ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜົນສຳເລັດກອງປະຊຸມ ຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດ ທີ IX
ເວລາອອກຂ່າວ: 2021-04-13 17:25:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານຊຸດທີ IX ໄດ້ ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາ ເລັດໃນລະຫວ່າງວັນທີ 8-9 ເມ ສາ 2021 ນີ້, ທີ່ສໍານັກງານນາ ຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ສະຫາຍ ພັນຄຳ ວິ ພາວັນ ນາຍົກລັດຖະມົນຕີ, ມີບັນ ດາສະມາຊິກລັດຖະບານ ຊຸດທີ IX ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງ, ຄົ້ນ ຄວ້າປຶກສາຫາລື ແລະ ປະກອບ ຄຳເຫັນຢ່າງກົງໄປກົງມາດ້ວຍ ຄວາມຮັບຜິດຊອບສູງຕໍ່ 5 ເອກະ ສານທີ່ສຳຄັນຄື: 1. ຮັບຟັງການເຜີຍແຜ່ຂໍ້ຕົກ ລົງຂອງນາຍົກລັດຖະມົນຕີ ສະ ບັບເລກທີ 28/ນຍ, ລົງວັນທີ 7 ເມສາ 2021 ວ່າດ້ວຍການແບ່ງ ຄວາມຮັບຜິດຊອບຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ. 2. ພິຈາລະນາຮ່າງແຜນດຳ ເນີນງານ ຂອງລັດຖະບານ ຊຸດທີIX ໄລຍະ 5 ປີ 2021-2025). ຈຸດປະສົງ ຂອງແຜນດຳເນີນງານ ແມ່ນເພື່ອກໍານົດແຜນການເຄື່ອນ ໄຫວ ແລະ ວຽກງານຈຸດສຸມຂອງ ລັດຖະບານ ຊຸດທີ IX ໃນໄລຍະ 5 ປີໃຫ້ຈະແຈ້ງ, ເປັນລະບົບ, ມີ ຈຸດສຸມ, ຮັບປະກັນຄວາມເປັນເອ ກະພາບ, ການປະສານສົມທົບ ຢ່າງກົມກຽວລະຫວ່າງສູນກາງ ກັບທ້ອງຖິ່ນແນໃສ່ຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ພ້ອມທັງເປັນບ່ອນອີງໃຫ້ແກ່ການ ກໍານົດຄວາມຮັບຜິດຊອບ, ຍົກ ສູງຄວາມເປັນເຈົ້າການ, ຄວາມ ຕັດສິນໃຈຂອງສະມາຊິກລັດຖະ ບານໃນການປະຕິບັດໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍ. ພ້ອມ ກັນນີ້ ແຜນດໍາເນີນງານຂອງລັດ ຖະບານ ສະໄໝທີ IX ຕ້ອງສອດ ຄ່ອງກົມກຽວກັບແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ແຜນດໍາເນີນງານຂອງສະພາ ແຫ່ງຊາດ ແນໃສ່ເພື່ອຮັບປະກັນ ການຊຸກຍູ້ເຊິ່ງກັນ ແລະ ກັນ ໃນ ການເຄື່ອນໄຫວຊີ້ນໍາ-ນໍາພາ ຂອງສູນກາງພັກກັບການອໍາ ນວຍຄວບຄຸມຂອງລັດຖະບານ ແລະ ການຕິດຕາມກວດກາຂອງ ສະພາແຫ່ງຊາດ. 3. ໄດ້ພິຈາລະນາຮ່າງຂໍ້ຕົກ ລົງວ່າດ້ວຍລະບຽບ ແລະ ກົນ ໄກການເຮັດວຽກຂອງລັດຖະ ບານຊຸດທີ IX ຈຸດປະສົງແມ່ນ ເພື່ອກຳນົດຫຼັກການ, ລະບອບ, ການພົວພັນ, ວິທີການ ແລະ ຂັ້ນ ຕອນໃນການແກ້ໄຂວຽກງານ ຂອງລັດຖະບານ, ນາຍົກລັດຖະ ມົນຕີ, ບັນດາຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະ ບານ ແນໃສ່ຮັບປະກັນໃຫ້ການ ບັນຊາ-ຊີ້ນໍາ ແລະ ການແກ້ໄຂ ວຽກງານຂອງລັດຖະບານ ມີ ຄວາມກົມກຽວ, ວ່ອງໄວ, ໂປ່ງ ໃສ, ສອດຄ່ອງກັບລັດຖະທຳມະ ນູນ ແລະ ກົດໝາຍ, ມີປະສິດທິ ພາບ ແລະ ປະສິດທິຜົນສູງ. ສັງລວມແລ້ວ, ກອງປະຊຸມ ໄດ້ເຫັນດີຮັບຮອງດ້ານຫຼັກການ ຕໍ່ຮ່າງແຜນດຳເນີນງານ ແລະ ຮ່າງຂໍ້ຕົກລົງວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງ ລັດຖະບານ ຊຸດທີ IX, ມອບໃຫ້ ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ສົມທົບກັບພາກ ສ່ວນກ່ຽວຂ້ອງນໍາໄປປັບປຸງ ຄືນໃຫ້ສຳເລັດ ໂດຍໄວຕາມຄຳ ເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ມີຈຸດສຸມ, ແທດຕົວຈິງ, ສາມາດ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນ ເປັນຈິງ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງທ່ານ ນາຍົກລັດຖະມົນຕີ ໄດ້ປະກາດ ໃຊ້ແລ້ວ, ຈະໄດ້ຮີບຮ້ອນເຜີຍແຜ່ ແລະ ຜັນຂະຫຍາຍ ໃນຂັ້ນສູນ ກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງ ປະຕິບັດ ໃຫ້ໄດ້ຮັບຜົນດີ, ສອດ ຄ່ອງກັບກົດໝາຍ ແລະ ລະບຽບ ການ ໂດຍສະເພາະກົນໄກຜ່ານ ປະຕູດຽວ, ກົນໄກການປະສານ ງານ, ຍົກສູງຄວາມຮັບຜິດຊອບ ຂອງບັນດາກະຊວງ, ຂະແໜງ ການ ແລະ ອົງການປົກຄອງທ້ອງ ຖິ່ນ ໃນການປະຕິບັດພາລະບົດ ບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງຕົນ. 4. ຮ່າງເອກະສານວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ. ສະພາບຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ເປັນບັນ ຫາຮີບດ່ວນ ແລະ ບູລິມະສິດ ທີ່ ພັກ-ລັດ ແລະ ທົ່ວສັງຄົມຕ້ອງໄດ້ ຮ່ວມກັນແກ້ໄຂ ເພື່ອສ້າງຄວາມ ເຂັ້ມແຂງ ໃຫ້ເສດຖະກິດຂອງ ປະເທດ. ໃນຮ່າງວາລະແຫ່ງຊາດ ດັ່ງກ່າວ ໄດ້ກຳນົດຄວາມໝາຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນ ຮີບດ່ວນຂອງວາລະແຫ່ງຊາດ, ຈຸດປະສົງ ແລະ ລະດັບຄາດໝາຍ, ສາເຫດຂອງບັນຫາ ແລະ ທິດ ທາງການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ມາດຕະການແກ້ໄຂ ແລະ ກົນ ໄກການຈັດຕັ້ງປະຕິບັດ. ຜ່ານ ການປຶກສາຫາລື, ກອງປະຊຸມໄດ້ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງວາລະແຫ່ງຊາດ ດັ່ງກ່າວ ແລະ ມອບໃຫ້ກະຊວງແຜນການ ແລະ ການລົງທຶນສົມທົບກັບໜ່ວຍ ງານຊ່ວຍວຽກທ່ານນາຍົກລັດ ຖະມົນຕີ ປັບປຸງເອກະສານດັ່ງ ກ່າວ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອ ໃຫ້ມີເນື້ອໃນຄົບຖ້ວນ, ທັງກຳ ນົດໃຫ້ຈະແຈ້ງ, ລະອຽດບັນຫາ ທີ່ຈະສຸມໃສ່ແກ້ໄຂ, ໃຫ້ມີຄາດໝາຍທາງດ້ານເວລາທີ່ຊັດເຈນ, ລວມທັງມາດຕະການແກ້ໄຂຕົວ ຈິງ ເພື່ອແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ. ພາຍຫຼັງປັບປຸງ ແລ້ວໃຫ້ນຳມາລາຍງານຕໍ່ທ່ານ ນາຍົກລັດຖະມົນຕີ ແລະ ບັນດາ ທ່ານຮອງນາຍົກລັດຖະມົນຕີ, ກ່ອນນຳສະເໜີກົມການເມືອງສູນ ກາງພັກ ແລະ ກອງປະຊຸມຄົບຄະນະຂອງຄະນະບໍລະຫານງານສູນກາງພັກ ໃນຂັ້ນຕໍ່ໄປ. 5. ຮ່າງເອກະສານ ວາລະ ແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2021-2025 ບັນຫາຢາເສບຕິດ ເປັນບັນຫາ ລວມຂອງໂລກ ທີ່ມີຄວາມອັນ ຕະລາຍຮ້າຍແຮງ, ເປັນໄພຂົ່ມຂູ່ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືສະຖຽນລະພາບທາງ ດ້ານການເມືອງ ແລະ ຄວາມໝັ້ນ ຄົງ-ປອດໄພທາງສັງຄົມ, ການ ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ເຊິ່ງເຊື່ອມໂຍງກັບ ບັນຫາການກໍ່ການຮ້າຍ, ອາຊະ ຍາກຳຂ້າມຊາດ, ການຟອກເງິນ ແລະ ອາຊະຍາກຳອື່ນໆ. ໄລຍະ ຜ່ານມາ ເຖິງແມ່ນວ່າທຸກພາກ ສ່ວນໃນສັງຄົມ ໄດ້ສຸມຄວາມ ພະຍາຍາມແກ້ໄຂ ແຕ່ບັນຫາຢາ ເສບຕິດ ກໍຍັງມີທ່າອ່ຽງເພີ່ມ ຂຶ້ນໃນແຕ່ລະປີ, ເລ່ຫຼ່ຽມການ ເຄື່ອນໄຫວລັກລອບຄ້າ-ຂາຍ, ຂົນສົ່ງ, ນໍາເຂົ້າສົ່ງອອກຢາເສບ ຕິດປະເພດຕ່າງໆ ກໍນັບມື້ເລິກ ແລບແນບນຽນ ແລະ ຂະຫຍາຍ ເປັນວົງກວ້າງ ເຊິ່ງໄດ້ເຮັດໃຫ້ມີ ຜູ້ຕິດຢາເສບຕິດປະເພດຕ່າງໆ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ. ຈາກ ສະພາບດັ່ງກ່າວ, ລັດຖະບານເຮົາ ໄດ້ກຳນົດເປັນວາລະແຫ່ງຊາດ ເພື່ອດຳເນີນການແກ້ໄຂ ໃນໄລ ຍະ ປີ 2021-2025 ໃຫ້ມີຄວາມ ເຄັ່ງຮ້ອນ, ເຂັ້ມຂຸ້ນ, ໜັກແໜ້ນ-ແຂງແຮງ, ເລິກເຊິ່ງ, ເຄັ່ງຄັດ ແລະ ເປັນສະຕິ-ຄວາມຮັບຜິດຊອບ ຂອງທົ່ວສັງຄົມ ສູງຂຶ້ນກວ່າເກົ່າ ແລະ ມີການຫັນປ່ຽນຢ່າງຈະ ແຈ້ງ. ກອງປະຊຸມ ໄດ້ເຫັນດີດ້ານ ຫຼັກການຮັບຮອງຮ່າງວາລະ ແຫ່ງຊາດດັ່ງກ່າວ ແລະ ມອບໃຫ້ ກະຊວງປ້ອງກັນຄວາມສະ ຫງົບສົມທົບກັບພາກສ່ວນກ່ຽວ ຂ້ອງນໍາໄປປັບປຸງຄືນຕື່ມຕາມ ຄໍາເຫັນຂອງສະມາຊິກລັດຖະ ບານ ເປັນຕົ້ນຊື່ຂອງວາລະ, ກົນ ໄກການຈັດຕັ້ງປະຕິບັດ, ການ ກຳນົດແບ່ງຄວາມຮັບຜິດຊອບ, ການກຳນົດຄາດໝາຍຕ່າງໆ ໃນແຕ່ລະໄລຍະ ແລະ ອື່ນໆ ໃຫ້ ຄົບຖ້ວນແລະ ລະອຽດຈະແຈ້ງ. ນອກຈາກນີ້, ກອງປະຊຸມ ຍັງ ໄດ້ຮັບຟັງການລາຍງານກ່ຽວ ກັບວຽກງານປ້ອງກັນ, ສະກັດ ກັ້ນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະ ຍາດໂຄວິດ-19 ແລະ ແຜນການສັກຢາປ້ອງກັນ ພະຍາດ ໂຄວິດ-19 ເຊິ່ງທ່ານ ນາຍົກລັດຖະມົນຕີ ໄດ້ມີທິດຊີ້ ນໍາໃຫ້ຄະນະສະເພາະກິດ ຖະແຫຼງ ຂ່າວໃຫ້ສັງຄົມຮັບຊາບຕື່ມ ເພື່ອ ເນັ້ນເຖິງຄວາມອັນຕະລາຍ ຂອງພະຍາດນີ້, ປຸກລະດົມສະ ຕິປ້ອງກັນຕົນເອງຈາກການຕິດ ເຊື້ອ ແລະ ແຜ່ເຊື້ອດ້ວຍການຈັດ ຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ກໍຄືຄະນະສະເພາະ ກິດວາງອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ, ໃຫ້ຄະນະສະ ເພາະກິດເຜີຍແຜ່ແຜນສັກວັກຊີນ ໃຫ້ຊັດເຈນ ເພື່ອຕີຖອຍຄວາມ ລັງເລຂອງເປົ້າໝາຍທີ່ຈະຮັບ ວັກຊີນ. ໃນກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ສະມາຊິກລັດຖະບານ ນຳເອົາຜົນກອງປະຊຸມ ໄປຜັນ ຂະຫຍາຍເປັນແຜນລະອຽດ ແລະ ແຜນປະຕິບັດງານ ຂອງຂະແໜງ ການຕົນ, ທົບທວນຄືນ ແລະ ປັບປຸງກົດໝາຍ ແລະ ນິຕິກຳລຸ່ມ ກົດໝາຍທີ່ກ່ຽວຂ້ອງຖ້າເຫັນວ່າ ຈຳເປັນ. ພ້ອມກັນນີ້, ໄດ້ມີທິດຊີ້ ນຳໃຫ້ເອົາໃຈໃສ່ວຽກງານຈຸດສຸມປະຈຳເດືອນເມສາ 2021 ດັ່ງນີ້: 1. ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະ ຫງົບສືບຕໍ່ເປັນເຈົ້າໃນການຮັບ ປະກັນຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍໃນສັງ ຄົມ, ສະກັດກັ້ນປະກົດການຫຍໍ້ທໍ້ ຕ່າງໆ, ແກ້ໄຂ ແລະ ຈຳກັດສະ ພາບການນໍາໃຊ້ສື່ສັງຄົມອອນ ລາຍ ທີ່ເຄື່ອນໄຫວໂຄສະນາບິດ ເບືອນຄວາມເປັນຈິງ ແລະ ແນວ ທາງນະໂຍບາຍຂອງພັກ ແລະ ລັດ ໃຫ້ຫຼຸດລົງ; 2. ໃຫ້ກະຊວງການຕ່າງປະ ເທດ ສືບຕໍ່ຕິດຕາມສະພາບການ ພາກພື້ນ ແລະ ສາກົນ ຢ່າງໃກ້ຊິດ ໂດຍມີການວິເຄາະວິໄຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າ ອ່ຽງຜົນກະທົບທາງດ້ານການ ເມືອງ, ເສດຖະກິດ ແລະ ສັງ ຄົມ ຕໍ່ປະເທດເຮົາ ແລະ ປະສານກັບ ພາກສ່ວນກ່ຽວຂ້ອງ ເພື່ອມີມາດ ຕະການຮັບມືທີ່ເປັນລະບົບ. 3. ກະຊວງພາຍໃນສົມທົບ ກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນ ມອບໂອນກົງຈັກ, ພະນັກງານ ແລະ ວຽກງານໃຫ້ຂະແໜງການ ກ່ຽວຂ້ອງຕາມການຕົກລົງຂອງ ຄະນະເລຂາທິການສູນກາງພັກ ທັງກະກຽມພາລະບົດບາດສິດ ໜ້າທີ່ຂອງແຕ່ລະກະຊວງ-ອົງ ການ. 4. ໃຫ້ກະຊວງແຜນການ ແລະ ການລົງທຶນປະສານສົມ ທົບກັບພາກສ່ວນກ່ຽວຂ້ອງ ເພື່ອສືບຕໍ່ ແລະ ຮີບຮ້ອນປັບປຸງ ແກ້ໄຂນິຕິກຳ, ກົນໄກທີ່ຕິດພັນ ກັບບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກໃຫ້ ແກ່ນັກລົງທຶນ ແລະ ຍົກສູງປະສິດ ທິພາບການບໍລິການປະຕູດຽວ ໃຫ້ມີປະສິດທິຜົນ ແລະ ເປັນຮູບ ປະທຳຫຼາຍຂຶ້ນ. ພ້ອມນີ້, ກໍກວດ ກາຄືນ ແລະ ປັບປຸງ 8 ມາດຕະ ການ ຊຸກຍູ້ເສດຖະກິດ ເພື່ອກະຕຸກ ຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ. 5. ໃຫ້ກະຊວງການເງິນປະ ສານສົມທົບກັບທຸກພາກສ່ວນ ກ່ຽວຂ້ອງສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດເກັບລາຍຮັບ ເຂົ້າງົບປະມານໃຫ້ຄົບຖ້ວນ ແລະ ທັນເວລາ; 6. ໃຫ້ທະນາຄານແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ແລະ ຮັກສາ ສະຖຽນລະພາບດ້ານເງິນຕາ ລວມທັງອັດຕາແລກປ່ຽນ ໃຫ້ມີ ຄວາມ ໝັ້ນທ່ຽງ ແລະ ເໜັງຕີງ ໃນລະດັບທີ່ກໍານົດໄວ້; ກວດກາ ຄືນບັນດາມາດຕະການຈັດຕັ້ງ ປະຕິບັດຜ່ານມາ ແລະ ປັບປຸງໃຫ້ ແທດເໝາະກັບສະພາບຕົວຈິງ. 7. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ກະກຽມ ແລະ ຊຸກຍູ້ຂະບວນ ການຜະລິດລະດູແລ້ງ ແລະ ລະ ດູຝົນ, ພ້ອມທັງກຽມໃນການ ຕ້ານແລ້ງ-ຕ້ານຖ້ວມ, ຕິດຕາມ ເຝົ້າລະວັງພະຍາດສັດ, ສັດຕູພືດ ທີ່ອາດຈະເກີດຂຶ້ນຕາມລະດູ ການ. 8. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຕິດຕາມຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ການອອກທະບຽນວິສາຫະກິດ ໃຫ້ວ່ອງໄວ, ຮັບປະກັນຫັນບັນດາ ຫົວໜ່ວຍ ທຸລະກິດ ເຂົ້າສູ່ລະບຽບ. 9. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງຮີບຮ້ອນສົມທົບ ກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນຫາອຸປະສັກ ໃນການ ຂົນສົ່ງ-ຈໍລະຈອນສິນຄ້າ ເພື່ອໃຫ້ມີຄວາມຄ່ອງຕົວດີຂຶ້ນ. 10. ໃຫ້ກະຊວງສຶກສາທິການ ແລະ ກີລາ ສືບຕໍ່ຊີ້ນຳຊຸກຍູ້ ແລະ ຕິດຕາມການກະກຽມສອບເສັງ ຈົບຊັ້ນ ແລະ ເລື່ອນຊັ້ນ ປະຈຳສົກ ຮຽນປີ 2020-2021 ໃຫ້ໄດ້ຕາມ ແຜນການ; ເອົາໃຈໃສ່ຄຸ້ມຄອງຄູ, ອາຈານ, ນັກຮຽນ, ນັກສຶກສາ ໃຫ້ປະຕິບັດຕາມຄໍາແນະນໍາ ຂອງຄະນະສະເພາະກິດ ໃນການ ປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. 11. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ໂຄສະນາສົ່ງເສີມການ ຮັກສາວັດທະນະທຳ ແລະ ຮີດ ຄອງປະເພນີອັນດີງາມຂອງ ຊາດ, ຄົ້ນຄ້ວາ ແລະ ສະເໜີລັດຖະບານປະກາດໃຊ້ເຄື່ອງນຸ່ງປະຈຳຊາດຢ່າງເປັນທາງການ. 12. ໃຫ້ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີການຊີ້ນໍາ-ນຳພາ ຕໍ່ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງ ຊາດ ປະຈໍາປີ 2021 ແລະ ແຜນ ງົບປະມານແຫ່ງລັດ ໃຫ້ເຂົ້າ ສູ່ລວງເລິກ ແລະ ມີປະສິດທິຜົນ ສູງ. 13. ມອບໃຫ້ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ຮ່າງມະຕິຕົກລົງຂອງກອງ ປະຊຸມລັດຖະບານ ຄັ້ງປະຖົມມະ ລືກ ສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ເພື່ອ ເປັນບ່ອນອີງໃນການຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາຂະ ແໜງການ ແລະ ທ້ອງຖິ່ນ ໃນການ ຈັດຕັ້ງປະຕິບັດໃຫ້ປະກົດຜົນ ເປັນຈິງ. ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ທິດ ຊີ້ນຳຈາກ ສະຫາຍ ທອງລຸນ ສີ ສຸລິດ, ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະ ທານປະເທດ ທີ່ໄດ້ເນັ້ນ ໃຫ້ປັບປຸງ ກົງຈັກການຈັດຕັ້ງຂອງບັນດາ ກະຊວງ, ກົມກອງ ແລະ ພະແນກ ການໃຫ້ເໝາະສົມລວມທັງ ຄົ້ນ ຄວ້າປັບປຸງກົງຈັກຢູ່ຂັ້ນທ້ອງຖິ່ນ ຮາກຖານ ໃຫ້ສອດຄ່ອງກັນບົນ ຈິດໃຈກະທັດຮັດ, ມີປະສິດທິ ພາບສູງ ແລະ ສາມາດກວດກາ ໄດ້, ລົບລ້າງການບໍລິຫານລັດ ທີ່ເປັນຂອດລະຫວ່າງກາງ, ມອບ ໜ້າທີ່ຮັບຜິດຊອບ ໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງ ໃຫ້ລະອຽດຂຶ້ນ ກວ່າເກົ່າ; ຫັນການບໍລິຫານ ວຽກງານຂອງລັດ ໃຫ້ເຂົ້າສູ່ລະ ບຽບກົດໝາຍຢ່າງເຂັ້ມງວດ. ສະມາຊິກລັດຖະບານ ຕ້ອງເປັນ ຜູ້ຄິດ, ຄົ້ນຫາສິ່ງໃໝ່ໆ ໃນການ ບໍລິຫານວຽກ, ບໍລິຫານຄົນໃຫ້ ຄ່ອງແຄ້ວ, ທັງຕ້ອງເປັນແບບ ຢ່າງທີ່ດີ, ເຮັດວຽກຍາມໃດກໍໃກ້ ຊິດຕິດແທດຕົວຈິງກັບຮາກຖານ, ເປັນແບບຢ່າງໃນການປ່ຽນ ແປງສູ່ອັນໃໝ່, ສ້າງການຫັນ ປ່ຽນແບບບຸກທະລຸດ້ານຕ່າງໆ ໃນຂົງເຂດວຽກງານທີ່ຕົນຮັບຜິດ ຊອບ, ເສີມຂະຫຍາຍຫົວຄິດ ປະດິດສ້າງຂອງພະນັກງານ ທີ່ ຕົນຊີ້ນຳບັນຊາໃຫ້ເຂົາກ້າຄິດ, ກ້າເຮັດໃນສິ່ງທີ່ຖືກກົດໝາຍ; ສະມາຊິກລັດຖະບານ ຕ້ອງກ້າ ຕັດສິນໃຈ ແລະ ກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນ ປະໂຫຍດສ່ວນລວມ, ຖືຜົນປະ ໂຫຍດຂອງປະຊາຊົນສູງກວ່າສິ່ງ ໃດແນໃສ່ເພີ່ມຄວາມເຫຼື້ອມໃສ ສັດທາຂອງປະຊາຊົນ ຕໍ່ພັກ-ລັດ ເຮົາ, ໃຫ້ລັດຖະບານ ສືບຕໍ່ປັບປຸງ ແກ້ໄຂຄວາມໂປ່ງໃສຂອງພະ ນັກງານຢ່າງແຂງແຮງກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ