ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຕ້ອງປະຕິຮູບຫຼາຍຢ່າງເພື່ອແກ້ໄຂການຮົ່ວໄຫຼໃນການເກັບລາຍຮັບເຂົ້າງົບປະມານຂອງລັດ
ເວລາອອກຂ່າວ: 2021-04-21 08:43:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ:



ກະຊວງການເງິນ ຈະຮີບ ຮ້ອນປະຕິຮູບຫາຍຢ່າງ ເພື່ອອັດ ຊ່ອງວ່າງການຮົ່ວໄຫຼໃນການ ເກັບລາຍຮັບເຂົ້າງົບປະມານ ຂອງລັດທີ່ຜ່ານມາເກີດຂຶ້ນຢ່າງ ຕໍ່ເນື່ອງ ໂດຍຈະປັບປຸງທັງກົງ ຈັກການຈັດເກັບລາຍຮັບ ແລະ ບຸກຄະລາກອນທີ່ເຮັດວຽກກ່ຽວກັບການເກັບລາຍຮັບໄປພ້ອມໆກັນ ໃຫ້ໄດ້ຢ່າງເດັດຂາດ. ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງ ປະຊຸມຄັ້ງປະຖົມມະລຶກຂອງສະ ພາແຫ່ງຊາດ ຊຸດທີ IX ວ່າ: ກະ ຊວງການເງິນ ໄດ້ວິເຄາະວິໄຈ ແລະ ຮັບຮູ້ແລ້ວວ່າ: ການຮົ່ວໄຫຼ ຂອງລາຍຮັບງົບປະມານໃນໄລ ຍະຜ່ານມາ ເກີດມາຈາກກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວ ຂ້ອງຈໍານວນໜຶ່ງມີຊ່ອງວ່າງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ສວຍໃຊ້ຊ່ອງວ່າງດັ່ງກ່າວໄດ້ ຂະນະດຽວກັນ ຜູ້ປະກອບການກໍອີງໃສ່ຊ່ອງວ່າງນີ້ເພື່ອສົມຮູ້ ຮ່ວມຄິດກັບເຈົ້າໜ້າທີ່ກ່ຽວຂ້ອງ. ຢ່າງໃດກໍຕາມ ພວກເຮົາບໍ່ໄດ້ ໂທດຜູ້ປະກອບການວ່າບໍ່ມີຄວາມ ໂປ່ງໃສ ເພາະເນື້ອແທ້ກໍຍັງແມ່ນ ຄວາມຜິດຂອງເຈົ້າໜ້າທີ່ຄຸ້ມ ຄອງການເກັບລາຍຮັບຢູ່ແຕ່ລະ ຂັ້ນຂອງລັດທີ່ປະຕິບັດບໍ່ຖືກ ຕ້ອງ. ດັ່ງນັ້ນ ກະຊວງການເງິນ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ຈະສຸມໃສ່ 2 ບັນຫາ ໃຫຍ່ເພື່ອແກ້ໄຂການຮົ່ວໄຫຼ ຂອງການເກັບລາຍຮັບຈາກ ຄວາມຮັບຜິດຊອບ ຄື: 1). ຈະ ຮີບດ່ວນປັບປຸງບາງມາດຕາ ຂອງກົດໝາຍ ແລະ ນິຕິກໍາລຸ່ມ ກົດໝາຍທີ່ກ່ຽວຂ້ອງທີ່ເປັນຊ່ອງ ວ່າງໃຫ້ເຈົ້າໜ້າທີ່ຄຸ້ມຄອງເກັບ ລາຍຮັບສວຍໃຊ້ເພື່ອບໍ່ໃຫ້ມີ ການສວຍໃຊ້ໄດ້ອີກຕໍ່ໄປ ແລະ 2). ຈະຫາວິທີເຮັດໃຫ້ຜູ້ປະ ກອບການມີຄວາມໂປ່ງໃສໃນ ການສະໝັກໃຈປະຕິບັດພັນທະ ຂອງຕົນເອງໂດຍຜ່ານລະບົບທີ່ ລັດຄຸ້ມຄອງທີ່ໂປ່ງໃສ. ທັງ 2 ຢ່າງນີ້ ຖືເປັນບັນຫາສະເພາະໜ້າ ທີ່ກະຊວງການເງິນຕ້ອງຮີບ ຮ້ອນປະຕິບັດໄປພ້ອມໆກັນ. ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້ ຈະໄດ້ ສຸມໃສ່ປະຕິຮູບກົນໄກຄຸ້ມຄອງ ການເງິນຢ່າງເລິກເຊິ່ງ ແລະ ຮອບດ້ານຕາມແຜນພັດທະນາ ຂະແໜງການເງິນ 5 ປີ ຄັ້ງທີ IX ທີ່ໄດ້ກໍານົດໄວ້, ໃນນີ້ ຮີບດ່ວນທີ່ ສຸດແມ່ນການປັບປຸງກົງຈັກຄຸ້ມ ຄອງການເກັບລາຍຮັບຢ່າງຄົບ ຊຸດເພື່ອໃຫ້ມີປະສິດທິຜົນ ແລະ ປະສິດທິພາບກວ່າເກົ່າ ນັບແຕ່ ສູນກາງລົງຮອດທ້ອງຖິ່ນ ໂດຍ ສະເພາະກົງຈັກການເກັບລາຍ ຮັບ ແຕ່ກ່ອນມີ 4 ກົມ ຈະໃຫ້ ເຫຼືອພຽງ 1 ກົມ ຄື ກົມສ່ວຍສາ ອາກອນ ເທົ່ານັ້ນ ໃນການເກັບ ລາຍຮັບ ຈຶ່ງຈະເຮັດໃຫ້ການພັດ ທະນາລະບົບຄຸ້ມຄອງທັນສະ ໄໝມີການປະຢັດ. ພ້ອມນີ້ ຈະປະ ຕິຮູບກົງຈັກການຄຸ້ມຄອງລາຍ ຈ່າຍ ເພາະຜ່ານມາຂາດປະສິດ ທິພາບ ແລະ ຍັງມີສິ່ງອັດຕັນ ຫຼາຍດ້ານ, ລວມເຖິງຈະດໍາເນີນ ການປະຕິຮູບດ້ານບຸກຄະລາ ກອນທີ່ຮັບຜິດຊອບວຽກງານ ເກັບລາຍຮັບຢ່າງເລິກເຊິ່ງ, ດໍາ ເນີນຫຼາຍຂັ້ນຕອນ, ຫຼາຍກົນໄກ ແລະ ວິທີການ ໂດຍຈະເຮັດຄວບ ຄູ່ກັນໄປກັບການປັບປຸງກົງຈັກ ການເກັບລາຍຮັບ ແລະ ການຄຸ້ມ ຄອງລາຍຈ່າຍຢ່າງຮີບຮ້ອນທີ່ ສຸດ. ເພາະໃນການຫັນເປັນທັນ ສະໄໝຂອງການຈັດເກັບລາຍຮັບ ເຫັນວ່າລາວເຮົາຍັງປະຕິບັດ ໄດ້ ຊັກຊ້າ. ຢ່າງໃດກໍຕາມ ຖ້າຫາກ ກົງຈັກການເກັບລາຍຮັບ, ການ ຄຸ້ມ ຄອງ ລາຍຈ່າຍ ແລະ ບຸກຄະລາ ກອນທີ່ກ່ຽວຂ້ອງຫາກໄດ້ຮັບ ການປະຕິຮູບ ຈະເຮັດໃຫ້ການ ຫັນເປັນທັນສະໄໝໃນການເກັບ ລາຍຮັບດີຂຶ້ນໄປພ້ອມໆກັນ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ