ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ສົນທະນາແບບທາງໄກ
ເວລາອອກຂ່າວ: 2021-04-13 18:34:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



ວັນທີ 12 ເມສາ 2021, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະ ທ່ານ ພັນຄໍາ ວິພາວັນ, ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບແບບ ທາງໄກກັບ ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກກໍາປູເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການພົວພັນ ແບບຄູ່ຮ່ວມຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານລະ ຫວ່າງ ສອງປະເທດ ລາວ-ກໍາປູ ເຈຍ. ໃນການສົນທະນາທາງໂທລະ ສັບຄັ້ງນີ້ ພະນະ ທ່ານ ພັນຄໍາ ວິ ພາວັນພະນະ ທ່ານ ສົມເດັດ ເຕໂຈ ຮຸນ ແຊນ ໄດ້ຖືວ່າ ເປັນຄັ້ງທໍາ ອິດພາຍຫຼັງທີ່ໄດ້ຮັບການແຕ່ງ ຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງທ່ານ ໄດ້ສະແດງຄວາມ ຂອບໃຈທີ່ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າ ສະຫຼົດໃຈ ແລະ ຄວາມເຫັນໃຈ ມາຍັງການນໍາຂອງລາວ ແລະ ຄອບຄົວຂອງອະດີດເລຂາທິການ ໃຫຍ່, ປະທານ ປະເທດ ຈູມມາ ລີ ໄຊຍະສອນ ຕໍ່ການສູນເສຍອັນ ຍິ່ງໃຫຍ່ຍ້ອນອຸປະຕິເຫດທາງ ເຮືອ ໃນວັນທີ 4 ເມສາ 2021 ທີ່ຜ່ານມາ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນ ມິດຕະພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດ ທະສາດຮອບດ້ານ ແລະ ໝັ້ນຄົງ ຍາວນານລະຫວ່າງລາວ-ກໍາ ປູເຈຍ ທີ່ໄດ້ຮັບການເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າ ສູ່ລວງເລິກໃນທຸກຂົງເຂດໂດຍ ຜ່ານບັນດາກົນໄກຮ່ວມມືສອງ ຝ່າຍຂອງສອງປະເທດ ທັງຢູ່ສູນ ກາງ ແລະ ທ້ອງຖິ່ນ, ໂດຍສະເພາະ ສອງຝ່າຍໄດ້ພະຍາຍາມຮ່ວມ ກັນເອົາໃຈໃສ່ຊຸກຍູ້ການພົວພັນ ຮ່ວມມືລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໃຫ້ມີການຂະ ຫຍາຍຕົວເປັນປົກກະຕິ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຕ່າງໆ ລະຫວ່າງ ສອງປະເທດໃນບົດ ບັນທຶກສອງກົມການເມືອງ (ຄັ້ງທີ 12 ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຕົ້ນເດືອນ ກຸມພາ 2020), ບົດບັນທຶກຂອງກອງປະ ຊຸມຄະນະກຳມະການຮ່ວມມື (JC) ລາວ-ກໍາປູເຈຍ ຄັ້ງທີ 13 ກໍຄືເອກະສານອື່ນໆ ທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ. ໃນໂອກາດດຽວກັນ, ສອງ ຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງເຫັນດີສືບຕໍ່ໃຫ້ມີການແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນ ສູງ ແລະ ຂັ້ນຕ່າງໆ, ນັບແຕ່ຂັ້ນ ສູນກາງຮອດຂັ້ນທ້ອງຖິ່ນ ລະ ຫວ່າງສອງປະເທດຢ່າງເປັນປົກ ກະຕິ ພາຍຫຼັງສິ້ນສຸດການລະບາດ ຂອງພະຍາດ ໂຄວິດ 19. ພ້ອມ ນັ້ນ, ຍັງໄດ້ມີການສືບຕໍ່ຊຸກຍູ້ໃຫ້ ຂະແໜງການທີ່ກ່ຽວຂ້ອງຂອງ ທັງສອງຝ່າຍເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ ໃນໄລຍະ ຜ່ານມາ ໃຫ້ເປັນຮູບປະທຳເພື່ອ ຜົນປະໂຫຍດຂອງປະຊາຊົນສອງ ຊາດ. ໃນຕອນທ້າຍ, ສົມເດັດ ເຕໂຈ ຮຸນ ແຊນ ໄດ້ເຊື້ອເຊີນ ພະນະທ່ານ ພັນຄຳ ວິພາວັນ ໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ໃນ ເວລາທີ່ເໝາະສົມ ແລະ ໄດ້ຝາກ ຄວາມຢ້ຽມຢາມເຖິງພະນະທ່ານ ທອງລຸນ ສີສຸລິດ ຖາມຂ່າວປະ ທານປະເທດ ແຫ່ງ ສປປ ລາວ ໃນໂອກາດປີໃໝ່ລາວ. ທີ່ຈະມາ ເຖິງນີ້ ພ້ອມນີ້ສົມເດັດ ເຕໂຈ ຮຸນ ແຊນ ຍັງໄດ້ອວຍພອນ ໃຫ້ ພະນະ ທ່ານ ພັນຄຳ ວິພາ ວັນ ພ້ອມຄອບຄົວ ຈົ່ງມີແຕ່ຄວາມ ຜາສຸກ ແລະ ປະສົບຜົນ ສໍາເລັດ ທີ່ຍິ່ງໃຫຍ່ກວ່າເກົ່າ. ໃນໂອກາດ ດຽວກັນ, ພະນະທ່ານ ພັນຄຳ ວິພາວັນ ກໍໄດ້ເຊື້ອເຊີນ ພະນະ ທ່ານສົມເດັດ ເຕໂຈ ຮຸນ ແຊນ ພ້ອມດ້ວຍພັນລະຍາມາຢ້ຽມ ຢາມ ສປປ ລາວ ໃນເວລາທີ່ເໝາະ ສົມ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ອວຍພອນ ໃຫ້ການພົວ ພັນຮ່ວມມືລະຫວ່າງສອງປະເທດ ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນ ດີງາມມາແຕ່ດົນນານ ຈົ່ງສືບຕໍ່ ຈະເລີນງອກງາມຂຶ້ນໄປເລື້ອຍໆ ເພື່ອຜົນປະໂຫຍດຕົວຈິງຂອງ ປະຊາຊົນສອງຊາດຢ່າງແທ້ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ