ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກວດກາ ການກໍ່ສ້າງກົມກອງ-ນັກຮົບວັດທະນະທຳ ລົງຊຸກຍູ້ວຽກງານ ຢູ່ກອງພັນ 432
ເວລາອອກຂ່າວ: 2021-04-13 15:56:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ວັນທີ 01 ເມສາ 2021 ນີ້, ຄະນະກວດກາ ການກໍ່ສ້າງ ກົມກອງ-ນັກຮົບວັດທະນະທຳ ທະຫານແຂວງວຽງຈັນ, ນຳ ໂດຍ ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ກຳມະການຄະນະ ພັກກອງບັນຊາການ ຫົວໜ້າ ຫ້ອງການເມືອງ ກອງບັນຊາ ການທະຫານແຂວງວຽງຈັນ ພ້ອມຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ການສ້າງກົມກອງ-ນັກຮົບວັດ ທະນະທຳ ຢູ່ກອງພັນ 432, ທີ່ຂຶ້ນກັບ ກອງບັນຊາການທະ ຫານແຂວງວຽງຈັນ. ໃນການລົງເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານຄືນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການສ້າງກົມກອງ-ນັກຮົບ ວັດທະນະທຳ ທີ່ກົມໂຄສະນາ -ອົບຮົມ ກົມໃຫຍ່ການເມືອງ ກອງທັບວາງອອກ ກໍຄື ແຈ້ງ ການຂອງພະແນກໂຄສະນາອົບ ຮົມ ຫ້ອງການເມືອງທະຫານ ແຂວງວຽງຈັນ ໄດ້ແຈ້ງການແນະນຳເນື້ອໃນບັນດານິຕິກຳກ່ຽວກັບວຽກງານການສ້າງກົມກອງ-ນັກຮົບວັດທະນະທຳ ເພື່ອເປັນທິດນຳໃຫ້ຄະນະພັກ-ຄະນະບັນຊາ ນຳມາຈັດຕັ້ງຜັນ ຂະຫຍາຍເຂົ້າໃນວຽກງານ ລວມຂອງກົມກອງ ໂດຍຕິດພັນ ກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ຂະບວນການສ້າງກອງ 3 ປອດ ໄປພ້ອມໆກັບການປະຕິບັດຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງກົມກອງໄດ້ພ້ອມກັນຈັດຕັ້ງ ປະຕິບັດຢ່າງຕັ້ງໜ້າ, ຜ່ານມາ ເຫັນວ່າພະນັກງານ-ນັກຮົບ ພາຍໃນກົມ ກອງມີຄວາມສະ ດຸ້ງໄວ ຕື່ນຕົວປະກອບສ່ວນເຂົ້າໃນຂະບວນການຢ່າງສຸດກົກສຸດປາຍ ເຮັດໃຫ້ກົມກອງມີການພັດທະນາເປັນກ້າວໆ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ