ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ຈັດກິດຈະກໍາ ແຂ່ງຂັນກີລາມິດຕະພາບ
ເວລາອອກຂ່າວ: 2021-04-22 08:13:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 363 | ຄວາມນິຍົມ:



ໃນຕົ້ນເດືອນເມສາ 2021 ກອງພົນທີ 1 ໄດ້ຈັດກິດຈະກຳການແຂ່ງຂັນກີລາມິດຕະພາບ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ມໍລະສິດ ສາຍທອງມາ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 1. ການແຂ່ງຂັນກີລາມິດຕະ ພາບໃນຄັ້ງນີ້, ເປັນການສ້າງ ຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ, ທັງເປັນການເສີມສ້າງທາງດ້ານກໍາລັງແຮງກາຍ ແລະ ຈິດໃຈ, ສ້າງຄວາມສາມັກຄີເປັນປຶກ ແຜ່ນ, ເປັນການຜູກແໜ້ນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງກົມກອງ ກັບ ກົມກອງ, ຂັ້ນເທິງ ກັບ ຂັ້ນລຸ່ມ ແລະ ບຸກ ຄົນ ກັບ ບຸກຄົນ ໃຫ້ນັບມື້ເຕີມໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ສ້າງໃຫ້ກົມກອງມີຄວາມເຂັ້ມ ແຂງ, ພະນັກງານ-ນັກຮົບມີ ສຸຂະພາບສົມບູນ ເພື່ອກໍາລັງ ໃຈຟົດຟື້ນປະຕິວັດ, ມີຄວາມ ບຸກບືນຫ້າວຫັນເຮັດສໍາເລັດ ໜ້າທີ່ການເມືອງ ແລະ ຄວາມ ຮັບຜິດຊອບຂອງຕົນ. ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ