ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປີ 2020 ແຂວງອັດຕະປື ມີຍອດມູນຄ່າສົ່ງອອກບັນລຸ 120 ກວ່າລ້ານໂດລາ
ເວລາອອກຂ່າວ: 2021-04-21 08:39:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ໃນປີ 2020 ຜ່ານມາ ເຖິງ ວ່າແຂວງອັດຕະປື ໄດ້ພົບສະ ພາບຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ, ບວກກັບບັນ ຫາໄພທໍາມະຊາດ ແລະ ບັນ ຫາການລະບາດຂອງພະຍາດ ໂຄວິດ-19 ກໍຕາມ ແຕ່ບໍ່ໄດ້ສົ່ງ ຜົນກະທົບຕໍ່ການສົ່ງອອກສິນຄ້າ ພາຍໃນແຂວງ, ເຊິ່ງໝົດປີ 2020 ແຂວງອັດຕະປື ສາມາດສົ່ງ ອອກສິນຄ້າໄປຕ່າງປະເທດ ມີ ມູນຄ່າ 120 ກວ່າລ້ານໂດລາສະ ຫະລັດ ແລະ ຍັງສາມາດສົ່ງອອກ ໄດ້ລື່ນແຜນການເຖິງ 12%. ທ່ານ ເລັດ ໄຊຍະພອນ ເຈົ້າ ແຂວງໆອັດຕະປື ໄດ້ໃຫ້ຮູ້ວ່າ: ໃນປີ 2020 ຜ່ານມາ ໂດຍລວມ ແຂວງອັດຕະປື ຍັງສືບຕໍ່ມີສະ ຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັນທີ່ພົ້ນເດັ່ນແມ່ນການສົ່ງອອກ ສາມາດປະຕິບັດໄດ້ 120 ກວ່າ ລ້ານໂດລາສະຫະລັດ, ລື່ນແຜນ ການ 12%, ເຊິ່ງປະເພດສິນຄ້າ ສົ່ງອອກ ຕົ້ນຕໍມີ: ກະແສໄຟ ຟ້າ, ນໍ້າຕານ, ຢາງພາລາແຫ້ງ, ໝາກກ້ວຍ, ໝາກມັງກອນ ແລະ ມັນຕົ້ນ,ສໍາລັບການສົ່ງອອກ ປະເພດນໍ້າຕານ ໂດຍສະເພາະ ແມ່ນນໍ້າຕານອໍແກນິກ ເຊິ່ງ ແຂວງອັດຕະປື ໄດ້ສົ່ງອອກໄປ ຈໍາໜ່າຍຢູ່ຕະຫຼາດໃນທະວີບເອີ ຣົບ ໄດ້ຫຼາຍກວ່າ 10 ປະເທດ ແລະ ປັດຈຸບັນກໍາລັງຂະຫຍາຍ ຕະຫຼາດການສົ່ງອອກໄປຍັງ ທະວີບອາເມຣິການໍາອີກ. ທ່ານ ເຈົ້າແຂວງໆອັດຕະປື ຍັງໃຫ້ຮູ້ຕື່ມອີກວ່າ: ປີ 2021 ນີ້ເປັນປີທໍາອິດຂອງການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IX ຂອງແຂວງ, ທັງເປັນອີກປີໜຶ່ງທີ່ມີສິ່ງທ້າທາຍ ແລະ ທົດສອບຫຼາຍດ້ານ ເປັນ ຕົ້ນ: ການຕ້ານ ແລະ ສະກັດ ກັ້ນພະຍາດລະບາດ ໂຄວິດ-19 ເຊິ່ງພວມແຜ່ລາມເປັນວົງກວ້າງ ໃນທົ່ວໂລກ, ວຽກງານ ປກຊ-ປກສ, ປະກົດການຫຍໍ້ທໍ້ໃນດ້ານ ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ແລະ ອື່ນໆ. ທັງໝົດ ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງໄດ້ເພີ່ມທະວີຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວ, ມີ ຄວາມເປັນເອກະພາບດ້ວຍ ຄວາມຮັບຜິດຊອບສູງ ເພື່ອພ້ອມ ກັນຜ່ານມາທຸກຄວາມຫຍຸ້ງ ຍາກ,ຕັ້ງໜ້າປະຕິບັດບັນດາ ຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ປະກົດ ຜົນເປັນຈິງເທື່ອລະກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ