
![]()
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ມອບອາກອນກຳໄລກວ່າ 17 ລ້ານໂດລາ ສຳລັບປີ 2020 ໃຫ້ແກ່ພາກລັດ
ເວລາອອກຂ່າວ: 2021-04-13 17:47:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 8138 | ຄວາມນິຍົມ: ![]()
ໃນວັນທີ 7 ເມສາ 2021, ບໍລິ
ສັດລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບແຊັກເງິນອາກອນກຳ ໄລຂອງປີ 2020 ຈໍານວນ 17.229.742 ໂດລາ ໃຫ້ ທ່ານ ທໍາມະລົດ ຣາຊາພົນ, ຮອງ ຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ. ໃນປີ 2020, ລຊມລ ໄດ້ມອບຫຼາຍກວ່າ 32 ລ້ານໂດລາ ໃຫ້ແກ່ພາກລັດເປັນ
ຄ່າຊັບພະຍາກອນແຮ່ທາດ ແລະ
ອາກອນກຳໄລ. ໃນປີ 2020, ບໍ
ລິສັດ ລຊມລ ຜະລິດຄຳໄດ້ ກວ່າ
2 ໂຕນ. ຕັ້ງແຕ່ເລີ່ມດໍາເນີນ ການຂຸດຄົ້ນ-ຜະລິດຄໍາ-ທອງ ໃນປີ 2003, ລຊມລ ໄດ້ມອບ ລາຍຮັບໂດຍກົງຫຼາຍກວ່າ 1,5 ຕື້ໂດລາ ໃຫ້ແກ່ ສປປ ລາວເປັນ
ຄ່າຊັບພະຍາກອນແຮ່ທາດ, ອາ ກອນ ແລະ ເງິນປັນຜົນ.
ທ່ານ ສະໝານ ອະເນກາ, ຜູ້ອຳ
ນວຍການໃຫຍ່ ລຊມລ ໄດ້ກ່າວ ວ່າ “ລຊມລ ມີຄວາມພາກພູມ
ໃຈເປັນຢ່າງຍິ່ງທີ່ໄດ້ປະກອບ ສ່ວນຕໍ່ການພັດທະນາເສດຖະ ກິດ-ສັງຄົມໃນ ສປປ ລາວ. ນອກ ຈາກການປະກອບສ່ວນເປັນ ລາຍຮັບໂດຍກົງຕໍ່ລັດຖະບານ ແລ້ວ, ລຊມລ ຍັງໄດ້ປະກອບສ່ວນຫຼາຍຮ້ອຍລ້ານໂດລາສະ
ຫະລັດ ໂດຍຜ່ານການສ້າງວຽກ ເຮັດງານທຳ ແລະ ການເຝິກ
ອົບຮົມ, ການພັດທະນາພື້ນ
ຖານໂຄງລ່າງ, ການພັດທະນາ
ທຸລະກິດທ້ອງຖິ່ນກໍຄືການພັດ
ທະນາຊຸມຊົນ.”
ທ່ານໄດ້ກ່າວຕື່ມວ່າ “ລຊມລ ມຸ່ງໝັ້ນ ປະຕິບັດຕາມມາດຕະ ຖານສາກົນດ້ານຄວາມປອດໄພ, ມາດຕະຖານດ້ານສິ່ງແວດລ້ອມ ແລະ ການເຄົາລົບປະເທດກໍ
ຄືຊຸມຊົນເຈົ້າພາບ. ມາດຕະ ຖານດ້ານສັງຄົມ ແລະ ສິ່ງແວດ
ລ້ອມຂອງ ລຊມລ ໄດ້ຖືກຍົກ
ເປັນແບບຢ່າງດີທີ່ໃຫ້ແກ່ໂຄງ ການອື່ນໆ. ນອກຈາກນັ້ນ ລຊມລ
ເປັນບໍລິສັດໜຶ່ງດຽວເທົ່ານັ້ນ ໃນ ສປປ ລາວ ທີ່ໄດ້ຮັບໃບຍ້ອງຍໍ ປະເພດ A+ ຈາກກະຊວງພະ ລັງງານ ແລະ ບໍ່ແຮ່ ສະເໝີມາ”. ໂຄງການຄຳ-ທອງ ເຊໂປນ ໄດ້ສ້າງວຽກເຮັດງານທໍາໃຫ້ຄົນລາວຫຼາຍພັນຄົນ ແລະ ໄດ້ລົງ ທຶນຫຼາຍຮ້ອຍລ້ານໂດລາສະ ຫະລັດເຂົ້າໃສ່ການພັດທະນາ ແລະ ການເຝິກອົບຮົມ. ໃນຊຸມ ຊົນເມືອງວິລະບູລີ ມີປະຊາ ຊົນກວ່າ 40.000 ຄົນໄດ້ຮັບ
ຜົນປະໂຫຍດຈາກໂຄງການ ພັດທະນາຊຸມຊົນຂອງໂຄງ ການຄຳ-ທອງເຊໂປນ ລວມ ມູນຄ່າ 13 ລ້ານໂດລາ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ 33 ລ້ານໂດລາ.
ໂດຍ: ຈັນທະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















