ກອງຮ້ອຍທະຫານຊາຍແດນ 122 ເປີດບັ້ນອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-04-18 15:00:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:
ຕົ້ນເດືອນເມສາ 2021 ນີ້, ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວ ໄດ້
ເປີດບັ້ນອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິ
ການ-ເຕັກນິກ, ວິຊາສະເພາະ ຊາຍ ແດນ ແລະ ປັບປຸງລະບຽບ ແບບແຜນເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ປະຈໍາປີ 2021 ໂດຍການເຂົ້າຮ່ວມ ສະຫາຍ ພັນຕີ ສົມສະນິດ ແກ້ວມະນີ ຫົວ
ໜ້າການທະຫານກອງຮ້ອຍ ທະຫານຊາຍແດນ 122, ມີຄະ
ນະພັກ-ຄະນະບັນຊາ ຕະຫຼອດ
ຮອດພະນັກງານ-ນັກຮົບທົ່ວ ກົມກອງເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ອໍາພອນ
ສາຍລໍວັນເຕາະ ຮອງຫົວໜ້າ ການທະຫານກອງຮ້ອຍ 122
ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງ
ບັນຊາການທະຫານແຂວງ ບໍ່ແກ້ວ ວ່າດ້ວຍ ການເຝິກອົບ
ຮົມການເມືອງ, ການທະຫານ ພະລາທິການ-ເຕັກນິກ ແລະ
ວິຊາສະເພາະ ເພື່ອຈັດຕັ້ງປະຕິ
ບັດແຜນການຂອງຄະນະພັກ-ຄະນະບັນຊາ ກອງບັນຊາການ ທະຫານແຂວງ ໃນການແຜນ
ການອົບຮົມ-ຫັດແອບ ໃຫ້ໄດ້
ຮັບຜົນດີ ແລະ ປະສົບຜົນສູງ
ກວ່າເກົ່າ ໃນການປະຕິບັດເນື້ອໃນ 4 ບຸກທະລຸຂອງສູນກາງພັກ ແລະ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ສະ
ນັ້ນ ຄະນະພັກ-ຄະນະບັນຊາ
ກົມກອງ ຈຶ່ງມີແຜນການອົບ ຮົມປະຈໍາປີຂຶ້ນເພື່ອໃຫ້ພະນັກ
ງານ-ນັກຮົບ ມີກໍາລັງແຮງ
ກາຍດີ, ຫ້າວຫັນຕໍ່ວຽກງານ ວິຊາສະເພາະຕ່າງໆ ທີ່ຮັບຜິດ
ຊອບ ແລະ ຫັນເຂົ້າສູ່ການປັບປຸງ ລະບຽບແບບແຜນຂອງກົມກອງ ໃຫ້ໜັກແໜ້ນເຂັ້ມແຂງຮອບ
ດ້ານ, ເປັນຕົ້ນແມ່ນຂໍ້ກໍານົດກົດ
ລະບຽບຂອງກອງທັບກໍຄື 7 ລະບອບ 18 ວຽກໃນໜຶ່ງມື້, ຄໍາປະຕິຍານ 8 ຂໍ້, ວິໄນ 8 ຂໍ້,
ລະບຽບ 12 ຕໍ່ປະຊາຊົນເພື່ອໃຫ້ ພະນັກງານ-ນັກຮົບ ໄດ້ເຂົ້າໃຈ ເຊື່ອມຊຶມຕໍ່ແນວທາງຂອງພັກ-ລັດ ແລະ ມະຕິຄໍາສັ່ງຂອງຂັ້ນເທິງ ກໍຄືກອງທັບປະຊາຊົນລາວໃຫ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ
ໂດຍ: ສົມພອນ ແກ້ວສູລີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ