ກອງທັບປະຊາຊົນລາວ

ວັນພຸດ, ວັນທີ 28 ເມສາ 2021



ສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ ແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ຄະນະລັດຖະບານ
ເວລາອອກຂ່າວ: 2021-04-13 17:43:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 6997 | ຄວາມນິຍົມ:



ສຳນັກຂ່າວ ຫວຽດນາມນິວ ລາຍງານໃນວັນທີ 8 ເມສານີ້ວ່າ: ພາຍຫຼັງສະພາແຫ່ງຊາດພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ 1 ທ່ານ ແລະ ລັດຖະມົນຕີ ພ້ອມດ້ວຍ ສະມາຊິກລັດຖະບານຈຳນວນ ໜຶ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ຍື່ນ ສະເໜີບັນຊີລາຍຊື່ ເພື່ອໃຫ້ສະພາ ແຫ່ງຊາດໃຫ້ສັດຕະຍາບັນແຕ່ງ ຕັ້ງຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ແລະ ສະມາຊິກລັດຖະ ບານຈຳນວນໜຶ່ງ. ບັນຊີລາຍຊື່ຍື່ນສະເໜີຕໍ່ສະພາແຫ່ງຊາດ ໃຫ້ສັດຕະຍາບັນ ແຕ່ງຕັ້ງຮອງນາຍົກລັດຖະມົນຕີ ສອງທ່ານ ຄື ທ່ານ ເລມິນຂ໋າຍ ອະດີດຫົວໜ້າອົງການກວດ ກາລັດຖະບານ ແລະ ທ່ານ ເລວັນ ແທັ່ງ ເລຂາຄະນະພັກນະຄອນ ຫ໋າຍຟ່ອງ. ທ່ານ ພົນໂທ ຟານວັນຢາງ, ກຳມະການກົມການເມືອງສູນ ກາງພັກ ຊຸດທີ XIII, ຫົວໜ້າເສ ນາທິການໃຫຍ່ກອງທັບປະຊາ ຊົນຫວຽດນາມ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ໄດ້ ຮັບການແນະນຳໃຫ້ສັດຕະຍາ ບັນແຕ່ງຕັ້ງດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງປ້ອງກັນປະ ເທດ.ທ່ານ ເຈິ່ນວັນເຊິນ, ກຳມະ ການສູນກາງພັກ, ຮອງຫົວໜ້າ ຫ້ອງວ່າການລັດຖະບານ, ໄດ້ຮັບ ການສະເໜີໃຫ້ສັດຕະຍາບັນແຕ່ງ ຕັ້ງດຳລົງຕຳແໜ່ງເປັນລັດຖະ ມົນຕີ, ຫົວໜ້າຫ້ອງວ່າການລັດ ຖະບານ ທ່ານ ເຮົ່າອາເລັ່ງ, ກຳ ມະການສູນກາງພັກ, ຮອງປະ ທານທັງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງແນວ ໂຮມປະເທດຊາດ ຫວຽດນາມ, ໄດ້ຮັບການສະເໜີໃຫ້ສັດຕະຍາ ບັນແຕ່ງຕັ້ງດຳລົງຕຳແໜ່ງເປັນ ລັດຖະມົນຕີ, ຫົວໜ້າຄະນະກຳ ມະການຊົນເຜົ່າ ທ່ານ ດວ່ານ ຮົ່ງຟອງ, ກຳມະການສູນກາງ ພັກ ເລຂາຄະນະພັກແຂວງ ນາມດິ້ງ, ໄດ້ຮັບການສະເໜີໃຫ້ສັດຕະຍາບັນແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນຫົວໜ້າອົງການກວດກາລັດ ຖະບານ. ນອກຈາກນີ້, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ຍື່ນສະເໜີຕໍ່ສະ ພາແຫ່ງຊາດໃຫ້ສັດຕະຍາບັນ ແຕ່່ງຕັ້ງສະມາຊິກລັດຖະບານ 12 ທ່ານ, ໃນນັ້ນ ມີລັດຖະມົນຕີ 9 ທ່ານ, ລວມມີລັດຖະມົນຕີກະ ຊວງປ້ອງກັນປະເທດ; ກະຊວງ ການຕ່າງປະເທດ; ກະຊວງພາຍ ໃນ; ກະຊວງການເງິນ; ກະຊວງ ກະສິກຳ ແລະ ພັດທະນາຊົນນະ ບົດ; ກະຊວງອຸດສາຫະກຳ ແລະ ການຄ້າ; ກະຊວງສຶກສາ ແລະ ກໍ່ສ້າງ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ລັດ ຖະມົນຕີກະຊວງກໍ່ສ້າງ.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ