ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຊຽງຂວາງ ສະຫຼຸບຕີລາຄາວຽກງານກວດກາພັກ ຄັ້ງທີ 4
ເວລາອອກຂ່າວ: 2021-04-18 14:55:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ໃນວັນທີ 8 ເມສາ 2021 ນີ້, ກອງບັນຊາການທະຫານແຂວງ ຊຽງຂວາງ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດ ກາພັກ-ລັດຄັ້ງທີ 4 ໂດຍການ ເປັນປະທານຂອງສະຫາຍ ພົນຈັດ ຕະວາ ຂັນທອງ ວົງອໍາຄາ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ຊຽງຂວາງ, ມີບັນດາສະຫາຍ ຜູ້ຕາງໜ້າກົມກວດກາ ກະຊວງ ປ້ອງກັນປະເທດ, ພະແນກກວດ ກາແຂວງ, ມີຄະນະພັກ-ຄະນະ ບັນຊາກອງພັນໃຫຍ່ 702, ກອງ ພັນໃຫຍ່ 63, ໂຮງໝໍບໍລິເວນ 101 ແລະຄະນະພັກ-ຄະນະບັນ ຊາກົມກອງໃນທົ່ວກໍາລັງທ້ອງ ຖິ່ນເຂົ້າຮ່ວມ. ສະຫາຍ ພັນໂທ ວົງສອນ ຢ່າ ຈົງຕົວ ຄະນະພັກກອງບັນຊາ ການ ຫົວໜ້າຫ້ອງການເມືອງ ໄດ້ ຂຶ້ນຜ່ານບົດສະຫຼຸບໝາກຜົນ ຂອງການຈັດຕັ້ງປະຕິບັດດໍາເນີນ ການກວດກາໃນໄລຍະ 5 ປີ ຜ່ານ ມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບາງບັນຫາທີ່ຈະ ຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂໃນ ຕໍ່ໜ້າ. ເຊິ່ງໃນໄລຍະຜ່ານມາ ຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ປະຕິບັດຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ Xຂອງ ພັກ,ມະຕິກອງປະຊຸມໃຫຍ່ ຄັ້ງທີ Vຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ກໍຄືມະຕິກອງ ປະຊຸມໃຫຍ່ຄັ້ງທີ V ຂອງອົງຄະ ນະພັກ ກອງບັນຊາການທະຫານ ແຂວງຊຽງຂວາງວາງອອກ ຢ່າງເຂັ້ມງວດ, ໃນການຈັດຕັ້ງ ບັນດາຂໍ້ກໍານົດກົດລະບຽບຂອງ ຂອງພັກ, ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ, ດໍາເນີນຊີ ວິດການ ເມືອງພາຍໃນພັກ ແລະ ການຈັດຕັ້ງປະຕິບັດກໍ່ສ້າງພັກ ຢ່າງເປັນປົກກະຕິ ພ້ອມທັງຊຸກ ຍູ້ບັນຫາໜໍແໜງ, ປະກົດການ ຫຍໍ້ທໍ້ຕ່າງໆພາຍໃນພັກຢ່າງມີ ປະສິດທິພາບ ແລະ ຖືກຕ້ອງ. ເຊິ່ງເຫັນໄດ້ໃນການກວດກາ ຕາມທິດສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໃນແຕ່ລະ ປີແມ່ນມີໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ເພີ່ມຂຶ້ນເປັນ ກ້າວໆ, ພ້ອມນີ້ກໍໄດ້ເອົາໃຈໃສ່ ເຄື່ອນໄຫວກວດກາຕາມແຜນ ການເຄື່ອນໄຫວວຽກງານຕົວ ຈິງຂອງແຕ່ລະກົມກອງ. ໂດຍສະ ເພາະແມ່ນ ກວດກາແບບແຜນ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດ ກົດໝາຍຂອງລັດ ແລະ ຂອງກອງ ທັບ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງ ກັນປະເທດວາງອອກ ໂດຍສະ ເພາະແມ່ນກວດກາຈໍານວນພົນ, ການຄຸ້ມຄອງນໍາໃຊ້ງົບປະມານ ລາຍຮັບ-ລາຍຈ່າຍ, ການຄຸ້ມ ຄອງປົກປັກຮັກສາພາຫານະ, ອາວຸດ-ລູກກະສູນທີ່ຂັ້ນເທິງປະ ກອບໃຫ້, ພ້ອມນີ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ ເພີ່ມທະວີຄວາມເປັນເຈົ້າການ ກວດກາ, ຮັດກຸມຢ່າງເປັນຮູບປະ ທໍາຕົວຈິງ ແລະ ຜ່ານບົດທິດທາງ ແຜນການໃນ 5 ປີຕໍ່ໜ້າ, ຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນ ກັນຂື້ນປະກອບຄໍາຄິດເຫັນໃສ່ ບົດສະຫຼຸບຢ່າງກົງໄປກົງມາ ແລະ ຮັບຮອງເອົາທິດທາງແຜນການ ຕໍ່ໜ້າ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍ ໃຫ້ສໍາເລັດຜົນເປັນຢ່າງດີ. ໂອກາດດຽວກັນ ສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນ ການຈັດຕັ້ງປະຕິບັດວຽກງານກວດກາຕະຫຼອດໄລຍະ 5 ປີ ຜ່ານມາ. ມັນສະແດງເຖິງຄວາມ ເປັນເຈົ້າການຕໍ່ໜ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ເຄື່ອນໄຫວຕາມສິດໜ້າທີ່, ພາ ລະບົດບາດຢ່າງເປັນຮູບປະທໍາ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານທີ່ເຮັດວຽກງານກວດກາແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຍົກສູງຄວາມຮູ້-ຄວາມສາມາດເຂົ້າໃນການຊີ້ນໍາ-ນໍາພາສຶກສາອົບຮົມການເມືອງ-ນໍາພາແນວຄິດຕິດພັນກັບວຽກ ງານກວດກາພັກ,ກວດກາລັດ ດ້ວຍຄວາມຮັດກຸມຢ່າງເລິກເຊິ່ງ ແລະ ເຂັ້ມງວດ, ເພື່ອນໍາພາກົມກອງຂອງຕົນກ້າວຂື້ນຕາມແບບ ແຜນທີ່ທັນສະໄໝເປັນກ້າວໆ. ໂດຍ: ແສງມະນີ ພາພັນເດດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ