ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໜຸ່ມຫ້ອງວ່າການ ກະຊວງປ້ອງກັນປະເທດ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2021-04-13 15:59:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ໃນວັນທີ 7 ເມສາ 2021 ນີ້, ຊາວໜຸ່ມຫ້ອງວ່າການກະຊວງປ້ອງກັນປະທດໄດ້ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພັນໂທ ອໍາພອນ ສຸກວິໄຊ ຮອງ ຫົວໜ້າຫ້ອງການຊາວໜຸ່ມກະ ຊວງປ້ອງກັນປະເທດ, ມີຄະນະ ພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ບໍລິສັດລັດວິສາຫະກິດ ຕະຫຼອດຮອດພະນັກງານສະມາ ຊິກຊາວໜຸ່ມທົ່ວຫ້ອງວ່າການ ເຂົ້າຮ່ວມ. ສະຫາຍ ພັນໂທ ອໍາພອນ ສຸກວິໄຊ ໄດ້ຍົກໃຫ້ເຫັນປະຫວັດ ແຫ່ງການກຳເນີດ, ການປັບປຸງກໍ່ສ້າງເຕີບໃຫຍ່ເຂັ້ມແຂງ ແລະ ບັນດາວີລະກຳ ກໍຄືມູນ ເຊື້ອຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນພາລະກິດຕໍ່ສູ້ ກູ້ ຊາດ, ປົກປັກຮັກສາ, ສ້າງສາ ພັດທະນາປະເທດຊາດຕະຫຼອດ ໄລຍະ 66 ປີຜ່ານມາ, ເຊິ່ງຊາວ ໜຸ່ມລາວແຕ່ລະຮຸ່ນ ແມ່ນໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດການປະຕິວັດຂອງພັກໃນການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມຖັນແຖວຊາວໜຸ່ມ-ໄວໜຸ່ມປະຕິບັດບົດບາດເປັນ ກໍາລັງນຳໜ້າປະຈັນບານໃນ ທຸກສະໜາມຮົບ ແລະ ທຸກຂົງເຂດ ວຽກງານ, ປະກອບສ່ວນອັນ ໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ກູ້ ຊາດ ເພື່ອຄວາມເປັນເອກະລາດ ແຫ່ງຊາດ, ຄວາມມີອິດສະຫຼະ ພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາ ເຜົ່າ ຫຼັງຈາກປະເທດຊາດໄດ້ຮັບ ການປົດປ່ອຍຖັນແຖວຊາວໜຸ່ມກໍ ໄດ້ເປັນເຈົ້າການປະກອບສ່ວນປະຕິບັດສອງໜ້າທີ່ຍຸດທະສາດ ຂອງພັກ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຍາມໃດຊາວໜຸ່ມກໍໄດ້ສະແດງ ໃຫ້ເຫັນເຖິງບົດບາດອັນຕັ້ງ ໜ້າ, ເປັນກຳລັງແຮງສຳຄັນຕໍ່ ການພັດທະນາ ແລະ ເປັນກະ ດູກສັນຫຼັງຂອງຊາດເປັນແຂນ ຂວາຂອງພັກ, ທັງເປັນຜູ້ສືບ ທອດທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າຕະຫຼອດມາ. ທັງນີ້ກໍ ເພື່ອແນໃສ່ເຮັດໃຫ້ສະມາຊິກ ຊາວໜຸ່ມທົ່ວຫ້ອງວ່າການຮັບ ຮູ້ເຂົ້າໃຈເຊື່ອມຊຶມກຳແໜ້ນຕື່ມ ມູນເຊື້ອຂອງຊາວໜຸ່ມແຕ່ລະຮຸ່ນ ເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ສະມາຊິກຊາວໜຸ່ມໃນການ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ ແລະ ກາຍເປັນສະມາຊິກຊາວໜຸ່ມຜູ້ ສືບທອດທີ່ດີຕໍ່ໄປ. ພ້ອມນີ້ ຍັງ ໄດ້ເຜີຍມະຕິກອງປະຊຸມຜູ້ແທນ ຊາວໜຸ່ມທົ່ວປະເທດຄັ້ງທີ VIII ແລະ ມະຕິຕົກລົງຂອງຄະນະ ເລຂາທິການຂອງສູນກາງພັກ ວ່າດ້ວຍການ ຮັບຮອງເອົາ ຄະ ນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວສະ ໄໝທີ VIII ແລະ ມະຕິກອງປະຊຸມໃຫຍ່ຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ