ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ ການປັບປຸງພື້ນຖານໂຄງລ່າງກອງພັນ 224 ວິລະຊົນ
ເວລາອອກຂ່າວ: 2021-04-13 17:18:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ວັນທີ 9 ເມສາ 2021 ນີ້, ທີ່ກອງພັນ 224 ວີລະຊົນ ໄດ້ ຈັດພິທີມອບ-ຮັບການປັບປຸງພື້ນ ຖານໂຄງລ່າງຂອງກອງພັນດັ່ງ ກ່າວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ລິດທິໄກ ພູມມະສັກ ຕາງໜ້າບໍລິສັດເບສ ເທເລຄອມ, ມີຄະນະພັກ-ຄະນະບັນຊາກອງ ພັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນຕີ ອຸດອນ ໄຊມົງ ຄຸນ ຫົວໜ້າພະແນກແຜນການ ແລະ ຮ່ວມມືໂຄງການສື່ສານຮັບ ໃຊ້ການນຳ ແລະ ພາກລັດບໍລິ ຫານ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາ, ກົມສື່ສານໄດ້ພະຍາຍາມຊອກຫາແຫຼ່ງທຶນເພື່ອມາປັບປຸງ ພັດທະນາກົມກອງ ໂດຍສະເພາະ ແມ່ນກອງພັນ 224 ວີລະຊົນ ແລະ ໃນຂະນະດຽວກັນບໍລິສັດ ເບສ ເທເລຄອມ ກໍເຫັນໄດ້ຄວາມ ສຳຄັນ ແລະ ຄວາມຈໍາເປັນທີ່ຈະ ຕ້ອງປັບປຸງພື້ນຖານໂຄງລ່າງ ກອງພັນດັ່ງກ່າວ ພ້ອມທັງມີ ຄວາມຈິງໃຈຢາກຮ່ວມປະກອບ ສ່ວນພັດທະນາກົມກອງດັ່ງກ່າວ. ດັ່ງນັ້ນ, ທາງບໍລິສັດເບສ ເທເລ ຄອມ ຈຶ່ງໄດ້ມອບເງິນອຸປະຖຳ ຈໍານວນ 500 ລ້ານກີບ ເພື່ອປັບ ປຸງພື້ນຖານໂຄງລ່າງຂອງກອງ ພັນ 224 ວີລະຊົນ ຄື ກໍ່ສ້າງເສັ້ນ ທາງພາຍໃນຄ້າຍພ້ອມວາງຫີນ ອັດແໜ້ນ ຍາວ 623 ແມັດ, ກວ້າງ 6 ແມັດ, ກໍ່ສ້າງປະຕູໂຂງ ເຂົ້າຄ້າຍກ້ວາງ 5,30 ແມັດ, ສູງ 5 ແມັດ, ກໍ່່ສ້າງກຳແພງຍາວ 117 ແມັດ, ສູງ 2,20 ແມັດ, ກໍ່ ສ້າງຮົ້ວໜາມໝາກຈັບຍາວ 620 ແມັດ, ກໍ່ສ້າງກະລາລົດ ກວ້າງ 15 ແມັດ, ຍາວ 36 ແມັດ, ສາ ມາດບັນຈຸພາຫະນະເຕັກນິກລົດ ວິຊາສະເພາະໄດ້ 18 ຄັນ, ປັບປຸງ ບັນດາວຽກຕ່າງໆພາຍໃນຄ້າຍ ເຊັ່ນ: ລະບົບທໍ່ນໍ້າປະປາ, ທາສີ ອາຄານ ແລະ ອຸປະຖຳເຄື່ອງໃຊ້ ຫ້ອງການອີກຈໍານວນໜຶ່ງ. ໂອກາດດັ່ງກ່າວ, ສະຫາຍ ລິດທິ ໄກ ພູມມະສັກ ໄດ້ຕາງໜ້າບໍລິ ສັດເບສ ເທເລຄອມ ຂຶ້ນກ່າວ ມອບຜົນສຳເລັດຂອງການດຳ ເນີນການປັບປຸງກໍ່ສ້າງກອງພັນ 224 ຢ່າງເປັນທາງການໂດຍ ແມ່ນ ສະຫາຍ ພັນໂທ ຊຽງເຫຼັກ ແພງຄຳເສນ ຫົວໜ້າການເມືອງ ກອງພັນ 224 ເປັນຜູ້ກ່າວຮັບ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ