
![]()
ສະຫຼອງບຸນປີໃໝ່ລາວທົ່ວປະເທດເສຍຊີວິດທັງໝົດ 30 ຄົນ
ເວລາອອກຂ່າວ: 2021-04-20 08:31:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1490 | ຄວາມນິຍົມ: ![]()
ໃນໄລຍະ 3 ວັນ ຂອງການ ສະຫຼອງບຸນປີໃໝ່ລາວ ພສ 2564 ແຕ່ວັນທີ (14-16 )ເມສາ 2021, ທົ່ວປະເທດມີອຸ ບັດເຫດທາງທ້ອງຖະໜົນເກີດຂຶ້ນທັງໝົດ 220 ກວ່າລາຍ, ມີ ພາຫະນະເປ່ເພ 400 ກວ່າຄັນ, ມີຜູ້ໄດ້ຮັບບາດເຈັບ 390 ກວ່າຄົນ
ແລະ ເສຍຊີວິດທັງໝົດ 30 ຄົນ.
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນລາຍ ງານໃຫ້ຮູ້ວ່າ: ໃນວັນທີ 14 ເມສາ 2021, ທົ່ວປະເທດມີອຸບັດເຫດ ເກີດຂຶ້ນທັງໝົດ 90 ລາຍ, ພາ ຫະນະເປ່ເພທັງໝົດ 158 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 178 ຄົນ ແລະ ເສຍຊີວິດ 15 ຄົນ, ແຂວງທີ່ເກີດອຸບັດຕິເຫດ ແລະ ເສຍຊີວິດຫຼາຍກວ່າໝູ່ແມ່ນຈໍາ
ປາສັກ ເສຍຊີວິດ 4 ຄົນ, ສ່ວນ ນະຄອນຫຼວງວຽງຈັນ ແລະ ໄຊ ຍະບູລີ ເສຍຊີວິດ ແຂວງລະ 3 ຄົນ. ໃນວັນທີ 15 ເມສາ 2021, ທົ່ວປະເທດມີອຸບັດເຫດ ເກີດຂຶ້ນທັງໝົດ 82 ລາຍ, ພາ ຫະນະເປ່ເພທັງໝົດ 154 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 153 ຄົນ ແລະ ເສຍຊີວິດ 5 ຄົນ, ໃນ ນັ້ນແຂວງໄຊຍະບູລີເສຍຊີວິດ 2 ຄົນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຄໍາມ່ວນ ແຂວງລະ 1 ຄົນ.
ວັນທີ 16 ເມສາ 2021, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 50 ລາຍ, ພາຫະນະເປ່ ເພທັງໝົດ 99 ຄັນ, ມີຜູ້ໄດ້ຮັບ ບາດເຈັບທັງໝົດ 63 ຄົນ ແລະ
ມີຜູ້ເສຍຊີວິດ 10 ຄົນ. ແຂວງ ທີ່ເກີດອຸບັດຕິເຫດ ແລະ ມີຜູ້
ເສຍຊີວິດຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນມີຜູ້ເສຍ
ຊີວິດ 4 ຄົນ, ລວມສະເພາະນະ ຄອນຫຼວງວຽງຈັນ 8 ຄົນ.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















