ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 23 ເມສາ 2021



ນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງຫຼວງນ້ຳທາ ຫຼຸດລົງເກືອບ 80%
ເວລາອອກຂ່າວ: 2021-04-18 15:20:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1211 | ຄວາມນິຍົມ:



ຕາມການໃຫ້ສຳພາດຂອງ ທ່ານ ສົມສະຫວາດ ນາມອິນທາ ຫົວໜ້າຂະແໜງທ່ອງທ່ຽວພະ ແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ຫຼວງນ້ໍາທາວາ່: ແຫຼ່ງທ່ອງທ່ຽວ ພູເພັດ ພູຄຳ ເປັນສະຖານທີ່ໜຶ່ງ ທີ່ໜ້າປະທັບໃຈຂອງນັກທ່ອງ ທ່ຽວທີ່ເດີນທາງມາແວ່ພັກຜ່ອນ ເຊິ່ງທາງຂະແໜງທ່ອງທ່ຽວຂອງ ແຂວງໄດ້ວາງແຜນຊຸກຍູ້ກິດຈະ ກຳການທ່ອງທ່ຽວເຊິ່ງໄດ້ຊ່ວຍ ເຫຼືອທາງດ້ານປ້າຍບອກຈຸດ ການ ທ່ອງທ່ຽວພາຍໃນແຫຼ່ງທ່ອງ ທ່ຽວ ແລະ ຫ້ອງນ້ຳສະອາດອາ ຊຽນ 70% ໂດຍແມ່ນທຶນຂອງ ເອດີບີ ສົມທົບກັບຜູ້ປະກອບການ 30% ລວມທຶນທັງໝົດ 17 ພັນ ໂດລາ ພ້ອມທັງໂຄສະນາການ ທ່ອງທ່ຽວ ເຊິ່ງຈຸດທີ່ເດັ່ນແມ່ນສະຖານທີ່ຕັ້ງຢູ່ຕິດກັບເສັ້ນທາງ R3 ແລະ ຕິດກັບປ່າສະຫງວນແຫ່ງ ຊາດນ້ຳຫ້າທັງເປັນບ່ອນພັກຜ່ອນ ຕິດພັນກັບທຳມະຊາດ ເປັນການ ທ່ອງທ່ຽວແບບຊົນເຜົ່າມີສ່ວນ ຮ່ວມ. ທ່ານໃຫ້ຮູ້ຕື່ມອີກວ່າ: ແຂວງ ຫຼວງນໍ້າທາມີແຫຼ່ງທ່ອງທ່ຽວ ທັງໝົດ 109 ແຫ່ງ, ໃນນີ້ການ ທ່ອງທ່ຽວຍ່າງປ່າສະຫງວນ ແຫ່ງຊາດນ້ຳຫ້າ, ທ່ອງທ່ຽວ ບ້ານຊົນເຜົ່າ, ຕະຫຼາດກາງຄືນ, ສູນຫັດຖະກຳບ້ານພຽງງາມ, ການທ່ອງທ່ຽວລາວ-ທ່ຽວລາວ, ນໍ້າທາ-ບໍ່ເຕ່ນ, ທ່ຽວພູເພັດ ພູຄຳ ແລະ ຖ້ຳເກົາເລົາ ປົກກະຕິແລ້ວມີ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງຫຼວງນໍ້າທາ 800.000 ຄົນຕໍ່ປີ, ແຕ່ປັດຈຸບັນເຫຼືອພຽງແຕ່ 100.000 ຄົນຕໍ່ປີ ເຫັນວ່າຫຼຸດ ລົງ 80% ແລະ ບ້ານພັກໂຮງ ແຮມກໍໄດ້ຫຼຼຸດລາຄາລົງ 30% ຫາ 40% ຂອງລາຄາປົກກະຕິ ຍ້ອນການລະບາດຂອງພະຍາດ ໂຄວິດ-19 ຈຶ່ງເຮັດໃຫ້ນັກທ່ອງ ທ່ຽວ ມາທ່ຽວແຂວງຫຼວງນໍ້າທາ ຫຼຸດລົງ. ທ່ານ ສົມເພັດ ສີສຸພົນ ພະ ນັກງານບໍລິການຢູ່ແຫຼ່ງທ່ອງ ທ່ຽວພູເພັດ ພູຄໍາ ໃຫ້ຮູ້ວ່າ: ແຫຼ່ງ ທ່ອງທ່ຽວ ພູເພັດ ພູຄໍາ ໄດ້ເລີ່ມ ເປີດບໍລິການມາແຕ່ປີ 2014 ເຊິ່ງ ມີເນື້ອທີ່ທັງໝົດ 24 ເຮັກຕາ ແລະ ຍັງມີກິດຈະກຳຫຼາກຫຼາຍລາຍ ການເຊັ່ນ: ການຂີ່ສະລິງ, ຂີ່ມ້າ, ຂີ່ລົດບັກກີ້, ແຄມປີ້ງ, ສວນສັດ, ເດີນປ່າ, ສະແດງສິລະ ປະ-ວັນນະ ຄະດີຊົນເຜົ່າ, ຊີມອາຫານ ນອກ ນີ້, ຍັງມີກິດຈະກຳຂີ່ເຮືອໂດຍບໍ່ ເສຍຄ່າ, ສະໄລເດີ້, ໃນໂອກາດວັນ ສໍາຄັນຕ່າງໆຍັງມີແຂກມາໃຊ້ບໍ ລິການຫຼາຍກວ່າ 800 ຄົນ ແລະ ວັນທິດ-ວັນເສົາມີຜູ້ມາໃຊ້ບໍລິ ການເຖິງ 50-100 ຄົນຕໍ່ມື້.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ