ກອງທັບປະຊາຊົນລາວ

ວັນພຸດ, ວັນທີ 28 ເມສາ 2021



ອິນໂດເນເຊຍ ກຳລັງປະເຊີນໄພພິບັດທາງທຳມະຊາດ ຢ່າງໜັກ
ເວລາອອກຂ່າວ: 2021-04-18 15:13:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1894 | ຄວາມນິຍົມ:



ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 13 ເມສານີ້ວ່າ: ອົງການ ກູ້ໄພແຫ່ງຊາດອິນໂດເນເຊຍເປີດເຜີຍໃຫ້ຮູ້ວ່າ: ຢູ່ເຂດທະເລພາກ ໃຕ້ແຂວງຈາວາຕາເວັນອອກປະເທດຕົນໄດ້ເກີດແຜ່ນດິນໄຫວລະດັບ 6,1 ລິກເຕີ ໃຈກາງແຜ່ນດິນໄຫວຕັ້ງຢູ່ເສັ້ນຂະໜານໃຕ້ 8,95 ອົງສາ, ເສັ້ນແວງຕາເວັນອອກ 112,48 ອົງສາ, ຈຸດສູນກາງແຜ່ນດິນໄຫວເລິກລົງໄປໃຕ້ດິນ 25 ກິໂລແມັດສົ່ງຜົນເຮັດໃຫ້ 8 ຄົນເສຍຊີວິດ ແລະ 39 ຄົນບາດ ເຈັບ. ແຜ່ນດິນໄຫວຄັ້ງນີ້ຍັງໄດ້ສົ່ງ ຜົນເຮັດໃຫ້ເຮືອນ 1.189 ຫຼັງ ແລະ ໂຄງລ່າງສາທາລະນະ 150 ກວ່າແຫ່ງຖືກທຳລາຍ. ມາຮອດ ປັດຈຸບັນ, ຢູ່ເຂດປະສົບໄພໄດ້ມີ ແຮງສັ່ນສະເທືອນຕາມມາ 10 ກວ່າເທື່ອ, ໃນນີ້ໄດ້ມີແຮງສັ່ນສະ ເທືອນຕາມມາໃນລະດັບ 5,5 ລິກ ເຕີ. ຢ່າງໃດກໍຕາມ, ວຽກງານ ກູ້ໄພ ແລະ ຊ່ວຍເຫຼືອສຸກເສີນທັງ ພາກລັດ, ເອກະຊົນລວມທັງເຈົ້າ ໜ້າທີ່ທະຫານ-ຕຳຫຼວດຢູ່ເຂດ ປະສົບໄພຍັງເລັ່ງດຳເນີນຢູ່. ກ່ອນໜ້ານັ້ນບໍ່ພໍເທົ່າໃດມື້, ອິນ ໂດເນເຊຍກໍປະເຊີນກັບອຸທົກກະໄພທາງທຳມະຊາດຢ່າງໜັກເປັນ ຕົ້ນແມ່ນ, ນ້ຳປ່າໄຫຼສຸ, ນ້ຳຖ້ວມ ຂັງ, ຝົນຕົກ, ລົມພາຍຸພັດຜ່ານ. ຈົນເປັນເຫດໃຫ້ມີຜູ້ເສຍຊີວິດ ເກືອບ 100 ຄົນ.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ