
![]()
ຊາວໜຸ່ມ ຄືລູກຮັກຫຼານແພງຂອງປະຊາຊົນ
ເວລາອອກຂ່າວ: 2021-04-18 15:24:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 341 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (14 ເມສາ1955-14ເມສາ2021)
ໂດຍພາຍໃຕ້ການນຳພາຂອງ ພັກຄອມມູນິດອິນດູຈີນໃນ ເມື່ືອ ກ່ອນ ແລະ ພັກປະຊາຊົນປະຕິ ວັດລາວທີ່ມີກຽດສະຫງ່າໃນປັດ ຈຸບັນ ວັນທີ 14 ເມສາ 1955 ສະ ມາຄົມຊາວໜຸ່ມຕະລຸມບອນໃນ ກຳລັງປະກອບອາວຸດໄດ້ຮັບການ ສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໄດ້ເປັນກຳລັງອັນສຳຄັນ ຮັບເອົາພາລະໜ້າທີ່ອັນໜັກໜ່ວງ ແຕ່ເຕັມໄປດ້ວຍກຽດອັນສະຫງ່າ ງາມໃນການປຸກລະດົມຂົນຂວາຍ ແລະ ເຕົ້າໂຮມຊາວໜຸ່ມບັນດາ ເຜົ່າເຂົ້າໃນຂະບວນການຕໍ່ສູ້ກູ້ ຊາດຕ້ານຈັກກະພັດຜູ້ຮຸກຮານ ເພື່ອຍາດເອົາເອກະລາດອິດສະ ຫຼະພາບ ແລະ ຜືນແຜ່ນດິນອັນ ຄົບຖ້ວນມາໃຫ້ແກ່ປະເທດຊາດ.
ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາ ຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວໃຫ້ ຮູ້ວ່າ: ຕະຫຼອດໄລຍະປະຫວັດ ສາດຂອງຊາດລາວປະຊາຊົນ ລາວບັນດາເຜົ່າມີ ມູນເຊື້ອດຸໝັ່ນ ຂະຫຍັນພຽນ ແລະ ຕໍ່ສູ້ພິລະ ອາດຫານຄົນລາວເປັນຄົນຢູ່ ໃນສິນກິນໃນທໍາເປັນຜູ້ມີຈິດ ໃຈໂອບເອື້ອອາລີບໍ່ເຄີຍໄປຮຸກ ຮານຊາດອື່ນ ແຕ່ກໍເປັນຜູ້ທີ່ເດັດ ດ່ຽວກ້າຫານໃນການສູ້ຮົບເພື່ອ ປົກປ້ອງເອກະລາດ ແລະ ປິຕຸ ພູມອັນແສນຮັກຂອງຕົນເຊິ່ງປະ ຫັວດສາດຂອງຊາດລາວນັບແຕ່ ສະໄໝດຶກດໍາບັນມາຮອດປັດຈຸ ບັນໄດ້ຜ່ານຫຼາຍໄລຍະແຫ່ງການ ທົດສອບອັນລະອິດລະອ້ຽວຂ້ຽວ ຂາດທີ່ສຸດໃນພາລະກິດຕໍ່ສູ້ປົດ ປ່ອຍຊາດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຂະບວນ ວິວັດແຫ່ງການທົດສອບແຕ່ລະ ຄັ້ງແຕ່ລະບັ້ນລ້ວນແຕ່ມີຊາວໜຸ່ມ ລາວແຕ່ລະຮຸ່ນຄົນໄດ້ເຂົ້າຮ່ວມ
ຢ່າງເປັນເຈົ້າການ ແລະ ເອົາ ການເອົາງານດ້ວຍຈິດໃຈເສຍ ສະຫຼະອັນສູງສົ່ງຂະບວນການນັ້ນໄດ້ຕິດພັນກັບຂະບວນການຕໍ່ສູ້ເພື່ອຄວາມຄົງຢູ່ ແລະ ເພື່ອ ຄວາມຈະເລີນວັດທະນາຂອງ ປະເທດຊາດ ແຕ່ລະໄລຍະນັບ ແຕ່ມື້ທີ່ບໍ່ທັນມີພັກນໍາພາ ຜ່ານຂະ ບວນການດັ່ງກ່າວໄດ້ເຮັດໃຫ້ຂະ ບວນການຕໍ່ສູ້ທີ່ຍັງບໍ່ທັນມີພັກ ນໍາພາ ແຕ່ກໍມີກະແສຟອງແນວຄິດຮັກຊາດເພີ່ມຂຶ້ນ ເຮັດໃຫ້ຂະ ບວນການຕໍ່ສູ້ໃນໄລຍະທີ່ມີພັກນໍາພາຍິ່ງຕໍ່ສູ້ຍິ່ງໄດ້ຮັບໄຊຊະນະ
ໃຫຍ່ຫຼວງຂຶ້ນເລື້ອຍໆ. ໃນ ຂະບວນວິວັດແຫ່ງປະຫວັດສາດ ດັ່ງກ່າວຊາວໜຸ່ມແມ່ນກໍາລັງ ແຮງຕົ້ນຕໍຕິດພັນກັບການຕໍ່ສູ້ກູ້ ຊາດ ພາລະກິດປະຕິວັດຊາດປະ ຊາທິປະໄຕ ເວົ້າລວມ ເວົ້າສະ ເພາະ ແມ່ນໄດ້ເຕີບໃຫຍ່ທັງຕິດພັນກັບ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບມາໂດຍຕະ
ຫຼອດ ແລະ ຍັງຕິດພັນກັບພາລະ ກິດປົກປັກຮັກສາ ແລະ ສ້າງສາ
ປະເທດຊາດທີ່ເຕັມໄປດ້ວຍນໍ້າໃຈ ຮັກຊາດອັນດູດດື່ມເຊື່ອໝັ້ນຕໍ່ ການນໍາພາຂອງພັກເດັດດ່ຽວ ເສຍສະຫຼະເລືອດເນື້ອໃນຫຼາຍ ບັ້ນຮົບ, ບັ້ນຕີ ນັບແຕ່ບັ້ນຮົບຂັ້ນ ຍຸດທະວິທີ ຍຸດທະບັ້ນຮົບ ແລະ ບັ້ນຮົບຍຸດທະສາດຍິ່ງຕີກໍຍິ່ງ ເຂັ້ມແຂງ ແລະ ໄດ້ຮັບໄຊຊະນະ ບົນສະໜາມຮົບທີ່ດຸເດືອດຂ້ຽວ ຂາດ ແລະ ເອົາເປັນເອົາຕາຍ ລະຫວ່າງເຮົາກັບສັດຕູ ບັນດາ ຊາວໜຸ່ມລາວໄດ້ພ້ອມກັນຕະລຸມ ບອນດັບສູນສັດຕູຢ່າງບໍ່ເສຍ
ດາຍຊີວິດພວກເຂົາສົມກັບເປັນ ຜູ້ທີ່ໄດ້ຮັບການເຝິກຝົນຫຼໍ່ຫຼອມ ຈາກພັກເປັນລູກຮັກຫຼານແພງ ຂອງປະຊາຊົນຍອມເສຍສະຫຼະ ເພື່ອປະຊາຊົນຊາວໜຸ່ມບໍ່ເຄີຍງໍ້ ງ່ຽງຕໍ່ອຸປະສັກຫຍຸ້ງຍາກບໍ່ ຫວັ່ນໄຫວຄອນແຄນຕໍ່ການທົດ ສອບໃດໆ ຍາມໃດກໍກຽມພ້ອມ ສະໜອງຕອບຕໍ່ຄໍາຮຽກຮ້ອງ ຂອງພັກຂອງການປະຕິວັດຍອມ ເສຍສະຫຼະເລືອດເນື້ອເພື່ອຊາດ ເພື່ອບ້ານເກີດເມືອງນອນອັນ ແສນຮັກຂອງຕົນ ນອກຈາກນັ້ນ ຊາວໜຸ່ມຍັງເປັນກໍາລັງແຮງສໍາ ຄັນໃນການຕໍ່ສູ້ການເມືອງດ້ວຍ ກໍາລັງມະຫາຊົນໄດ້ປະກອບສ່ວນ ຢູ່ແຖວໜ້າໃນການຮໍາບາດແຜ ສົງຄາມຕິດພັນກັບການອອກ ແຮງງານເພີ່ມພູນຜະລິດຜົນປະຕິ ບັດແນວທາງປ່ຽນແປງໃໝ່ຂອງ ພັກກ້າວຂຶ້ນຕາມຈຸດໝາຍສັງ ຄົມນິຍົມ.
ສະຫາຍ ອາລຸນໄຊ ສູນນະລາດ
ຍັງໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະ
66 ປີຜ່ານມາ ຊາວໜຸ່ມປະຊາ ຊົນປະຕິວັດລາວ ເປັນກໍາ
ລັງສືບທອດ ເປັນກຳລັງປະຈັນ ບານໃນທຸກຂົງເຂດວຽກງານ ເຊິ່ງພັກໄດ້ຖືຊາວໜຸ່ມເປັນແຂນ
ຂວາຂອງພັກ ແລະ ມີຄວາມເຊື່ອ ໝັ້ນວ່າ: ຊາວໜຸ່ມເປັນກຳລັງ ປະຈັນບານທຸກວຽກງານດັ່ງຄໍາ
ເວົ້າທີ່ວ່າ: ຊາວໜຸ່ມປຽບເໝືອນ ກະດູກສັນຫຼັງຂອງຊາດ, ເປັນ ຜູ້ສືບທອດພາລະກິດຂອງພັກ; ຊາວໜຸ່ມຢືນຢູ່ທີ່ຕັ້ງຍຸດທະສາດ ທີ່ສຳຄັນ ດັ່ງຄຳເວົ້າຂອງ ປະ ທານ ໄກສອນ ພົມວິຫານ ທີ່ ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນໄຫວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະ ໄໝຂອງພວກເຮົາ. ພ້ອມນັ້ນ, ຊາວໜຸ່ມລາວໄດ້ຜ່ານຂະບວນ ວິວັດ ໃນຂະບວນການຕໍ່ສູ້ກູ້ຊາດ, ໄດ້ປະກອບສ່ວນໃນຂະບວນການ
ຕ່າງໆຂອງພັກ, ຂອງຊາດ ໂດຍ
ສະເພາະປະກອບສ່ວນເຂົ້າໃນ ບັ້ນໄພພິບັດຕ່າງໆຢ່າງຫ້າວຫັນ. ມາຮອດປັດຈຸບັນ, ສະມາຊິກ ຊາວໜຸ່ມໄດ້ເຕີບໃຫຍ່ຂະຫຍາຍ ຕົວຈາກສະມາຊິກ 20 ພັນ
ກວ່າຄົນມາເປັນ 7 ແສນກວ່າ ຄົນ, ກວມເອົາ 60% ຂອງພົນ ລະເມືອງລາວທົ່ວປະເທດ, ຊາວ ໜຸ່ມແມ່ນໄດ້ເຮັດສຳເລັດໜ້າທີ່ ຂອງການກອບກູ້ຊາດ ແລະ ປົດ ປ່ອຍຊາດ, ສ້າງປະເທດຊາດ ກໍຄືການປະກາດສັງກາດໃໝ່ ສັງກາດແຫ່ງຄວາມສີວິໄລຂອງ ຄົນຮຸ່ນໜຸ່ມໃນວັນທີ 2 ທັນວາ 1975 ມາຮອດປັດຈຸບັນຄົບ
ຮອບ 46 ປີ, ການເຂົ້າຮ່ວມບັ້ນ ປັບປຸງປົວແປງ ໂດຍສະເພາະ ແມ່ນໃນໄລຍະປົດປ່ອຍໃໝ່ຊາວ ໜຸ່ມໄດ້ຕະລຸມບອນເຂົ້າໃນການ
ເພີ່ມພູນຜະລິດຜົນໃນການປົກ ປັກຮັກສາເຂດນ້ຳແດນດິນອະ ທິປະໄຕອັນຫວງແຫນຂອງຊາດ ລາວ ແລະ ໄດ້ສໍາເລັດເຂົ້າຮ່ວມ
ໃນຂະບວນການປະຕິບັດແນວ ທາງປ່ຽນແປງໃໝ່ຢ່າງມີຫຼັກ ການຂອງພັກ.
ສະຫາຍອາລຸນໄຊ ສູນນະ ລາດ ເນັ້ນໃຫ້ຊາວໜຸ່ມເອົາໃຈ ໃສ່ມີສະຕິເຄົາລົບປະຕິບັດກົດ ໝາຍ ແລະ ບັນດາລະບຽບການ ຕ່າງໆຢ່າງເຂັ້ມງວດ, ຕ້ອງມີລະ ບຽບວິໄນ, ຮູ້ຮັກຮູ້ອະນຸລັກສິ່ງ ແວດລ້ອມ, ວັດທະນະທຳ ແລະ ຮີດຄອງປະເພນີ, ຊາວໜຸ່ມຕ້ອງ ພ້ອມກັນຄົ້ນຄວ້າຮ່ຳຮຽນຫາ ຄວາມຮູ້, ຄວາມສາມາດຕ່າງໆ ທາງດ້ານເຕັກນິກວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝ, ການ ນຳໃຊ້ເຕັກໂນໂລຊີຫັນເປັນເສດ ຖະກິດດີຈີຕອນ ແລະ ອື່ນໆ
ໂດຍ:ບຸນຊ້ອຍ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















