ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໜຸ່ມກົມກອງຕ່າງໆ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ
ເວລາອອກຂ່າວ: 2021-04-08 16:27:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



ທ້າຍເດືອນມີິນາ ຜ່ານມາ, ພະແນກຊາວໜຸ່ມວິທະຍາຄານ ພະລາທິການກອງທັບ, ວິທະຍາ ຄານເຕັກນິກການທະຫານ, ຂະ ແໜງຊາວ ໜຸ່ມກອງພັນໃຫຍ່ 11, ກອງພັນ ໃຫຍ່ 642, ກອງ ພັນໃຫຍ່ 645, ໂຮງຮຽນ 307, ໂຮງຮຽນເຫຼົ່າຮົບສື່ສານ 205 ແລະ ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດຕັ້ງເຜີຍແຜ່ເຊື່ອມ ຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໃຫ້ສະມາຊິກຊາວໜຸ່ມຂອງຕົນ, ໂດຍມີຄະນະພັກ-ຄະນະບັນຊາ ແຕ່ລະກົມກອງເຂົ້າຮ່ວມ. ຢູ່ແຕ່ລະກົມກອງ ລ້ວນແຕ່ ໄດ້ຍົກໃຫ້ເຫັນຜົນສໍາເລັດຂອງ ການດໍາເນີນກອງປະຊຸມໃຫຍ່ຜູ້ ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ກອງປະຊຸມດັ່ງກ່າວໄດ້ ເປັນເອກະພາບຮັບຮອງເອົາບົດ ລາຍງານການເມືອງ ແລະ ຄາດ ໝາຍສູ້ຊົນທິດທາງແຜນການ ພັດທະນາຊາວໜຸ່ມ-ເຍົາວະຊົນ ແຕ່ປີ 2021-2025, ຮັບຮອງ ເອົາວິໄສທັດຊາວໜຸ່ມຮອດປີ 2040, ຍຸດທະສາດການພັດທະ ນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2030 ແລະ ວຽກງານ ຈຸດສຸມແຕ່ນີ້ຮອດປີ 2025, ຄົ້ນ ຄວ້າ ແລະ ຮັບຮອງເອົາກົດລະ ບຽບຂອງຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ (ຄຊປປລ) ແລະ ກົດລະບຽບການຈັດຕັ້ງເຍົາວະ ຊົນທັນວາ(ສະບັບປັບປຸງໃໝ່), ກອງປະຊຸມຍັງໄດ້ຮັບຟັງການ ປະກອບຄໍາຄິດເຫັນຈາກຫຼາຍ ພາກສ່ວນ ເຊິ່ງໄດ້ຢັ້ງຢືນເຖິງ ຜົນງານ ແລະ ໄຊຊະນະຂອງ ວຽກງານຊາວໜຸ່ມ-ເຍົາວະ ຊົນໃນໄລຍະ 5 ປີຜ່ານມາ, ຜູ້ ແທນກອງປະຊຸມຍັງໄດ້ໃຊ້ສິດ ຂອງຕົນປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນປະຕິ ວັດລາວ ສະໄໝທີ VIII ປະ ກອບມີ 63 ສະຫາຍ ແລະ ໄດ້ ຮັບຟັງຄໍາເຫັນໂອ້ລົມຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະທານປະເທດ, ພ້ອມກັນນີ້, ກໍໄດ້ເຜີຍແຜ່ມະຕິຕົກ ລົງຂອງຄະນະເລຂາທິການສູນ ກາງພັກ ວ່າດ້ວຍ ການຮັບຮອງ ເອົາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VIII ປະກອບມີ 63 ສະຫາຍ, ຍິງ 7 ສະຫາຍ. ສ່ວນຢູ່ພະແນກຊາວໜຸ່ມວິທະ ຍາຄານເຕັກນິກການທະຫານ ແລະ ຂະແໜງຊາວໜຸ່ມກອງພັນ ໃຫຍ່ 11 ຍັງໄດ້ປາຖະກະຖາເລົ່າ ຄືນມູນເຊື້ອການກໍາເນີດເຕີບໃຫຍ່ ຂະຫຍາຍຕົວຂອງຊາວໜຸ່ມປະ ຊາຊົນປະຕິວັດລາວ ພ້ອມທັງໄດ້ ຍົກໃຫ້ເຫັນຜົນງານ ແລະ ໄຊຊະ ນະທີ່ຊາວໜຸ່ມລາວພ້ອມກັນຍາດ ໄດ້ຕະຫຼອດໄລຍະ 66 ປີ ຜ່ານ ມາ; ຢູ່ຂະແໜງຊາວໜຸ່ມໂຮງ ຮຽນເຫຼົ່າຮົບສື່ສານ 205 ຍັງໄດ້ ມອບໃບຍ້ອງຍໍຄະນະບໍລິຫານ ງານສູນກາງຊາວໜຸ່ມໃຫ້ສະມາ ຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ຈໍານວນ 33 ສະຫາຍ ແລະ ມອບ ໃບຊົມເຊີຍ 26 ສະຫາຍ; ຢູ່ໂຮງ ຮຽນທະຫານຊາຍແດນ 712 ໄດ້ມອບໃບຍ້ອງຍໍໃຫ້ສະມາຊິກ ຊາວໜຸ່ມ ຈໍານວນ 29 ສະຫາຍ, ມອບໃບຊົມເຊີຍ 88 ສະຫາຍ ແລະ ຂະແໜງຊາວໜຸ່ມໂຮງ ຮຽນ 307 ຍັງໄດ້ເປີດຂະບວນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021 ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ