ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 23 ເມສາ 2021



ສະເຫຼີມສະຫຼອງບຸນປີໃໝ່ລາວ ຕິດພັນກັບການປ້ອງກັນພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-04-13 18:50:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 6631 | ຄວາມນິຍົມ:



ເນື່ອງຈາກ ບຸນປີໃໝ່ປະຈໍາ ຊາດ ປີ ພສ 2564 ປີນີ້ ຍັງມີສະ ພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ຕາມຊຸມຊົນຕ່າງໆ ໃນ ຂອບເຂດທົ່ວໂລກ ກໍຄືປະເທດ ໃກ້ຄຽງຍັງສືບຕໍ່ລະບາດໃນ ລະດັບແຕກຕ່າງກັນ ສະນັ້ນໃນ ການຈັດຕັ້ງສະຫຼອງປີໃໝ່ປີ ນີ້ທົ່ວ ປວງຊົນລາວບັນດາເຜົ່າຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນພະຍາດດັ່ງກ່າວ ລັດຖະບານຈຶ່ງໄດ້ວາງ 8 ຂໍ້ທີ່ ໃຫ້ທຸກຄົນຈົ່ງພ້ອມກັນເອົາໃຈ ໃສ່ຈັດຕັ້ງປະຕິບັດ ໜຶ່ງໃນນັ້ນ ແມ່ນການຈັດຕັ້ງສະຫຼອງບຸນປີ ໃໝ່ລາວໃຫ້ປະຕິບັດໃນຂອບ ຮີດຄອງປະເພນີ ແລະ ຂະ ນົບທຳນຽມອັນດີງາມ ເຊິ່ງຈັດ ຂຶ້ນຢູ່ພາຍໃນຄອບຄົວ, ອົງການ, ວັດວາອາຣາມ ແລະ ສະຖານທີ່ ສັກກາລະບູຊາຕ່າງໆ(ການບາ ສີສູ່ຂວັນ, ການຫົດສົງນໍ້າພະ ຕ່າງໆ) ສະແດງໃຫ້ເຫັນເຖິງ ຄວາມສຳຄັນໃນການຮັກສາວັດ ທະນະທຳ, ຮີດຄອງປະເພນີໄປຄຽງຄູ່ກັບການປ້ອງກັນພະຍາດໂຄວິດ-19. ການສະເຫຼີມສະຫຼອງບຸນປີ ໃໝ່ລາວເປັນຮີດຄອງປະເພນີທີ່ ປະຕິບັດກັນມາແຕ່ອະດີດຈົນ ຮອດປັດຈຸບັນ ແລະ ໃນແຕ່ລະ ປີນັ້ນຕ້ອງໄດ້ຫົດສົງນ້ໍາພະ ພຸດທະຮູບດ້ວຍນ້ໍາອົບນ້ໍາຫອມ ເຊິ່ງອີງຕາມເລື່ອງເລົ່າ ໃນນິ ທານເລື່ອງມະຫາກະບິນລະ ພົມກັບທ້າວທາໍມະບານກຸມ ມານທີ່ໄດ້ທົດລອງປັນຍາທວາຍ ທັກກັນວ່າ: ຣາສີມະນຸດຍາມ ເຊົ້າຢູ່ໃສ, ຍາມທ່ຽງຢູ່ໃສ ແລະ ຍາມແລງຢູ່ໃສ ເປັນເຫດໃຫ້ທ້າວ ກະບິນລະພົມຕ້ອງຍອມຕັດຄໍ ຕົນເອງ ຕາມຄາໍສັນຍາເພາະ ທ້າວທຳມະບານກຸມມານສາມາດ ຕອບຄາໍຖາມຖືກທຸກຂໍ້ແຕ່ເຫດ ວ່າຫົວຂອງທ້າວກະບິນລະພົມ ນັ້ນ ມີລິດເດດຫຼາຍຄື ຖ້າຕົກລົງ ໃສ່ນ້ໍາມະຫາສະໝຸດຈະເຮັດໃຫ້ ມະຫາສະໝຸດແຫ້ງແລ້ງເກີດໄພ ພິບັດທົ່ວໂລກ, ຖ້າຕົກຖືກດິນຈະ ເກີດໄຟໄໝ້ໂລກ, ຖ້າຕົກໃນອະວະ ກາດຈະເຮັດໃຫ້ຝົນບໍ່ຕົກເກີດ ແຫ້ງແລ້ງໄປທົ່ວ ດັ່ງນັ້ນ ຫົວຂອງ ກະບິນລະພົມຈຶ່ງຖືກຮອງຮັບ ດ້ວຍພານຄຳແລ້ວລູກສາວທັງ ເຈັດຄົນກໍໄດ້ນາໍເອົາຫົວຂອງພໍ່ ໄປໄວ້ໃນພູເຂົາພະສຸເມນ ແລ້ວ ຜັດປ່ຽນກັນໄປຫົດສົງແຕ່ລະປີເຊິ່ງປີນີ້ຖືກຜຽນລູກສາວ ຜູ້ທີສີ່ ມີຊື່ວ່າ ນາງ ມົນທາເທວີ, ຊົງດອກພາຫຸຣັດທັດດອກຈຳ ປາແດງ, ອາພອນຖືກປະດັບດ້ວຍ ແກ້ວໄພທູນ(ແກ້ວຂຽວໃບໄມ້) ສະເຫວີຍ ນົມເນີຍ ເປັນອາຫານ, ພະຫັດຂວາງຊົງຖືເຫຼັກແຫຼມ (ຫອກ) ພະຫັດຊ້າຍຊົງຖືໄມ້ເທົ້າ, ສະເດັດນອນຫຼັບຕາມາເທິງຫຼັງ ຄຸດເປັນພາຫະນະ ສະນັ້ນໃນ ເດືອນເມສາ ຈຶ່ງມີການຫົດສົງ ນ້ໍາ ພະພຸດທະຮູບ ແລະ ສະເຫຼີມ ສະຫຼອງວັນສັງຂານຂຶ້ນເປັນວັນ ເລີມຕົ້ນປີໃໝ່ລາວ. ການຫຼິ້ນບຸນປີໃໝ່ລາວ ຖ້າ ເຮົາຮັບຮູ້ ແລະ ເຂົ້າໃຈຖືກຕ້ອງ ຕາມຮີດຄອງປະເພນີແລ້ວການ ຄົບງັນການສະຫຼອງນັ້ນແມ່ນ ຕ້ອງໃຫ້ສອດຄ່ອງກັບຮີດຄອງ ປະເພນີ ແລະ ວັດທະນະທຳອັນ ດີງາມຂອງຊາດ ກໍຄືສອດຄ່ອງ ກັບຄວາມເປັນຈິງຂອງສັງຄົມ. ໃນວັນສັງຂານຂຶ້ນ ເຊິ່ງເປັນມື້ ທາໍອິດທີ່ກ້າວເຂົ້າບຸນປີໃໝ່ລາວ ຫຼື ຫຼາຍຄົນເອີ້ນວ່າມື້ເອົາພະລົງ ຫົດສົງໂດຍມີຂີ້ໝິ່ນ ແລະ ນ້ໍາ ຫອມເປັນຫຼັກເພື່ອເປັນການຮັກ ສາວັດທະນະທຳ ນອກນັ້ນພະ ພຸດທະຮູບທີ່ປະດິດສະຖານຢູ່ ຫ້ອງພະ ເຮືອນກໍຕ້ອງອັນເຊີນ ລົງມາຫົດສົງນາໍຈຸດປະສົງກໍ ເພື່ອໃຫ້ຊຸ່ມເຢັນ ພ້ອມນັ້ນກໍບໍ່ ຄວນລືມຫົດສົງພໍ່ແມ່ ແລະ ຍາດ ຜູ້ໃຫຍ່ຂອງພວກເຮົາ ເພື່ອຂໍຄະ ມາລາໂທດໃນສິ່ງທີ່ເຮົາອາດ ເຮັດຜິດພາດ ໂດຍທີ່ເຮົາອາດບໍ່ ໄດ້ຕັ້ງໃຈກະທຳໃນໜຶ່ງປີຜ່ານ ມາ ແລະ ເພື່ອສ້າງຂວັນກາໍລັງ ໃຈໃຫ້ເຮົາ ແລະ ຄອບຄົວເພື່ອ ຄວາມສຸກ ຄວາມຈະ ເລີນໃນພາຍ ພາກໜ້າ ແລະ ການຫຼີ້ນ ຫຼື ສະ ຫຼອງປີໃໝ່ດ້ວຍຄວາມສຸກຄວາມ ເບີກບານມ່ວນຊື່ນຖືກຕ້ອງຕາມ ຮີດຄອງປະເພນີອັນດີງາມ ແລະ ທີ່ສາໍຄັນປີນີ້ ໃນການອອກໄປສົງນ້ໍາພະພຸດທະຮູບກໍຕ້ອງໄດ້ ເອົາໃຈໃສ່ໃນການປ້ອງກັນພະ ຍາດໂຄວິດ-19 ດວ້ຍການ ໃສ່ຜ້າ ປິດປາກ-ດັງຮັກສາໄລຍະຫ່າງ ບໍ່ເດີນທາງໄປບ່ອນຊຸມຊົນແອ ອັດ ແລະ ລ້າງມືເປັນປະຈຳດ້ວຍ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ