
![]()
ມວນຊົນຄົນເຊື້ອຊາດອາຊີ ເຄື່ອນໄຫວປະທ້ວງ ການຈຳແນກຜິວພັນຢູ່ນິວຢອກ
ເວລາອອກຂ່າວ: 2021-04-13 18:48:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 7186 | ຄວາມນິຍົມ: ![]()
ສໍານັກຂ່າວຊີອາໄອຂອງຈີນ ໄດ້ໃຫ້ຮູ້ໃນວັນທີ 4 ເມສານີ້, ຢູ່ ນະຄອນນິວຢອກ ສະຫະລັດອາ ເມຣິກາ ຄົນເຊື້ອຊາດອາຊີໄດ້ຈັດ ການເຄື່ອນໄຫວປະທ້ວງເພື່ອຕໍ່ ຕ້ານການຈຳແນກເຊື້ອຊາດອາຊີ ຢ່າງຂະບວນໃຫຍ່ ເຊິ່ງມີຜູ້ເຂົ້າ ຮ່ວມປະມານໝື່ນກວ່າຄົນ.
ການເຄື່ອນໄຫວເທື່ອນີ້ມີຫົວ ຂໍ້ວ່າ: “ຢຸດຕິອາຊະຍາກຳທີ່ເກີດ ຈາກການຄຽດຊັງ, ຄັດຄ້ານການ ຈຳແນກເຊື້ອຊາດຜິວພັນ, ປົກ ປ້ອງສິດຜົນປະໂຫຍດຂອງຄົນ ເຊື້ອສາຍອາຊີ.” ຜູ້ປະທ້ວງໄດ້ຊູ ປ້າຍຄຳຂວັນຕ່າງໆ ເຊັ່ນ “ຢຸດຕິ ການຄຽດຊັງກັນ”, “ຄວາມສາ ມັກຄີຄືພະລັງ”ແລະ ອື່ນໆ, ເພື່ອ ສະແດງການປະທ້ວງຕໍ່ເຫດການ ໃຊ້ຄວາມຮຸນແຮງຕໍ່ຄົນເຊື້ອສາຍອາຊີທີ່ເກີດຂຶ້ນຢູ່ນິວຢອກ ແລະ ທົ່ວອາເມຣິການັບມື້ນັບຫຼາຍຂຶ້ນ ໃນໄລຍະນີ້.
ສູນຄົ້ນຄວ້າຄວາມຄຽດຊັງ ແລະ ລັດທິຫົວຮຸນແຮງຂອງ ມະຫາວິທະຍາໄລແຫ່ງລັດກາລີຟໍ ເນຍສາຂາແຊນເບີນາດີໂນສະ ຫະລັດອາເມຣິກາ ໄດ້ເຜີຍແຜ່ບົດ ລາຍງານຜົນການ ສຳຫຼວດສະ ບັບໜຶ່ງໃນເດືອນມີນາຜ່ານມາ ເຊິ່ງຜົນການສຳຫຼວດສະແດງໃຫ້ ເຫັນວ່າ: ເຖິງວ່າອາຊະຍາກຳທີ່ ເກີດຈາກການ ຄຽດຊັງໃນປີ 2020 ໄດ້ຫຼຸດລົງ 7% ກໍຕາມ, ແຕ່ອາຊະຍາກຳທີ່ແນໃສ່ຄົນເຊື້ອ ສາຍອາຊີໄດ້ເພີ່ມຂຶ້ນກາຍ 100%. ໃນນີ້ ຢູ່ນະຄອນນິວຢອກ ແມ່ນກວມອັດຕາສ່ວນສູງສຸດ, ອາຊະຍາກຳທີ່ເກີດຈາກການ ຄຽດຊັງເພີ່ມຂຶ້ນຈາກ 3 ຄະດີໃນ ປີ2019 ເພີ່ມຂຶ້ນມາເປັນ 28 ຄະດີໃນປີ2020, ເຊິ່ງໄດ້ເພີ່ມຂຶ້ນ ຫຼາຍເທົ່າຕົວ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















