ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 642 ບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2021-04-18 14:59:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ໃນລະຫວ່າງຕົ້ນເດືອນເມສາ 2021 ນີ້, ສູນບໍລິຈາກເລືອດອົງ ການກາແດງລາວ ປະຈໍາແຂວງ ບໍລິຄໍາໄຊ ນໍາພາໂດຍ ທ່ານ ນາງ ພີນທອງ ທໍາມະວົງສາ ຮອງຫົວໜ້າຫ້ອງການ ອົງການ ກາແດງ ພ້ອມດ້ວຍທີມງານ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ກອງພັນໃຫຍ່ 642, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນໂທ ບຸນດົກ ໄພມະນີ ຄະນະພັກ ຫົວ ໜ້າພະແນກພະລາ ພ້ອມດ້ວຍ ພະນັກງານ-ນັກຮົບ ທົ່ວກອງພັນ ໃຫຍ່ 642 ເຂົ້າຮ່ວມ. ກິດຈະກໍາການປະກອບ ສ່ວນບໍລິຈາກເລືອດໄດ້ຈັດຢູ່ 4 ຈຸດ, ໃນນີ້ມີຜູ້ທີ່ຜ່ານການກວດກາສຸຂະພາບ ແລະ ໃຫ້ບໍລິຈາກ ທັງໝົດ 68 ສະຫາຍ, ໄດ້ເລືອດ ທັງໝົດ 68 ຖົງ ເທົ່າກັບ 23,800 ຊີຊີ. ເພື່ອເປັນການປະກອບສ່ວນ ເຂົ້າໃນວຽກງານການຊ່ວຍເຫຼືອ ສັງຄົມກໍຄືຊ່ວຍເຫຼືອພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ເຈັບ ເປັນ ຂາດເລືອດໃຫ້ໄດ້ຮັບເລືອດ ເຂົ້າໃນການປີ່ນປົວຕົນເອງ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ