ທະຫານໃໝ່ ຊຸດທີ 30 ໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊຍະບູລີ ເຝິກຊ້ອມເຄື່ອນທັບ
ເວລາອອກຂ່າວ: 2021-04-13 18:38:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 801 | ຄວາມນິຍົມ:
ໃນວັນທີ 2 ເມສາ 2021 ນີ້, ທະຫານໃໝ່ ຊຸດທີ 30 ໂຮງ ຮຽນການທະຫານທ້ອງຖິ່ນທະ ຫານແຂວງໄຊຍະບູລີ ໄດ້ເຝິກ ຊ້ອມເຄື່ອນທັບສັງລວມບົດ ຮຽນການຮຽນ-ການສອນ ລະ
ບົບ 3 ເດືອນ ປະຈຳປີ 2021 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງ ຫົວໜ້າຫ້ອງເສນາທິການກອງ ບັນຊາການທະຫານແຂວງໄຊ ຍະບູລີ, ມີຄະນະຮັບຜິດຊອບຊີ້ນຳລວມພາກສະໝາມຕະຫຼອດ
ຮອດຄູ-ອາຈານ ແລະ ນັກຮຽນ ທະຫານໃໝ່ເຂົ້າຮ່ວມ.
ການເຝິກຊ້ອມເຄື່ອນທັບ ສັງລວມບົດຮຽນໃນຄັ້ງນີ້, ມີໄລຍະທາງເຄື່ອນທັບ ຍາວ
16 ກິໂລແມັດ, ໂດຍການປະຕິ
ບັດຕາມແຜນການ, ການຮຽນ-
ການສອນ ຂອງໂຮງຮຽນການ
ທະຫານທ້ອງຖິ່ນວາງອອກ ແລະ ເພື່ອເປັນການກວດກາ
ຄືນທາງດ້ານຄວາມຮູ້ ຄວາມ ສາມາດຂອງນັກຮຽນໃນຊຸດນີ້, ໃນການເຝິກແອບຮໍ່າຮຽນການ ເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກ ໄລຍະ
3 ເດືອນຜ່ານມາ, ຜ່ານການ ປະຕິບັດເຄື່ອນທັບ, ຕົວຈິງເຫັນ ວ່າ: ແຕ່ລະສະຫາຍແມ່ນມີ
ຄວາມຮັບຜິດຊອບສູງໃນການ
ຫັດແອບ, ຮັກສາໄດ້ຈຳນວນພົນ ໄລຍະຫ່າງເວລາການເຄື່ອນທັບປະຕິບັດມະຕິຄຳສັ່ງຂອງຜູ້ຊີ້ນຳບັນຊາ, ມີຄວາມອົດທົນຜ່ານຜ່າ ແລະ ຕັດສິນໃຈສູງຕໍ່ກັບສະ ພາບແວດລ້ອມດິນຟ້າອາກາດ, ພູມີປະເທດ ເຖິງວ່າສະພາບອາ ກາດຈະຮ້ອນແຕ່ທຸກຄົນກໍຮັກ ສາໄດ້ຄວາມສາມັກຄີ ແລະ ຮັກ ສາຄວາມປອດໄພໄດ້ 100% ສາມາດຕີລາຄາຜົນໄດ້ຮັບຂອງ ການເຄື່ອນທັບໃນຄັ້ງນີ້ ບັນລຸໄດ້ 95%.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ