ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການເມືອງ ທະຫານແຂວງໄຊຍະບູລີ ລົງກວດກາຜົນສຳເລັດ ໂຄງການຈົກໜອງປາ ຢູ່ໂຮງຮຽນການທະຫານທ້ອງຖິ່ນ
ເວລາອອກຂ່າວ: 2021-04-13 15:58:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ໃນວັນທີ 31 ມີນາ 2021 ນີ້, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ກຳມະການຄະນະ ປະຈຳພັກແຂວງ ຫົວໜ້າການ ເມືອງກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະ ນະ ໄດ້ລົງເຄື່ອນໄຫວກວດກາຜົນສຳເລັດໂຄງການຈົກໜອງປາ ຢູ່ໂຮງຮຽນການທະຫານ ທ້ອງຖິ່ນທະຫານແຂວງໄຊຍະ ບູລີ. ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ໄດ້ຮັບຟັງການລາຍ ງານຜົນສຳເລັດໂຄງການຈົກ ໜອງປາ, ໂຄງການດັ່ງກ່າວລວມ ມີ 3 ໜອງ, ໜອງທີ 1 ມີຂະໜາດ 40x20 ແມັດ, ໜອງທີ 2 ຂະໜາດ 30x28 ແມັດ ແລະ ໜອງທີ 3 ຂະໜາດ 28x20 ແມັດ, ໜ້າທາງຂອງຄັນຄູໜອງປາມີ ລວງກວ້າງ 10 ແມັດ, ມີຮອງ ລະບາຍນໍ້າສອງຝາກຂ້າງ ຍາວ 150 ແມັດ ແລະ ມີທໍ່ສົ່ງນໍ້າໃນ ໜອງປາ ຄົບຊຸດ ລວມມູນຄ່າ ທັງໝົດ 42.551.00 ກີບ, ໂດຍ ແມ່ນທຶນຂອງກົມກອງບວກ ກັບກອງບັນຊາການທະຫານ ແຂວງໄຊຍະບູລີ ທັງນີ້ກໍເພື່ອເປັນສ້າງພະລາທິການກັບທີ່ ໂດຍປະຕິບັດຕາມທິດນຳ ເພື່ອ ເຮັດໃຫ້ກົມກອງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຕາມຄຳຂວັນ ທີ່ກົມໃຫຍ່ພະລາທິການການວາງ ອອກ, ຕາມເງື່ອນໄຂທ່າແຮງ ບົ່ມຊ້ອນຂອງກົມກອງ ຮັບປະ ກັນເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບດີຂຶ້ນ ໂດຍພຶ້ນຖານ ໂດຍຖືເອົາ 4 ປູກ 4 ລ້ຽງເປັນສຳຄັນ ແລະ ເພື່ອ ສະໜອງຊີ້ນ-ປາ ປ້ອນເຂົ້າເຮືອນ ຄົວລວມໃຫ້ໄດ້ໃນສະເພາະໜ້າ ແລະ ຍາວນານ. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ