ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນເຂົ້າອວຍພອນ ຄະນະນຳກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2021-04-13 17:12:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໃນວັນທີ 9 ເມສາ 2021 ນີ້, ຄະນະນໍາກົມໃຫຍ່ພະລາທິການ ກອງທັບ ໄດ້ຕ້ອນຮັບການເຂົ້າ ອວຍພອນຈາກຫຼາຍພາກສ່ວນ, ເນື່ອງໃນໂອກາດປີໃໝ່ລາວ ພສ 2564, ໃນນັ້ນມີ ຄະນະນໍາກົມ ກົດລັບ ກົມໃຫຍ່ເສນາທິການ ກອງທັບ, ລັດວິສາຫະກິດນໍ້າມັນ ເຊື້ອໄຟວຽງຈັນ, ຄະນະນຳໂຮງ ໝໍສູນກາງ 103 ກອງທັບ, ວິທະ ຍາຄານການແພດກອງທັບ, ຄະ ນະນຳ 8 ກົມ, 3 ຫ້ອງການ, ອົງ ການຈັດຕັ້ງມະຫາຊົນ ແລະ ກົມກອງຮາກຖານທີ່ຂຶ້ນກັບກົມ ໃຫຍ່ພະລາທິການກອງທັບ, ເຊິ່ງແຕ່ລະພາກສ່ວນດັ່ງກ່າວ ລ້ວນແຕ່ໄດ້ນຳເອົາກະຕ່າດອກ ໄມ້ ແລະ ກະຕ່າຂອງຂວັນມາ ມອບ, ພ້ອມທັງອວຍພອນໄຊ ອັນປະເສີດມາຍັງຄະນະນຳກົມ ໃຫຍ່ພະລາທິການກອງທັບ ຈົ່ງ ມີສຸຂະພາບເຂັ້ມແຂງ, ມີພະລາ ນະໄມສົມ ບູນແຂງແຮງ, ເຮັດ ສໍາເລັດໜ້າທີ່ອັນມີກຽດຂອງ ທ່ານ, ສືບຕໍ່ຊີ້ນຳ-ນຳພາເຫຼົ່າຮົບ ພະລາທິການກອງທັບໃຫ້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ຄຳແດງ ແພງວິໄລ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ ໄດ້ຕາງໜ້າໃຫ້ຄະນະນຳກົມ ໃຫຍ່ພະລາທິການກອງທັບ ກ່າວ ສະແດງຄວາມຂອບໃຈຕໍ່ແຕ່ລະ ພາກສ່ວນທີ່ເຫັນໄດ້ຄວາມໝາຍ ສຳຄັນຂອງວັນດັ່ງກ່າວ ແລະ ໄດ້ ນໍາເອົາກະຕ່າດອກໄມ້, ກະຕ່າ ຂອງຂວັນ ພ້ອມຄໍາອວຍພອນ ອັນປະເສີດມາມອບໃຫ້ຄັ້ງນີ້. ສະ ຫາຍຍັງໄດ້ຍົກໃຫ້ເຫັນໝາກຜົນ ຂອງການຊີ້ນຳ-ນຳພາຂອງຄະ ນະນຳກົມໃຫຍ່ພະລາທິການ ກອງທັບ ໃນໄລຍະ1 ປີຜ່ານມາ, ບົນພື້ນຖານແມ່ນໄດ້ເຮັດໃຫ້ສະ ພາບພາຍໃນຂອບເຂດກົມກອງ ຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ ແລະ ສາມາດຮັບ ປະກັນເຮັດສຳເລັດໜ້າທີ່ຂອງ ເຫຼົ່າຮົບພະລາທິການກອງທັບ ໄດ້ເປັນຢ່າງດີ. ໂດຍ: ຄໍາໄພວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ