ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1 ຕ້ອນຮັບອຳນວຍການບໍລິສັດກໍ່ສ້າງ 705 ສສ ຫວຽດນາມ ອວຍພອນປີໃໝ່ລາວ
ເວລາອອກຂ່າວ: 2021-04-20 08:11:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 70 | ຄວາມນິຍົມ:



ໃນວັນທີ 8 ເມສາ 2021 ນີ້, ຢູ່ທີ່ຫ້ອງປະຊຸມຂອງ ໂຮງຮຽນ ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ຫົວໜ້າການ ເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1 ພ້ອມດ້ວຍຄະນະ ໄດ້ ຕ້ອນຮັບການເຂົ້າອວຍພອນ ຂອງສະຫາຍ ພັນເອກ ຫງວຽນ ວັນບາວ ຫົວໜ້າອຳນວຍການບໍລິສັດ ກໍ່ສ້າງ 705 ສສ ຫວຽດ ນາມພ້ອມດ້ວຍຄະນະ, ເນື່ອງ ໃນໂອກາດສົ່ງທ້າຍປີເກົ່າຕ້ອນ ຮັບປີໃໝ່ລາວ ພສ 2564 . ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຫງວຽນ ວັນບາວ ໄດ້ ສະແດງຄວາມຢື້ຢາມຖາມຂ່າວ ໄມຕີຈິດມິດຕະພາບອ້າຍນ້ອງ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະບັນຊາໂຮງ ຮຽນກໍ່ສ້າງນາຍສິບເລກ1 ທີ່ໃຫ້ ການຕ້ອນຮັບອັນອົບອຸ່ນ ແລະ ເປັນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ຄວາມ ສາມັກຄີພິເສດ, ການຮວ່ມມື ຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ໜັ້ນຄົງ ທະນົງແກ່ນຕະຫຼອດໄປ. ພ້ອມນີ້ ສະຫາຍຍັງໄດ້ຕາງໜ້າໃຫ້ ໂຮງ ຮຽນການທະຫານເຂດ II ສສ ຫວຽດນາມ ນຳເອົາຂອງ ຂັວນ ມາມອບໃຫ້ໂຮງຮຽນຕື່ມອີກ. ໂອກາດດຽວກັນນີ້ ສະຫາຍ ພັນ ເອກ ສີລາວົງ ບຸນມີໄຊ ຕາງໜ້າ ໃຫ້ຄະນະອຳນວຍການໂຮງ ຮຽນກ່າວສະແດງຄວາມຂອບ ໃຈຕໍ່ສະຫາຍ ພັນເອກ ພິເສດ ຫງຽວຽນ ວັນບ່າວ ພ້ອມຄະນະ, ທີ່ມາອວຍພອນ ແລະ ມອບຂອງ ຂວັນໃຫ້ໂຮງຮຽນ ໃນຄັ້ງນີ້ໂອ ກາດຕ້ອນຮັບປີໃໝ່ລາວ ພສ 2564 ແລະ ນຳເອົາຄວາມເປັນ ຫວ່ງເປັນໃຍ, ຄວາມສາມັກຄີ ຮັກແພງນໍ້າໃຈມິດຕະພາບແບບ ພິເສດ ເວົ້າລວມ, ເວົ້າສະເພາະກໍ ແມ່ນບໍລິສັດກໍ່ສ້າງ 705 ກັບ ໂຮງຮຽນກໍ່ສ້າງນາຍສິບເລກ 1 ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ອວຍພອນໃຫ້ສະຫາຍ ພ້ອມ ຄະນະຈົ່ງມີສຸຂະພາບພາລະນາ ໄມທີ່ແຂງແຮງເຮັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບການ ມອບໝາຍ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ