
![]()
ມອບເຮືອນຖາວອນ ໃຫ້ປະຊາຊົນນຳໃຊ້ 153 ຫຼັງ(ໂຄງການ 700 ຫຼັງ)
ເວລາອອກຂ່າວ: 2021-04-18 15:22:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1886 | ຄວາມນິຍົມ: ![]()
ພິທີມອບ-ຮັບເຮືອນຢູ່ຖາ ວອນໃຫ້ປະຊາຊົນນຳໃຊ້ຢ່າງ ເປັນທາງການຄັ້ງທຳອິດ ຈຳນວນ 153 ຫຼັງ (ໂຄງການກໍ່ສ້າງເຮືອນ 700 ຫຼັງ) ໄດ້ຈັດຂຶ້ນທີ່ເມືອງສະ ໜາມໄຊ ແຂວງອັດຕະປື ໂດຍ
ການເຂົ້າຮ່ວມຂອງ ທ່ານ ບຸນ
ເສີດ ເສດທິລາດ ຄະນະປະຈຳພັກ ແຂວງ ຮອງເຈົ້າແຂວງໆອັດຕະ ປືຜູ້ຊີ້ນຳວຽກງານຟື້ນຟູໄພພິ ບັດທີ່ເມືອງສະໜາມໄຊ, ມີບັນດາ ແຂກທີ່ມາຈາກສູນກາງ, ແຂວງ,
ເມືອງສະໜາມໄຊ, ພາກສ່ວນທີ່ ກ່ຽວຂ້ອງ ແລະ ປະຊາຊົນທີ່ ໄດ້ຮັບເຮືອນຢູ່ຖາວອນໃນຄັ້ງນີ້ ເຂົ້າຮ່ວມ.
ເຫດການຄູກັ້ນນໍ້າເຂື່ອນ ໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຄັ້ງວັນທີ 23 ຕຸລາ 2018 ແມ່ນ ເຫດການຮ້າຍແຮງທີ່ສຸດເຊິ່ງ ພັກ-ລັດຖະບານເຮົາໄດ້ ຈັດ ເຫດການຄັ້ງນັ້ນເປັນເຫດການ ລະດັບຊາດ ເຊິ່ງບໍ່ເຄີຍມີມາ ກ່ອນ, ມາຮອດວັນທີ 12 ເມ ສາ 2021 ເຊິ່ງເປັນວາລະຄົບ ຮອບ 3 ປີ ພໍດີ ເຊິ່ງລັດຖະບານ, ອົງການປົກຄອງທ້ອງຖິ່ນຂອງ ແຂວງ, ເມືອງສຸດທີ່ມີຄວາມເປັນ ຫ່ວງເປັນໃຍເຫັນອົກເຫັນໃຈ ຕໍ່ປະຊາຊົນ ແລະ ໄດ້ ຮ່ວມກັບ ບໍລິສັດພັດທະນາໂຄງການ SK ແລະ PNPC ກໍຄື ບໍລິສັດ
ວັນແສງອັດຕະປືກໍ່ສ້າງໄດ້ມີ ຄວາມພະຍາຍາມຢ່າງສຸດຂີດ ເພື່ອຊ່ວຍເຫຼືອເບິ່ງແຍງຊີວິດ ການເປັນຢູ່ຂອງປະຊາຊົນຜູ້ປະ ສົບໄພພິບັດດັ່ງກ່າວ. ມາຮອດ ມື້ນີ້ຈຶ່ງໄດ້ຈັດພິທີມອບ - ຮັບເຮືອນ ຢູ່ຖາວອນຄັ້ງທຳອິດຈຳນວນ 153 ຫຼັງ ທີ່ນອນໃນໂຄງການກໍ່ສ້າງເຮືອນຢູ່ຖາວອນ 700 ຫຼັງ (ດ້ວຍທຶນຂອງຜູ້ພັດທະນາ ເຂື່ອນເຊປຽນ-ເຊນໍ້ານ້ອຍ) ມອບໃຫ້ແກ່ປະຊາຊົນຜູ້ປະສົບ ໄພພິບັດໃນເຂດຈັດສັນ 3 ບ້ານ ຄື: ບ້ານດົງບາກໃໝ່ຫີນຄຳ, ບ້ານ
ດອນບົກໃໝ່ທ່າແສງຈັນ ແລະ ບ້ານຫີນລາດ, ໃນນັ້ນ ບ້ານດົງ ບາກໃໝ່ຫີນຄຳ 113 ຫຼັງ, ບ້ານ ດອນບົກໃໝ່ ທ່າແສງຈັນ 10 ຫຼັງ ແລະ ບ້ານຕະມໍຢອດ 30 ຫຼັງ, ສ່ວນບ້ານປິນດົງແມ່ນຄາດວ່າ ຈະລົງມືກໍ່ສ້າງພາຍຫຼັງກຸດສົງ ການປີໃໝ່ລາວ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















