
![]()
ອິນເດຍ ຍັງໜ້າເປັນຫ່ວງ ວັນດຽວຕິດໂຄວິດ 150.000 ຄົນ
ເວລາອອກຂ່າວ: 2021-04-18 15:12:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1919 | ຄວາມນິຍົມ: ![]()
ຣອຍເຕີລາຍງານ ໃນວັນທີ 13
ເມສາ ວ່າ: ກະຊວງສາທາລະນະ
ສຸກອິນເດຍລາຍງານສະຖິຕິກ່ຽວ
ກັບໂຄວິດ-19 ໃນເວລາ 24 ຊົ່ວ
ໂມງໂດຍທີມແພດຢືນຢັນຜູ້ຕິດ ເຊື້ອໃໝ່ຖືເປັນສະຖິຕິລາຍວັນສູງ ທີ່ສຸດຄັ້ງໃໝ່ ນັບຕັ້ງແຕ່ອິນເດຍປະ
ເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ເມື່ອ ເດືອນ ມີນາ 2020.
ໃນຂະນະທີ່ວັນດຽວກັນໄດ້ມີ ຜູ້ເສຍຊີວິດ 839 ຄົນ ຖືເປັນສະຖິຕິລາຍວັນສູງທີ່ສຸດໃນຮອບເຄິ່ງປີ ແລະເຮັດໃຫ້ປັດຈຸບັນອິນເດຍ ມີຈໍານວນຜູ້ເສຍຊີວິດສະສົມຈາກພະຍາດໂຄວິດລວມ 169.275 ຄົນ ແລະ ຈຳນວນຜູ້ຕິດເຊື້ອລວມ 13.35 ລ້ານຄົນ ຫຼາຍທີ່ສຸດໃນ ທະວີບອາຊີ ແລະ ຢູ່ໃນອັນດັບ 3
ຂອງໂລກຮອງຈາກສະຫະລັດ ແລະ ບຣາຊິນ.
ຢ່າງໃດກໍຕາມ, ກະຊວງສາ
ທາລະນະສຸກລະບຸວ່າເມື່ອວັນ
ເສົາທີ່ຜ່ານມາລັດຖະບານໄດ້ສັກ
ວັກຊີນໃຫ້ປະຊາຊົນແລ້ວ 100
ລ້ານເຂັມຖ້າຫາກໃຊ້ຈໍານວນນີ້ ເປັນໂຕຕັ້ງອິນເດຍຈະເປັນປະ
ເທດທີ່ທໍາສະຖິຕິໄດ້ໄວທີ່ສຸດໃນ ໂລກພາຍໃນເວລາພຽງ 85 ວັນ
ຕາມດ້ວຍສະຫະລັດ 89 ວັນ ແລະ
ຈີນ 102 ວັນ.
ຕາມແຜນອິນເດຍຕັ້ງເປົ້າໃຫ້
ປະຊາຊົນໄດ້ສັກວັກຊີນ 250
ລ້ານເຂັມ ເພື່ອປ້ອງກັນພະຍາດ ໂຄວິດ-19 ແລະ ຈະຕ້ອງດໍາເນີນ ການໃຫ້ໄວກວ່ານີ້.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















