ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ມວນຊົນ ຈັດພິທີຫົດສົງ ພະເຈົ້າອົງຄຳ
ເວລາອອກຂ່າວ: 2021-04-18 14:57:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ໃນວັນທີ 14 ເມສາ 2021 ເປັນມື້ທຳອິດ ຂອງການສະເຫຼີມ ສະຫຼອງບຸນປີໃໝ່ລາວ ພສ 2564, ອົງການປົກຄອງນະ ຄອນຫລວງວຽງຈັນ (ນວ), ແນວລາວສ້າງຊາດ ນວ, ພະ ແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງ ວຽງຈັນ(ຖວທ) ຮ່ວມກັບ ບໍລິ ສັດ ເພັດບັນດິດກໍ່ສ້າງ ຈຳກັດ, ພ້ອມດ້ວຍອຳນາດການປົກຄອງ ເມືອງໄຊເສດຖາ ແລະ ພາກສ່ວນ ກ່ຽວຂ້ອງ ໄດ້ຈັດພິທີຫົດສົງ ພະ ພຸດທະສຸວັນນະສາທານ ທັມມິກະ ຣາດ (ພຣະເຈົ້າອົງຄຳ) ຢູ່ກົມ ມະລຽນພະທາດຫຼວງວຽງຈັນ ໂດຍມີ ທ່ານ ນາງ ນາລີ ສີສຸລິດພັນລະຍາປະທານປະເທດແຫ່ງ ສປປ ລາວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ, ມີບັນດາພະສົງ, ເຈົ້າ ສັດທາ ແລະ ມວນຊົນເຂົ້າຮ່ວມ ຈຳນວນໜຶ່ງ. ທ່ານ ນາງ ບົວວຽງ ເພັດທະລານຄຳ ປະທານບໍລິສັດ ເພັດບັນດິດ ກໍ່ສ້າງຈຳກັດ ໃນ ນາມເຈົ້າສັດທາໃນພິທີ ໄດ້ໃຫ້ສຳ ພາດວ່າ: ການຈັດພິທີຫົດສົງ ພຣະເຈົ້າອົງຄຳ ໃນໂອກາດປີໃໝ່ ລາວ ຈະເປັນປະເພນີປະຕິບັດ ໃນ ແຕ່ລະປີ ແລະ ໃນປີ ພສ 2564 ນີ້, ພວກເຮົາໄດ້ມີການປຶກສາຫາ ລືກັບພາກສ່ວນກ່ຽວຂ້ອງ ກໍຄື ຄະນະອົງການພຸດທະນາສະໜາ ສຳພັນລາວ ແລະ ພະແນກ ຖວທ ນະຄອນຫຼວງວຽງຈັນ ຈັດພິທີ ບູຊາລຸກຂະເທວະດາ, ເຈົ້າຖິ່ນ ເຈົ້າຖານ, ສິ່ງສັກກາລະບູຊາ ເຂດມໍລະດົກພະທາດຫຼວງ ແລະ ອັງເຊີນ ພຣະເຈົ້າອົງຄໍາ ລົງສູ່ ແທ່ນຫົດສົງ ແລະ ຫົດສົງດ້ວຍ ນໍ້າຫອມທີ່ເຮັດມາຈາກນໍ້າສ້າງ 9 ວັດ ເພື່ອເປັນສິລິມຸງຄຸງແກ່ປະ ເທດຊາດບ້ານເມືອງ, ເຊິ່ງໃນປີນີ້ ແມ່ນເຮັດເອົາຮີດເອົາຄອງ, ຈັດ ແບບກະທັດຮັດ, ຈຳກັດຈຳນວນ ຄົນເຂົ້າຮ່ວມ, ໃສ່ຜ້າອັດປາກ-ດັງ ໂດຍປະຕິບັດຕາມມາດຕະ ການປ້ອງກັນການລະບາດຂອງພະຍາດໂຄວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ