊອັນປະເສີດແດ່ຮອງທີ່ປຶກ ສາທູດປ້ອງກັນຊາດ ສສ ຫວຽດ ນາມ ພ້ອມດ້ວຍຄະນະຈົ່ງມີສຸ ຂະພາບແຂງແຮງ, ມີຄວາມຜາ ສຸກໃນຊີວິດສ່ວນຕົວ ແລະ ຄອບ ຄົວທຸກປະການ, ມີຜົນສຳເລັດ ໃນທຸກໜ້າທີ່ວຽກງານ ພ້ອມກັນ ຮ່ວມມືກັນສ້າງສາຍສຳພັນມິດ ຕະພາບການຮ່ວມມືແບບພິເສດ ລະຫວ່າງ 2 ຊາດ 2 ກອງທັບ, 2 ຂະແໜງການເຕັກນິກ ລາວ-ຫວຽດນາມ ໃຫ້ໝັ້ນຄົງ ແລະ ມີຄວາມພັດທະນາກ້າວຂຶ້ນໄປ ຢ່າງບໍ່ຢຸດຢັ້ງ. ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດດຽວກັນນີ້, ສະຫາຍ ຮວາງຈຸງຢຸງ ກຳມະການສູນ ກາງພັກ ເລຂາພັກແຂວງ ປະ ທານສະພາປະຊາຊົນແຂວງຮາ ຕິງ ສສ ຫວຽດນາມ ພ້ອມດ້ວຍ ຄະນະການນຳແຂວງ ກໍໄດ້ນຳ ເອົາກະຕ່າຂອງຂວັນ ພ້ອມດ້ວຍ ຄຳອວຍພອນໄຊອັນປະເສີດເຂົ້າ ອວຍພອນສະຫາຍ ກອງແກ້ວ ໄຊ ສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິ ຄຳໄຊ ພ້ອມດ້ວຍຄະນະການນຳ ແຂວງເຊັ່ນດຽວກັນ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ