
![]()
ຊາວໜຸ່ມອາສາສະໝັກເມືອງພູວົງ ຊ່ວຍກັນປຸກສ້າງເຮືອນໃຫ້ປະຊາຊົນຜູ້ທຸກຍາກ
ເວລາອອກຂ່າວ: 2021-04-22 08:22:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1727 | ຄວາມນິຍົມ: ![]()
ເພື່ອເປັນການສ້າງຂະ ບວນການ ແລະ ຜົນງານຕ້ອນ ຮັບວັນສໍາຄັນຕ່າງໆຂອງພັກ,
ຂອງຊາດ ກໍຄືວັນສ້າງຕັ້ງຊາວ
ໜຸ່ມປະຊາຊົນ ປະຕິວັດລາວ
ຄົບຮອບ 66 ປີ ດັ່ງນັ້ນ, ຊາວໜຸ່ມອາສາສະໝັກ ເມືອງ ພູວົງ ແຂວງອັດຕະປື ໄດ້ຮ່ວມ ແຮງຮ່ວມໃຈກັນຊ່ວຍປຸກສ້າງ ເຮືອນໃຫ້ປະຊາຊົນຜູ້ທຸກຍາກ ອານາຖາ ທີ່ບ້ານລະມອງເມືອງ ພູວົງ.
ສະຫາຍ ນາງ ສຸກສະຫວັນ ໄຊຍະບຸນຮາຍ ເລຂາຄະນະບໍລິ ຫານງານຊາວໜຸ່ມ ເມືອງພູວົງ ໄດ້ໃຫ້ລາຍລະອຽດວ່າ: ການທີ່ ຊາວໜຸ່ມອາສາສະໝັກພາຍໃນ ເມືອງພູວົງ ໄດ້ພ້ອມໃຈກັນປຸກ ສ້າງເຮືອນຢູ່ໃຫ້ປະຊາຊົນຜູ້ທຸກ ຍາກອານາຖາ ຢູ່ບ້ານລະມອງ ຄັ້ງນ້ີ ເພື່ອເປັນການສ້າງຂະ ບວນການ ແລະ ຜົນງານຕ້ອນ
ຮັບວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ກໍຄືຕ້ອນຮັບວັນສ້າງ ຕັ້ງຊາວໜຸ່ມປະຊາຊົນປະຕິ ວັດລາວ ຄົບຮອບ 66 ປີີ, ທັງ ເປັນການປະຕິບັດຕາມແຜນ ນະໂຍບາຍຂອງພັກ ກໍຄືແຜນ ພັດທະນາວຽກງານຂອງຊາວ ໜຸ່ມເມືອງພູວົງ ໃຫ້ໄດ້ຮັບຜົນ ສຳເລັດຕາມແຜນການທີ່ວາງ ໄວ້.
ການປຸກສ້າງເຮືອນຢູ່ໃຫ້ປະ ຊາຊົນຜູ້ທຸກຍາກອານາຖາຄັ້ງ
ນີ້ໄດ້ເລີ່ມຂຶ້ນໃນວັນທີ 5 ເມສາ 2021, ເຊິ່ງຊາວໜຸ່ມອາສາສະ ໝັກເມືອງພູວົງ ໄດ້ຮ່ວມກັນ ລົງມືປຸກສ້າງເຮືອນຢູ່ໃຫ້ ຜູ້ອານາຖາ ທີ່ບ້ານລະມອງ ຈຳ
ນວນ 2 ຫຼັງ, ລວມມູນຄ່າ 30 ກວ່າ
ລ້ານກີບ, ເປັນເຮືອນໄມ້ຊັ້ນດຽວ, ມຸງດ້ວຍສັງກະສີ, ຝາແອ້ມແປ້ນ ແລະ ປູພື້ນດ້ວຍແປ້ນ ໂດຍ ແມ່ນທຶນສົມທົບຈາກພໍ່ແມ່ປະ ຊາຊົນ, ນັກທຸລະກິດ, ບໍລິສັດ, ຫ້າງຮ້ານ ແລະ ສະມາຊິກຊາວໜຸ່ມໃນທົ່ວແຂວງອັດຕະປື.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















