ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ປະຈຳປີ 2021
ເວລາອອກຂ່າວ: 2021-04-21 08:31:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ໃນວັນທີ 20 ເມສາ 2021, ກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂື້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ພາຍ ໃຕ້ຫົວຂໍ້:“ທ່າມກາງການປ່ຽນ ແປງຂອງໂລກ: ການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ການບໍລິຫານໂລກ ແລະ ເພີ່ມທະ ວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງເປັນ ປີຄົບຮອບ 20 ປີ ການສ້າງຕັ້ງເວ ທີດັ່ງກ່າວ. ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງ ຈາກ ສປ ຈີນ, ບັນດາປະມຸກລັດ ແລະ ຫົວ ໜ້າລັດຖະບານ ຈາກ 29 ປະເທດ ທົ່ວທະວີບອາຊີ ຜ່ານລະບົບອອນ ລາຍ. ກອງປະຊຸມໃນຄັ້ງນີ້ໄດ້ ເຊື້ອເຊີນ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ກ່າວ ຄຳປາໄສໃນພິທີເປີດກອງປະຊຸມ ຢ່າງເປັນທາງການ ຜ່ານລະ ບົບອອນລາຍ. ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ເພື່ອຮັດແໜ້ນຄວາມ ສາມັກຄີ, ເສີມຂະຫຍາຍສາຍພົວ ພັນອັນດີງາມພາຍໃນພາກພື້ນ ອາຊີ ແລະ ແນໃສ່ປຶກສາຫາລື ກ່ຽວກັບແຜນການຮັບມືກັບການ ແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ກຳລັງແຜ່ລາມໄປ ໃນທົ່ວໂລກ ເຊິ່ງໃນນັ້ນ ພາກພື້ນ ອາຊີ-ປາຊີຟິກ ກໍແມ່ນພາກພື້ນໜຶ່ງທີ່ມີຄວາມສ່ຽງສູງ. ດັ່ງນັ້ນ, ເພື່ອສະກັດກັ້ນການແຜ່ລະບາດ ແລະ ຟື້ນຟູເສດຖະກິດ ການສືບ ຕໍ່ຮ່ວມມື ແລະ ການວາງມາດຕະ ການຕ່າງໆ ຈຶ່ງເປັນສິ່ງຈຳເປັນ ທີ່ສຸດໃນການຄວບຄຸມ ແລະ ແກ້ໄຂບັນຫາຕ່າງໆໃນພາກພື້ນ. ນອກຈາກນີ້ຍັງໄດ້ປຶກສາຫາລື ກ່ຽວກັບບັນຫາ ຕ່າງໆເຊັ່ນ: ການ ຊ່ວງຊິງຜົນປະໂຫຍດຂອງປະ ເທດມະຫາອຳນາດ, ຜົນກະທົບ ດ້ານເສດຖະກິດ, ການຖ່າຍໂອນ ອຳນາດ ແລະ ການຈັດລະບຽບ ໂລກ. ກອງປະຊຸມ ເວທີປຶກສາຫາ ລືໂບອາວ ເພື່ອອາຊີໃນຄັ້ງນີ້ເປັນ ຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການປຶກສາຫາລືກ່ຽວ ກັບສິ່ງທ້າທາຍຕ່າງໆ ແລະ ແລກປ່ຽນທັດສະນະຮ່ວມກັບ ບັນດາປະມຸກລັດ, ນັກຄົ້ນຄວ້າ, ນັກວາງນະໂຍບາຍ ເພື່ອຊອກຫາ ວິທີທາງອອກ ແລະ ເພີ່ມທະວີ ຂອບການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມໂຍງເສດຖະກິດ, ໂຄງລ່າງພື້ນຖານດ້ານ ICT ແລະ ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ. ດັ່ງນັ້ນ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຈຶ່ງມີບົດບາດສຳຄັນ ໃນການພັດ ທະນາເສດຖະກິດ ແລະ ຂ້າມ ຜ່ານຂໍ້ຈຳກັດດ້ານພູມສັນຖານ ຂອງ ສປປ ລາວ. ໃນໂອກາດ ດັ່ງກ່າວນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ບັນ ດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນ ຊະຕາກຳອັນດຽວກັນມີຄວາມ ໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາ ມັກຄີກັນ ເພື່ອຮ່ວມກັນເອົາຊະ ນະສິ່ງທ້າທາຍທັງປວງ, ສ້າງ ຄວາມເຂັ້ມແຂງໃຫ້ແກ່ການບໍ ລິຫານໂລກ ແລະ ສ້າງອະນາ ຄົດທີ່ສົດໃສໃຫ້ແກ່ໂລກຂອງ ພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ