ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງທັບປະຊາຊົນລາວ ເປີດນຳໃຊ້ໂຮງງານຕັດຫຍິບ ແຫ່ງທີ 2
ເວລາອອກຂ່າວ: 2018-12-27 09:23:30 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ພິທີເປີດນຳໃຊ້ໂຮງງານຕັດ ຫຍິບເລກ 2 ຂອງກອງທັບປະ ຊາຊົນລາວໄດ້ຈັດຂຶ້ນວັນທີ 25 ທັນວາ 2018 ນີ້, ຢູ່ທີ່ໂຮງງານ ຕັດຫຍິບເລກ 2 ກອງທັບ, ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ, ໂດຍ ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳ ມະການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ປອ ຄຳພັນ ເຜີຍຍະ ວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸ ດົມໄຊ, ມີຄະນະພັກ-ຄະນະບັນ ຊາຈາກບັນດາກົມກອງ, ຕົວແທນ ຈາກກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ກົມກອງທ້ອງ ຖິ່ນແຂວງອຸດົມໄຊ, ກຳມະກອນ ໃນທົ່ວໂຮງງານຕັດຫຍິບ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ແກ້ວຫຼ້າ ຂັນຕິ ພົງສະຫວັດ ປະທານບໍລິສັດ ແກ້ວປະເສີດກໍ່ສ້າງໄດ້ຂຶ້ນລາຍ ງານຫຍໍ້ກ່ຽວກັບສະພາບການ ກໍ່ສ້າງໂຮງງານຕັດຫຍິບເລກ 2 ກອງທັບປະຊາຊົນລາວ, ພ້ອມ ທັງກ່າວມອບໃຫ້ກົມກອງອຸປະ ໂພກ-ບໍລິໂພກນຳໃຊ້, ເຊິ່ງໂຄງ ການດັ່ງກ່າວແມ່ນໄດ້ລົງມືກໍ່ ສ້າງມາຕັ້ງແຕ່ວັນທີ 9 ເມສາ 2014, ມີເນື້ອທີທັງໝົດ 3,8 ເຮັກຕ້າ ແລະ ແບ່ງເປັນ 3 ພັກ ໃນການກໍ່ສ້າງພັກທີ 1 ແມ່ນມີ ອານຄານໂຮງງານຕັດຫຍິບ, ຫ້ອງການຂອງພະນັກງານ, ສາງເຄື່ອງ, ຮ້ານຄ້າ ແລະ ລະ ບົບສາລະນຸປະໂພກອື່ນໆແມ່ນ ໄດ້ສາງສຳເລັດ 100%, ພັກທີ 2 ມີສະໂມສອນ, ເຮືອນພັກພະ ນັກງານ, ເຮືອນລ້ຽງເດັກແມ່ນ ກໍ່ສ້າງສຳເລັດ 100%, ສ່ວນພັກ ທີ 3 ແມ່ນຈັດສັນການກໍ່ສ້າງ ເຮືອນກຳມະກອນ, ເຮືອນຄົວ- ເຮືອນກິນເຂົ້າ, ຫ້ອງນໍ້າລວມ, ກາ ລາລົດ, ສາງເຊື້ອໄຟກໍ່ສ້າງສຳ ເລັດໄປແລ້ວ 70% ແລະ ຍັງ ຈະສືບຕໍ່ເຮັດໃຫ້ສຳເລັດໂດຍໄວ ລວມມູນຄາການສ້າງທັງໝົດ 35,9 ຕື້ກີບ. ໂຮງງານແຫ່ງນີ້ ເປັນໂຮງງານຕັດຫຍິບແຫ່ງທີ 2 ຂອງກອງທັບ, ທີມີຄວາມທັນ ສະໄໝ ສາມາດຜະລິດເຄື່ອງນຸ່ງ ຫົ່ມໄດ້ຫຼາກຫຼາຍແບບ ແລະ ມີ ປະສິດທິຜົນສູງ ເພື່ອຮັບໃຊ້ໃຫ້ ແກ່ກອງທັບ ແລະ ສັງຄົມທົ່ວໄປ. ພ້ອມດຽວກັນນີ້ ພັນເອກ ບຸນ ແຍງ ວິໄລສົມ ຫົວໜ້າກົມອຸປະ ໂພກ-ບໍລິໂພກກົມໃຫຍ່ພະລາທິ ການກອງທັບໄດ້ຂຶ້ນກ່າວຮັບ ເອົາໂຄງການກໍ່ສ້າງດັ່ງກ່າວ ເພື່ອເປີດນຳໃຊ້ເຂົ້າໃນການຜະ ລິດ ແລະ ຈະປົກປັກຮັກສາ, ຊົມ ໃຊ້ໃຫ້ເກີດປະໂຫຍດສູງສຸດ. ໃນໂອກາດັ່ງກ່າວ ທ່ານ ພົນ ໂທ ສຸວອນ ເລືອງບຸນມີ ກຳມະ ການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ແລະ ທ່ານ ຄຳພັນ ເຜີຍ ຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ອຸດົມໄຊກໍໄດ້ຂຶ້ນຕັດແຖບຜ້າລິບ ບິນເພື່ອເປີດນຳໃຊ້ໂຮງງານຕັດ ຫຍິບເລກ 2 ກອງທັບຢ່າງເປັນ ທາງການ. ໂດຍ: ທະນູວັນ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ